Ministry News

ການນຳ ຍທຂ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ

2024-04-08 - Viengkhone

ໃນຕອນເຊົ້າວັນທີ 8 ເມສານີ້ການນຳກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ນຳໂດຍສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຄະນະໄດ້ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ທ່ານຜູ້ນໍາທີ່ແສນເຄົາລົບຮັກ.


ການວາງກະຕ່າຄັ້ງນີ້, ເພື່ອເປັນການເຄົາລົບ, ລະນຶກເຖິງຄຸນງາມຄວາມດີອັນປະເສີດ ທັງເປັນແບບຢ່າງທີ່ດີທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ທີ່ທ່ານໄດ້ອຸທິດຊີວິດສຸມທຸກສະຕິປັນຍາ ແລະ ຄວາມຮູ້-ຄວາມສາມາດຂອງຕົນເຂົ້າໃນພາລະກິດປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ມີຄວາມເຂັ້ມແຂງຕະຫຼອດມາ ພ້ອມທັງສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ນຳພາປະຊາຊົນລາວທັງຊາດລຸກຮືຂຶ້ນຕໍ່ສູ້ຕ້ານພວກຈັກກະ ພັດຕ່າງດ້າວ ຈົນໄດ້ຮັບໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າຕະຫຼອດໄລຍະທີ່ຜ່ານມາ. ຍາມໃດປະທານກໍອຸທິດຕົນເພື່ອຊາດ, ເພື່ອປະຊາຊົນດ້ວຍນໍ້າໃຈບໍລິສຸດ, ມີນໍ້າໃຈເດັດດ່ຽວກ້າຫານ, ດຸໝັ່ນ, ປະຢັດ, ມີທັດສະນະມະຫາຊົນສະ ເໝີຕົ້ນສະເໝີປາຍ, ທັງນຳພາດ້ານທິດສະດີ, ນັກວິທະຍາສາດທີ່ມີວິໄສທັດກວ້າງໄກ ສາມາດຕີລາ ຄາຊັ່ງຊາສະພາບການທັງພາຍໃນ ແລະ ສາກົນໄດ້ຢ່າງແມ່ນຢໍາ ແລະ ໄດ້ກາຍເປັນຜູ້ນຳທີ່ດີເດັ່ນ ແລະ ເປັນວິລະບູລຸດຂອງຊາດລາວ ທີ່ໄດ້ນຳພາປວງຊົນບັນດາເຜົ່າຍາດໄດ້ໄຊຊະນະ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.




ໃນໂອກາດນີ້, ຄະນະພັກ, ຄະນະນໍາ ຍທຂ ຍັງໄດ້ໃຫ້ຄຳໝັ້ນສັນຍາຕໍ່ ທ່ານປະທານ ໄກສອນ ພົມວິຫານ ທີ່ວ່າ: ຈະຕັ້ງໜ້າຮໍ່າຮຽນເອົາແບບຢ່າງທີ່ດີ ແລະ ເຕັມໄປດ້ວຍຄຸນສົມບັດ, ສິນທໍາປະຕິວັດ ແລະ ຜ່ານຜ່າທຸກຄວາມຫຍຸ້ງຍາກໃນການຕໍ່ສູ້ກູ້ຊາດອັນຜ່ອງໃສຂອງປະທານ ພ້ອມກັນເດີນຕາມແນວທາງນະໂຍບາຍຂອງປະທານຕັ້ງໄວ້ຢ່າງບໍ່ມີວັນປ່ຽນແປງ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250