Ministry News

ການສ້ອມແປງເສັ້ນທາງສີໄຄ-ສີເກີດ ຈະສໍາເລັດພາຍໃນກາງປີ 2025

2024-02-13 - Xaiya

      ປັດຈຸບັນ, ການສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 13 ເຫນືອ ແຕ່ສີໄຄ-ສີເກີດ ພວມໄດ້ຮັບການຈັດຕັ້ງປະຕິບັດ ຊຶ່ງຄາດຫມາຍຈະໃຫ້ສໍາເລັດພາຍໃນກາງ ປີ 2025.

     ທ່ານ ຄໍາຫລ້າ ອ່າວມັດສາ, ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງສີໂຄດຕະບອງ ໄດ້ປະກອບສ່ວນເຂົ້າຮ່ວມໂຄງການສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 13 ເໜືອ ແຕ່ສີໄຕ ຫາ ສີເກີດ ດ້ວຍການອອກແຈ້ງການ ແລະ ຊ່ວຍໂຄສະນາເຜີຍ ແຜ່ກ່ຽວກັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ພ້ອມນີ້ ໄດ້ຊ່ວຍໄກ່ເກ່ຍຈ່າຍຄ່າເວນຄືນຜົນກະທົບສິ່ງກີດຂວາງອອກຈາກແລວທາງ ທັງໝົດ 659 ກໍລະນີ, ໃນນີ້ ໄກ່ເກ່ຍຊົດເຊີຍຄ່າທີ່ດິນ 195 ກໍລະນີ ແລະ ສິ່ງປຸກສ້າງ 464 ກໍລະນີ, ລວມມູນຄ່າຊົດເຊຍ ແລະ ຈ່າຍຄ່າເສຍໂອ ກາດໃຫ້ປະຊາຊົນທີ່ດໍາເນີນທຸລະກິດຢູ່ແຄມເສັ້ນທາງດັ່ງກ່າວ 19,8 ຕື້ກວ່າກີບ ເຮັດໃຫ້ການຊົດເຊີຍຜົນເສຍຫາຍຂອງປະຊາຊົນສໍາເລັດ 99%.

 ທ່ານ ຄໍາຫລ້າ ອ່າວມັດສາ ໃຫ້ຮູ້ຕື່ມວ່າ: ການສ້ອມແປງເສັ້ນທາງດັ່ງກ່າວ ແມ່ນເລີ່ມແຕ່ສີ່ແຍກສີເກີດເປັນຕົ້ນມາ.  ປັດຈະບັນ ພວມກໍ່ສ້າງລະບົບຫ້ອງລະບາຍນໍ້າ. ດັ່ງນັ້ນ ການສັນຈອນໄປ-ມາຜ່ານເສັ້ນທາງນີ້ໃນໄລຍະນີ້ພົບຄວາມຫຍຸ້ງຍາກສົມຄວນ.   ສະນັ້ນ ຜູ້ສັນຈອນຜ່ານເສັ້ນທາງດັ່ງກ່າວໃນໄລຍະນີ້ຕ້ອງມີສະຕິ ແລະ ຄ່ອຍໄປຄ່ອຍມາເພື່ອປ້ອງກັນອຸບັດຕິເຫດທີ່ອາດ ຈະເກີດ ຂຶ້ນ, ຊຶ່ງຕາມສັນຍາທີ່ບໍລິສັດຮັບເໝົາສ້ອມແປງໄດ້ເຊັນໄວ້ກັບພາກສ່ວນກ່ຽວຂ້ອງ ແມ່ນຈະໃຊ້ເວລາສ້ອມແປງທັງໝົດ 18 ເດືອນຈຶ່ງສໍາເລັດ.

     ການສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກ 13 ເໜືອ ໄລ ຍະທາງແຕ່ສີໄຄ, ເມືອງສີໂຄດຕະບອງ ຫາ ສີເກີດ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ, ມີຄວາມຍາວທັງໝົດ 6 ກິໂລ ແມັດ, ມີມູນຄ່າໂຄງການທັງໝົດ 10.294.408,44 ໂດລາສະ ຫະລັດ, ເປັນໂຄງການສືບຕໍ່ຈາກໄລຍະທາງສີເກີດ ຫາ ໂພນໂຮງ (ລວງຍາວ 58 ກິໂລແມັດ) ທີ່ສຳເລັດການກໍ່ສ້າງໃນກາງປີ 2023 ນີ້ໂດຍໄດ້ຮັບທຶນເງິນກູ້ດອກເບ້ຍຕ່ຳຈາກ 3 ສະຖາບັນການເງິນ ຄື: ທະນາຄານໂລກ, ທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ ແລະ ກອງທຶນຂອງກຸ່ມປະເທດນໍດິກ ເພື່ອການພັດທະນາ, ລວມທັງທຶນສົມທົບຂອງລັດຖະບານລາວ ໂດຍແມ່ນ ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ໂດຍໄດ້ເຊັນສັນຍາກັບພາກສ່ວນກ່ຽວຂ້ອງຂອງກະຊວງໂຍທາທິການ ແລະ ຂົນສົ່ງໃນຕອນຄໍ່າວັນທີ 29 ກັນຍາ 2023 ຜ່ານມານີ້ ທີ່ໂຮງແຮມລາວພາຊ່າ, ນະຄອນຫລວງວຽງຈັນ

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250