Ministry News

ເດືອນມັງກອນ ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຄືບໜ້າ 86,99%

2024-02-13 - Xaiya

ມາຮອດທ້າຍເດືອນມັງກອນ 2024 ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ ສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ແລະ ສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ສະເລ່ຍແລ້ວຄວາມຄືບໜ້າລວມແຜນທັງໝົດທັງ 2 ສັນຍາ ຮອດທ້າຍເດືອນມັງກອນ ເທົ່າກັບ 89,92% ປະຕິບັດຕົວຈິງໄດ້ 86,99% ຫຼຸດຄາດໝາຍ 2,93%)

 

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ໃຫ້ຮູ້ວ່າ: ສຳລັບການປະຕິບັດແຜນງານພາຍໃນເດືອນມັງກອນ 2024 ສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ປະກອບມີ: ວຽກສ້ອມແປງທາງຊອບເຂດບ້ານຫາງຊິງ, ຕິດຕັ້ງປະຕູຮົ້ວແຄ້ມ ແລະ ໜ້າວຽກອື່ນໆ ແຜນລວມຄວາມຄືບໜ້າຂອງສັນຍາ 1 ທັງໝົດ ມາຮອດທ້າຍເດືອນມັງກອນ ແມ່ນເທົ່າກັບ 79,84% ປະຕິບັດຕົວຈິງໄດ້ 74,80% ຫຼຸດແຜນ 5,04% ແລະ ສ່ວນສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ປະກອບດ້ວຍວຽກດິນ, ວຽກໂຄງສ້າງທາງ, ວຽກກໍ່ສ້າງທໍ່ລະບາຍນໍ້າລອດທາງ, ວຽກກໍ່ສ້າງອາຄານດ່ານ, ວຽກລະບົບຂອງອາຄານ ແລະ ວຽກອື່ນໆ ມາແຜນລວມພາຍໃນເດືອນ ເທົ່າກັບ 100% ປະຕິບັດຕົວຈິງໄດ້ 99,18% ຫຼຸດຄາດໝາຍ 0,82% (ສະເລ່ຍແລ້ວຄວາມຄືບໜ້າລວມແຜນທັງໝົດທັງ 2 ສັນຍາ ມາຮອດທ້າຍເດືອນມັງກອນ 2024 ເທົ່າກັບ 89,92% ປະຕິບັດຕົວຈິງໄດ້ 86,99% ຫຼຸດຄາດໝາຍ 2,93%)

 

ສຳລັບແຜນການຂອງວຽກການສ້າງໃນເດືອນກຸມພາ 2024 ນີ້ແມ່ນ ສັນຍາ1 ຊ່ວງ 2B ແຜນການປະຕິບັດວຽກໃນເດືອນໃຫ້ໄດ້ 2,87% ແຜນລວມໃຫ້ໄດ້ 82,71%, ສັນຍາ 2 ຊ່ວງ 3 ແຜນການປະຕິບັດວຽກໃນເດືອນໃຫ້ໄດ້ 0,82% ແຜນລວມໃຫ້ໄດ້ 100%, ແຜນລວມທັງ 2 ສັນຍາ ໃນເດືອນກຸມພາ ໃຫ້ໄດ້ 1,84% ແຜນການລວມ 91,35%.

 

ທ່ານໃຫ້ຮູ້ຕື່ມວ່າ: ສຳລັບໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V ແມ່ນໄດ້ເລີ່ມສ້າງຂຶ້ນມາແຕ່ເດືອນສິງຫາ 2019 ເຊິ່ງເປັນໂຄງການເງິນກູ້ຈາກອົງການ ຄວາມຮ່ວມມືທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຈາກປະເທດໄທ (ອົງການ NEDA), ລັດຖະບານລາວ ໄດ້ຮັບເງິນກູ້ຢືມເປັນຈຳນວນເງິນ 1.380.067.000 ບາດ (ສະກຸນເງິນໄທ), ໄດ້ແບ່ງອອກເປັນສອງສັນຍາ ຄື: ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນ້ຳຂອງ ເບື້ອງປະເທດລາວ ມີລວງຍາວທັງໝົດ 535 ແມັດ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຂົ້າຂົວ ລວງຍາວທັງໝົດ 2.775 ແມັດ ລວມທັງອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກອື່ນໆເບື້ອງປະເທດລາວ ໄລຍະເວລາກໍ່ສ້າງ 30 ເດືອນ, ໄລຍະຄໍ້າປະກັນ 24 ເດືອນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250