Ministry News

ກອງປະຊຸມ ຄະນະວິຊາການອໍານວນຄວາມສະດວກດ້ານການຂົນສົ່ງ

2024-03-14 - Xaiya


ໃນຕອນເຊົ້າຂອງວັນທີ 14 ມີນາ 2024 ທີ່ໂຮງແຮມແລນມາກ ລີເວີຊາຍ ນະຄອນຫຼວງວຽງຈັນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ຈັດກອງປະຊຸມ ຄະນະວິຊາການອໍານວນຄວາມສະດວກດ້ານການຂົນສົ່ງໃນຂອບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 1 ໂດຍມີຜູ້ເຂົ້າຮ່ວມຈາກ 6 ປະເທດຄື:  ສປປ ລາວ, ສປ ຈີນ, ສສ ຫວຽດນາມ, ກໍາປູເຈຍ,  ໄທ ແລະ ມຽນມາ.

ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ພັນທະພາບ ພູນສະຫວັດ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ Mr Mohammad Ehteshamul Hoque ຊ້ຽວຊານອາວຸໂສ ການຄ້າ ແລະ ການຂົນສົ່ງ ທະນາຄານ ພັດທະນາອາຊີ (ADB) ກອງປະຊຸມໄດເດໍາເນີນເປັນເວລາ 1 ວັນ ຈຸດປະສົງຂອງກອງປະຊຸມແມ່ນເພື່ອປືກສາຫາລືດ້ານກົນໄກ, ວີທີການຄຸ້ມຄອງ ແລະ ລາຍລະອຽດການຈັດຕັ້ງປະຕິບັດ ຕາມບົດບັນທຶກຄວາມເຂົ້າໃຈ ພາຍໃຕ້ໂຄງການ GMS CBTA on the Early Harvest Implementation (GMS-CBTA EARLY Harvest) ເພື່ອກະກຽມການທົດລອງການເປີດແລ່ນລົດຂົນສົ່ງຂ້າມແດນ ພາຍໃຕ້ຂອບສັນຍາ ການຂົນສົ່ງຂ້າມແດນ ອະນຸພາກພື້ນແມ່ນ້ຳຂອງ ຊື່ງຈະເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການ ພາຍໃນວັນທີ 0 ເມສາ 2024 ນີ້.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250