Ministry News

ກອງປະຊຸມວຽກງານ ຍທຂ ທົ່ວປະເທດປະຈໍາປີ 2023

2024-04-08 - Viengkhone

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມວຽກງານ ຍທຂ ທົ່ວປະເທດປະຈໍາປີ 2023 ຂຶ້ນໃນວັນທີ 8 ເມສາ ນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ, ມີບັນດາຮອງລັດຖະມົນຕີ, ບັນດາຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ອາດິດການນໍາກະຊວງ, ຫົວໜ້າກອງວິຊາການ, ຫົວໜ້າພະແນກ ຍທຂ ແຂວງ-ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ງາມປະສົງ ເມືອງມະນີ ກ່າວວ່າ: ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນປະຈໍາປີ 2023, ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2021-2025), ທິດທາງແຜນການປີ 2024 ແລະ ທ້າຍສະໄໝຮອດປີ 2025 ຂອງກະຊວງ ຍທຂ ຕິດພັນກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານສາມສ້າງຂອງຂະແໜງການ ຍທຂ ແຕ່ປີ 2019-2023; ຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບໃນການແກ້ໄຂບັນຫາທີ່ພົ້ນເດັ່ນຂອງຂະແໜງການ ຍທຂ. ພ້ອມນັ້ນ, ຍັງໄດ້ກໍານົດເປັນແຕ່ລະຫົວຂໍ້ເພືີ່ອໃຫ້ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົົ້ນຄວ້າ ແລະ ປຶກສາຫາລື ປະກອບຄໍາຄິດຄໍາເຫັນຊຶ່ງລວມມີ 7 ຫົວຂໍ້ໃຫຍ່ຄື: 1) ລາຍງານການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນປະຈໍາປີ 2023, ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2021-2025), ທິດທາງແຜນການປີ 2024 ແລະ ທ້າຍສະໄໝຮອດປີ 2025 ຂອງກະຊວງ ຍທຂ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂສະ ພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; 2) ລາຍງານການຈັດຕັ້ງປະຕິບັດວຽກງານສາມສ້າງ ຂອງຂະແໜງການ ຍທຂ ແຕ່ປີ 2019-2023; 3) ການຄຸ້ມຄອງນໍ້າໜັກລົດບັນທຸກ ຕິດພັນກັບການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫຼວງ; 4) ການຄຸ້ມຄອງການຂົນສົ່ງທາງບົກລະຫວ່າງປະເທດ; 5) ການຄຸ້ມຄອງຄວາມປອດໄພ ແລະ ປ້ອງກັນຄວາມປອດໄພການບິນ; 6) ການຈັດຕັ້ງປະຕິບັດແຜນຜັງຕົວເມືອງ ແລະ ການຄຸ້ມຄອງການປຸກສ້າງ; 7) ນໍາສະເໜີການສ້າງແຜນດໍາເນີນທຸລະກິດໃຫ້ແກ່ລັດວິສາຫະກິດນໍ້າປະປາເພື່ອໃຫ້ມີຄວາມຍືນຍົງ.



ໃນປີ 2023 ຜ່ານມາ, ຂະແໜງການ ຍທຂ ໃນຖານະທີ່ເປັນຂະແໜງການປາຍແຫຼມຂອງເສດຖະ ກິດແຫ່ງຊາດ ສາມາດຍາດໄດ້ຜົນງານໃນຫຼາຍໆດ້ານ ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດຢ່າງຕັ້ງໜ້າແນໃສ່ເພືີ່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ສ້າງຄວາມສີວິໄລ, ຍຸຕິທໍາ, ຄວາມໝັ້ນຄົງ ແລະ ຮຸ່ງເຮືອງຂອງຊາດລາວເຮົາ ສາມາດຮັບປະກັນການໄປມາຫາສູ່ ກໍຄືການອຳ ນວຍຄວາມສະດວກໃນການຂົນສົ່ງຂັ້ນພື້ນຖານລະຫວ່າງສູນກາງ ແລະ ທ້ອງຖິ່ນ, ຮັບປະກັນການເຊື່ອມຈອດ ແລະ ເຊື່ອມໂຍງກັບອະນຸພາກພື້ນ ແລະ ສາກົນໄດ້ເປັນຢ່າງດີ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250