Ministry News

ພິທີ ປ່ຽນຊື່ປ້າຍທະບຽນພາຫະນະ ຈາກກໍາແພງນະຄອນວຽງຈັນ ມາເປັນ ນະຄອນຫຼວງວຽງຈັນ ໂດຍເລີ່ມແຕ່ວັນທີ 1 ມີນາ 2024 ເປັນຕົ້ນໄປ.

2024-03-01 - Xaiya

ພິທີປ່ຽນຊື່ປ້າຍທະບຽນພາຫະນະ ຈັດຂຶ້ນໃນວັນທີ 29 ມີນາ 2024 ທີ່ກອງຄຸ້ມຄອງພາຫະນະ (ທົ່ງປົ່ງ) ໂດຍການເຂົ້າຮ່ວມຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ  ພ້ອມດ້ວຍພາກສ່ວນກ່ຽວຂ້ອງ

ການປ່ຽນຊື່ປ້າຍມະບຽນໃນເທື່ອນີ້ແມ່ນ ອີງໃສ່ນະຄອນຫຼວງວຽງຈັນ ແມ່ນໄດ້ຮັບການປ່ຽນຊື່ ຈາກ "ກຳແພງນະຄອນວຽງຈັນ” ມາຕັ້ງແຕ່ປີ 2006 ຕາມດຳລັດເລກທີ່ 32/ສປປລ ລົງວັນທີ 28 ພຶດສະພາ 2006 ເຊິ່ງບັນດານິຕິກຳ ແລະ ເອກະສານຫຼາຍຢ່າງໄດ້ຮັບການປັບປຸງປ່ຽນຊື່ໃຫ້ສອດຄ່ອງ ແຕ່ຍັງມີໃບທະບຽນຍານພາຫະນະທີ່ຍັງບໍ່ທັນໄດ້ຮັບການປ່ຽນເທື່ອ ເຊິ່ງຜ່ານມາທາງກະຊວງໂຍທາທິ ການ ແລະ ຂົນສົ່ງ ແລະ ກະຊວງປ້ອງກັນຄວາມສະຫງົບ ກໍແມ່ນໄດ້ປະສານສົມທົບກັນເພື່ອປັບປຸງໃຫ້ສອດຄ່ອງກັບການປ່ຽນແປງດັ່ງກ່າວ. ມາຮອດປັດຈຸບັນ, ເງື່ອນໄຂຕ່າງໆ ແມ່ນໄດ້ອຳນວຍຄວາມສະດວກແລ້ວ ໂດຍປະຕິບັດຕາມຂໍ້ຕົກ ລົງ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 37899/ຍທຂ, ລົງວັນທີ 25 ທັນວາ 2023 ວ່າດ້ວຍມາດຕະຖານເຕັກນິກຂອງປ້າຍທະບຽນ ຍານພາຫະ ນະທາງບົກ ແລະ ຕາມແຈ້ງການຂອງຫ້ອງການກະຊວງ ຍທຂ ສະບັບເລກທີ 88/ຫກ ລົງວັນທີ 3 ມັງກອນ 2024 ເລື່ອງ: ການປ່ຽນຊື່ປ້າຍທະບຽນຍານພາຫະນະທາງຍົກ ມາເປັນນະຄອນຫຼວງວຽງຈັນ, ຊຶ່ງການປ່ຽນ ຊື່ດັ່ງ ກ່າວແມ່ນຈະເລີ່ມໃນວັນທີ່ 1 ມີນາ 2024.

1.      ສຳລັບຍານພາຫະນະທາງບົກ ທີ່ມາຂຶ້ນທະບຽນເລີ້ມແຕ່ວັນທີ 1 ມີນາ 2024 ຈະໄດ້ປ່ຽນຊື່ປ້າຍທະບຽນ ຈາກ ກຳແພງນະຄອນ ມາເປັນນະຄອນ ຫຼວງວຽງຈັນ ໄປເລີຍ.

2.     ຍານພາຫະນະທາງບົກ ທີ່ຂື້ນທະບຽນແລ້ວ ຊື່ປ້າຍກຳແພງນະຄອນ ຖ້າຢາກສືບຕໍ່ນໍາໃຊ້ ກໍສາມາດນໍາໃຊ້ໄດ້ ຈົນກວ່າໃບທະບຽນຈະໝົດອາຍຸ ຈຶ່ງປ່ຽນເປັນນະຄອນຫຼວງວຽງຈັນ ຫຼື ຖ້າມີຈຸດປະສົງຢາກປ່ຽນກ່ອນ ກໍສາມາດປ່ຽນ ໄດ້ຕາມຄວາມສະໝັກໃຈ ແຕ່ລະຫັດຝ່າຍ ແລະ ຕົວເລກທະບຽນ ແມ່ນໃຫ້ຮັກສາໄວ້ຄືເກົ່າ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250