Ministry News

ທ່ານ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົົ່ງ ຕ້ອນຮັບການເຂົົ້າຢ້ຽມຢາມ ຂອງ ທ່ານ ນາງ ມານູເອວລາ ເຟີໂຣ, ຮອງປະທານຫ້ອງການທະນາຄານໂລກ ປະຈໍາພາກພ ົ້ນ ອາຊີຕາເວັນອອກ ແລະ ປາຊີຟິກ

2024-05-27 - Viengkhone Vongkhamchan



ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2024, ທ່ານ ງາມປະສົງ ເມືອງມະນີ (H.E. Mr. Ngampasong Muongmany), ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົົ່ງ ໄດ້ຕ້ອນຮັບການເຂົົ້າຢ້ຽມຂໍານັບ ຂອງ ທ່ານ ນາງ ມານູເອວລາ ເຟີໂຣ (Ms. Manuela V. Ferro), ຮອງປະທານຫ້ອງການທະນາຄານໂລກ ປະຈໍາພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ.

ຈຸດປະສົງຂອງການພົບປະໃນຄັົ້ງນີົ້ ແມ່ນເພື່ອປຶກສາຫາລ ກ່ຽວກັບ ສະພາບລວມ ແລະ ທິດທາງບູລິມະສິດໃນການພັດທະນາຂະແໜງ ໂຍທາທິການ ແລະ ຂົນສົົ່ງ ຂອງ ສປປ ລາວ, ສະພາບລວມວຽກງານອໍານວຍຄວາມສະດວກການຂົນສົົ່ງ ເພື່ອຊຸກຍູ້ການເຊື່ອມຈອດພາກພື້ນ ແລະ ສາກົນຂອງ ສປປ ລາວ, ການກະກຽມ ແລະ ດໍາເນີນໂຄງການຮ່ວມມ ໃນຕໍ່ໜ້າໃຫ້ເປັນໄປຕາມກໍານົດເວລາທີ່ວາງໄວ້.

ໂອກາດນີ້, ທ່ານງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົົ່ງ, ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມລາວຄັ້ງທໍາອິດຂອງ ທ່ານ ນາງ ມານູເອວລາ ເຟີໂຣ, ຮອງປະທານຫ້ອງການທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ. ພ້ອມທັງສະແດງຄວາມຂອບໃຈ ຕໍ່ທະນາຄານໂລກທີ່ໄດ້ເປັນຄູ່ຮ່ວມພັດທະນາທີ່ຍາວນານ ແລະ ແຂງແຮງ ຂອງຂະແໜງ ໂຍທາທິການ ແລະ ຂົນສົົ່ງ, ເຊີ່ງສະແດງອອກຢູ່ບ່ອນວ່າ ປັດຈຸບັນໄດ້ມີໂຄງການທີ່ ກະຊວງ ໂຍທາທິການ ແລະ ຂົນສົົ່ງ ໄດ້ຮ່ວມກັບ ທະນາຄານໂລກ ຈັດຕັ້ງປະຕິບັດເຖິງ 6 ໂຄງການ ທີ່ລ້ວນແລ້ວແຕ່ເປັນໂຄງການບູລິມະສິດ ໃນແຜນພັດທະນາ 5 ປີ ຂອງ ກະຊວງ ໂຍທາທິການ ແລະ ຂົນສົົ່ງ.

ທ່ານ ລັດຖະມົນຕີ ກະຊວງ ຍທຂ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທະນາຄານໂລກ ທີ່ເຫັນຄວາມສໍາຄັນຂອງການພັດທະນາ ຂະແໜງການ ໂຍທາທິການ ແລະ ຂົນສົົ່ງ ໂດຍປະກອບສ່ວນໃຫ້ການສະໜັບສະໜຸນ ໃສ່ການພັດທະນາພື້ນຖານໂຄງລ່າງໄປພ້ອມໆກັບການພັດທະນາອົງກອນ, ໂດຍສະເພາະການຈັດຕັ້ງປະຕິບັດໂຄງການພັດທະນາແລວທາງເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ (Southeast Asia Regional Economic Corridor and Connectivity Project - SEARECC), ໂຄງການນີົ້ ແມ່ນການເຊື່ອມຈອດການຂົນສົົ່ງສິນຄ້າ ຈາກບັນດາປະເທດອ້ອມຂ້າງຜ່ານດ່ານສາກົນ ມາເຊື່ອມໃສ່ລົດໄຟລາວ-ຈີນ ເຊີ່ງເປັນບູລິມະສິດຂອງລັດຖະບານ ໃນການນໍາໃຊ້ລົດໄຟລາວ-ຈີນ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ, ເຊີ່ງແມ່ນການຜັນຂະຫຍາຍນະໂຍບາຍຂອງລັດຖະບານ ຫັນ ສປປ ລວ ຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດ-ເຊື່ອມໂຍງ ໂດຍການພັດທະນາແລວທາງຫຼວງແຫ່ງຊາດ ໃຫ້ກາຍເປັນແລວທາງເສດຖະກິດ ສຸມໃສ່ການພັດທະນາແບບເປັນເຂດແຄວ້ນ, ເຊີ່ງມູນຄ່າຂອງໂຄງການທັງໝົດ 131.9 ລ້ານໂດລາສະຫະລັດ.

ຈາກນັ້ນ, ທ່ານ ນາງ ມານູເອວລາ ເຟີໂຣ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ຂອງ ທ່ານລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົົ່ງ ໃນການຢ້ຽມຢາມລາວຄັ້ງນີ້ ແລະ ຈະສຶບຕໍ່ໃນການສະໜັບສະໜູນ ແລະ ການຮ່ວມມ ກັບ ກະຊວງ ໂຍທາທິການ ແລະ ຂົນສົົ່ງ ທາງດ້ານການພັດທະນາໂຄງລ່າງພື້ນຖານ, ການພັດທະນາທາງດ້ານບຸກຄະລາກອນ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງ ໂຍທາທິການ ແລະ ຂົນສົົ່ງ ໃຫ້ນັບມື້ນັບມີການພັດທະນາຂື້ນເລື້ອຍໆ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250