Ministry News

ກະຊວງໂຍທາທິການ ແລະ ຂົນສົ່ງ ຍົກສູງບົດບາດໃນວຽກງານຕິດຕາມ, ກວດກາ

2024-03-11 - Xaiya

ເພື່ອຍົກສູງບົດບາດໃນວຽກງານກວດກາ ເຂົ້າສູ່ຂົງເຂດວຽກງານຕົວຈິງ ຂອງບັນດາຂະແໜງການໂຍທາທິການ ແລະ ຂົນສົ່ງ, ໃນວັນທີ 11 ມີນາ 2024 ກົມກວດກາ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເປີດຝຶກອົບຮົມວຽກງານກວດກາຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈໍາປີ 2023 ຂຶ້ນ, ທີ່ຫ້ອງປະຊຸມໃຫຍ່ກອງສະໜາມບິນລາວ ໂດຍການເປັນປະທານຂອງທ່ານ ໄຊສົງຄາມ ມະໂນທັມ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ, ປະທານກວດກາພັກກະຊວງ ໂຍທາທິການ ແລະ ຂົນສົ່ງ, ມີຄະນະກວດດກາພັກກະຊວງ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ເຮັດວຽກງານກວດກາຂອງຫ້ອງການ, ບັນດາກົມ, ສະຖາບັນ, ກອງ, ລັດວິສາຫະກິດອ້ອມຂ້າງກະຊວງ, ປະທານກວດກາສາມອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ຄະນະພະແນກ ຍທຂ ແຂວງວຽງຈັນ, ນະຄອນຫຼວງ ແລະ ພະນັກງານກວດກາ ຂະແໜງ ຍທຂ ເຂົ້າຮ່ວມ.

 ໃນໂອກາດນີ້, ທ່ານ ໄຊສົງຄາມ ມະໂນທັມ ໄດ້ໃຫ້ຮູ້ວ່າ: ວຽກງານຕິດຕາມ, ກວດກາແມ່ນວຽກງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຖ້າບໍ່ມີການກວດກາ ກໍ່ໝາຍຄວາມວ່າ ບໍ່ມີການນຳພາຂອງພັກ, ບໍ່ມີການກວດກາ ກໍ່ ໝາຍວ່າ ບໍ່ມີການຄຸ້ມຄອງລັດ, ນຳພາໝາຍເຖິງກວດກາ; ການກວດກາ ແມ່ນຫຼັກການສຳຄັນ ແມ່ນສ່ວນປະກອບທີ່ຕັດແຍກອອກຈາກກັນບໍ່ໄດ້ ແລະ ເປັນພາລະບົດບາດຕົ້ນຕໍແຫ່ງການນຳພາຂອງພັກ ໃນເງື່ອນໄຂແຫ່ງຍຸກຂໍ້ມູນຂ່າວສານ. ເຊິ່ງໃນຊຸມປີຜ່ານມາ ຄະນະພັກ ແຕ່ລະຂັ້ນພາຍໃນ ກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍໄດ້ເອົາໃຈໃສ່ນຳພາ ວຽກງານກວດກາ ການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ສາມາດສະກັດກັ້ນຂໍ້ຂາດຕົກບົກຜ່ອງ, ຄວາມຜິດພາດຂອງ ສະມາຊິກພັກ ພະນັກງານ-ລັດຖະກອນ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງການຈັດຕັ້ງ, ການກໍ່ສ້າງພັກ ແລະ ພະນັກງານ ຕະຫຼອດມາ. ສະນັ້ນ, ການຝຶກອົບຮົມໃນມື້ນີ້ ແມ່ນເພື່ອຍົກລະດັບວິຊາສະເພາະ ຄວາມຮູ້, ຄວາມສາມາດໃນວຽກງານກວດກາ ຕາມຂະແໜງການຂອງຕົນໃຫ້ມີລັກສະນະອາຊີບ ເພື່ອຮັບປະກັນ ການຈັດຕັ້ງປະຕິບັດໜ້າທີ່ວຽກງານກວດກາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນເທື່ອລະກ້າວ; ບັນດາບົດຮຽນທີ່ນໍາມາສະເໜີ ປະກອບມີ 9 ບົດ ເປັນຕົ້ນ ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ ແລະ ການຕິດຕາມແກ້ໄຂຜົນ ການກວດກາ; ວຽກງານສະກັດກັ້ນ ຕ້ານການສໍ້ລາດບັງຫຼວງ; ວຽກງານແຈ້ງຊັບສິນ; ວຽກງານກວດກາ ແຕ່ຫົວທີ; ວຽກງານຕິດຕາມຂອງພັກ; ວຽກງານກວດກາພັກ; ວຽກງານຄົ້ນຄວ້າແກ້ໄຂ ຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ; ສະເໜີຄວາມຮູ້ພື້ນຖານກ່ຽວກັບວຽກງານກວດສອບແຫ່ງ; ສະເໜີບົດສະຫຼຸບ ຖອດຖອນບົດຮຽນການແກ້ໄຂຜົນການກວດສອບໃນຊຸມປີຜ່ານມາ ຂອງກະຊວງ ຍທຂ, ສະເໜີວິທີການ, ກົນໄກ ແລະ ມາດຕະການກວດສອບແຕ່ຫົວທີ ແລະ ເອກະສານສໍາຄັນອື່ນໆ.

ສະນັ້ນ, ເພື່ອບັນລຸຈຸດປະສົງຄາດໝາຍ ຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້, ຈົ່ງຍົກສູງສະຕິຄວາມຮັບຜິດຊອບເຂົ້າໃນການຕິດຕາມຮັບຟັງ, ຄົ້ນຄວ້າ, ເຊື່ອມຊຶມ ແລະ ປະກອບຄຳຄິດ ຄຳເຫັນຢ່າງສັດຈະວິພາກແທດຕົວຈິງ ເອົາບັນຫາທີ່ເກີດຂຶ້ນໃນໄລຍະຜ່ານມາ ພ້ອມກັນຊອກໃຫ້ເຫັນເຖິງຂໍ້ຄົງຄ້າງ  ເພື່ອມາປຶກສາຫາລື ຊອກວິທີ, ມາດຕະການແກ້ໄຂຕໍ່ການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ; ຖືເອົາວຽກງານຕິດຕາມ, ກວດກາພັກ-ລັດ ເປັນໜ້າທີ່, ຄວາມຮັບຜິດຊອບຂອງທຸກຄົນໃນ ຂະແໜງ ໂຍທາທິການ ແລະ ຂົນສົ່ງ  ພ້ອມກັນນຳໄປເຜີຍແຜ່ໃຫ້ທົ່ວເຖິງ, ເຂົ້າໃຈເລິກເຊິ່ງ ຕໍ່ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ມີຜົນສໍາເລັດ, ຮັບປະກັນໄດ້ເຖິງຄວາມຖືກຕ້ອງຕໍ່ກົດໝາຍ ແລະ ລະບຽບການ. ພ້ອມກັນປະຕິບັດຕາມວາລະການຝຶກອົບຮົມທີ່ໄດ້ກໍານົດໄວ້ໃຫ້ມີຜົນສໍາເລັດອັນຈົບງາມ. ການດຳເນີນຝຶກອົບຮົມເຊິ່ງຈະດໍາເນີນໄປເປັນໄລຍະເວລາ 3 ວັນ

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250