Ministry News

ນາຍົກເນັ້ນຫຼາຍບັນຫາໃຫ້ຂະແໜງ ຍທຂ ສືບຕໍ່ເອົາໃຈໃສ່ວຽກງານໃຫ້ມີການຫັນປ່ຽນຢ່າງຮອບດ້ານ

2024-04-09 - Xaiya

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດປະຈຳປີ 2023 ໃນວັນທີ 9 ເມສານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ, ມີບັນດາຮອງລັດຖະມົນຕີ, ເຈົ້າຄອງນະຄອນຫຼວງວຽງຈັນ, ຮອງເຈົ້າແຂວງ, ຮອງ ອະດີດການນໍາກະຊວງ, ຫົວໜ້າພະແນກ ຍທຂ ແຂວງ-ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມເນັ້ນໃຫ້ຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສຳຄັນໜຶ່ງ: ວຽກງານການຄຸ້ມຄອງນໍ້າໜັກລົດບັນທຸກ ຕິດພັນກັບການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫຼວງຖືເປັນບັນຫາທີ່ສໍາຄັນ ແລະ ຈໍາເປັນຮີບດ່ວນເພື່ອຄວາມເປັນເອກະພາບ ແລະ ເຫັນດີນຳຜົນການຄົ້ນຄວ້າປຶກສາຫາລື;

ສອງ: ການພັດທະນາລະບົບການຂົນສົ່ງ ແລະ ໂລຊິດສະຕິກ ເປັນວຽກງານໜຶ່ງທີ່ຊ່ວຍໃນການຂັບເຂື່ອນເສດຖະກິດ ພ້ອມທັງສ້າງລາຍຮັບໂດຍກົງເຂົ້າສູ່ລະບົບງົບປະມານຂອງລັດ. ສະນັ້ນ, ຕ້ອງໄດ້ເອົາໃຈໃສ່ໃນການພັດທະນາລະບົບການຂົນສົ່ງ ແລະ ໂລຊິດສະຕິກໃຫ້ກາຍເປັນລະບົບທີ່ທັນສະໄໝ ແລະ ລວມສູນ. ອັນໜຶ່ງຢາກໃຫ້ເອົາໃຈໃສ່ຄື: ທາງລົດໄຟລາວ-ຈີນ ແມ່ນປັດໃຈສໍາຄັນອັນໜຶ່ງໃນການກະຕຸກຊຸກຍູ້ເສດຖະກິດຂອງປະເທດເຮົາໃຫ້ຂະຫຍາຍຕົວໄວ. ສະນັ້ນ, ຂະແໜງການ ຍທຂ ຕ້ອງເປັນເຈົ້າການໃນການກຳນົດກົນໄກການຈັດຕັ້ງປະຕິບັດການຂົນສົ່ງຫຼາຍຮູບແບບ, ຫຼາຍວິທີໃຫ້ມີຄວາມກົມກຽວ ແລະ ໂລ່ງລ່ຽນ. ສາມ: ບັນຫາເລື່ອງການຈັດຕັ້ງປະຕິບັດຜັງເມືອງ ແລະ ການຄຸ້ມຄອງການປຸກສ້າງເນື່ອງຈາກຈຸດພິເສດດ້ານທີ່ຕັ້ງຂອງປະເທດເຮົາເອື້ອອຳນວຍແກ່ການເຊື່ອມຈອດ-ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຈຶ່ງຖືເປັນບູລິມະສິດໜ້າວຽກຕົ້ນຕໍຂອງຂະແໜງ ຍທຂ ມາໂດຍຕະຫຼອດ ໂດຍສະເພາະໃນປັດຈຸບັນພາຍໃຕ້ເງື່ອນໄຂອັນໃໝ່ທີ່ມີເສັ້ນທາງລົດໄຟລາວ-ຈີນ. ສະນັ້ນ, ການພັດທະນາຕົວເມືອງຕິດພັນກັບການພັດທະນາໂຄງລ່າງທີ່ທົນທານເປັນມິດກັບສິ່ງແວດລ້ອມກ້າວໄປສູ່ການສ້າງຕົວເມືອງທີ່ໜ້າຢູ່ ແລະ ທັນສະໄໝ ຈຶ່ງເປັນວຽກທີ່ຈໍາເປັນຮີບດ່ວນອັນໜຶ່ງຂອງຂະແໜງ ຍທຂ ທີ່ຕ້ອງເປັນເສນາທິການໃຫ້ແກ່ລັດຖະບານໃນການຄົ້ນຄວ້າວາງແຜນ ແລະ ກໍານົດສ້າງບັນດານິຕິກຳເພື່ອຄຸ້ມຄອງການພັດທະນາ; ສີ່: ພັດທະນາວຽກງານການບິນພົນລະເຮືອນໃຫ້ມີຄວາມປອດໄພ ແລະ ເຂັ້ມແຂງ; ຫ້າ: ໃຫ້ກະຊວງ ຍທຂ ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນ 5 ປີຂອງຕົນຮອດທ້າຍສະໄໝປີ 2025 ຢ່າງມີຈຸດສຸມບົນພື້ນຖານສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຄືປັດຈຸບັນ ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້; ຫົກ: ສໍາຄັນທີ່ສຸດຄືຈັນຍາບັນ-ຈັນຍາທຳຂອງພະນັກງານລັດຖະກອນ. ໃນຊຸມປີຜ່ານມາ, ຂະແໜງການ ຍທຂ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ຜ່ານການເຜີຍແຜ່ເອກະສານການເມືອງຫຼາຍສະບັບ. ສະນັ້ນ, ຢາກໃຫ້ທົບທວນ ແລະ ຕີລາຄາຄືນການເຊື່ອມຊຶມເອກະສານດັ່ງກ່າວນັ້ນໄດ້ຖືກຈັດຕັ້ງຜັນຂະຫຍາຍ ແລະ ເຮັດໄດ້ທົ່ວເຖິງຄືແນວໃດ, ເຮັດໄດ້ດີແລ້ວບໍ່ ແນວຄິດການເມືອງພະນັກງານລັດຖະກອນມີການຫັນປ່ຽນຢ່າງຕັ້ງໜ້າດີຂຶ້ນກວ່າເກົ່າ ຫຼື ບໍ. ດັ່ງນັ້ນ, ສະເໜີໃຫ້ຄະນະພັກ-ຄະນະນຳກະຊວງ ສືບຕໍ່ເອົາໃຈໃສ່ປັບປຸງຍົກລະດັບຄວາມສາມາດໃນການປະຕິບັດໜ້າທີ່ການເມືອງ ຕໍ່ກັບວຽກງານແນວຄິດ-ການເມືອງໃຫ້ແກ່ພະນັກງານຂອງຕົນສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການປະຕິບັດວຽກງານຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະ ມີຄວາມຊື່ສັດຕໍ່ວິຊາຊີບຂອງຕົນຢ່າງແທ້ຈິງ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250