Ministry News

ທ່ານ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເລຂາທິການບໍລິຫານງານຄະນະກຳມາທິການເສດຖະກິດ-ສັງຄົມ ສປຊ ປະຈຳພາກພື້ນອາຊີ-ປາຊີຟິກ (UNESCAP)

2024-01-29 - Xaiya

ໃນຕອນບ່າຍຂອງວັນທີ 29 ມັງກອນ 2024, ທ່ານ ງາມປະສົງ ເມືອງມະນີ,​ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ Armida Salsiah ALISIJABANA, ເລຂາທິການບໍລິຫານງານຄະນະກຳມາທິການເສດຖະກິດ-ສັງຄົມ ສປຊ ປະຈຳພາກພື້ນອາຊີ-ປາຊີຟິກ (UNESCAP) ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ, ໃນລະຫວ່າງວັນທີ 29-30 ມັງກອນ 2024.

ໃນໂອກາດນີ້,​ ທ່ານ ລັດຖະມົນຕີ ງາມປະສົງ ເມືອງມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາງ ອາມີດາ ແລະ ຄະນະເຊິ່ງເປັນຂີດໝາຍສຳຄັນການຮ່ວມມື ລະຫວ່າງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ UNESCAP ໂດຍສະເພາະໃນຂົງເຂດ ທາງລົດໄຟ, ການພັດທະນາສິ່ງອໍານວຍຄວາມສະດວກດ້ານໂລຊິດສະຕິກ,​ ການພັດທະນາຕົວເມືອງອັດສະລິຍະ ແລະ ຄວາມປອດໄພຕາມທ້ອງຖະໜົນ.

ທ່ານ ລັດຖະມົນຕີ ກະຊວງ ຍທຂ ໄດ້ຖືໂອກາດດັ່ງກ່າວສະແດງຄວາມຂອບໃຈ ຕໍ່ UNESCAP ທີ່ໄດ້ໃຫ້ການຊ່ວຍເຫລືອລ້າ ສຳລັບ ໂຄງການປັບປຸງລະບົບການຂັບຂີ່ໃນ ສປປ ລາວ (Improving Driving License in Lao PDR), ໃຫ້ການຊ່ວຍເຫລືອຈັດສຳມະນາສ້າງຂີດຄວາມສາມາດ ກ່ຽວກັບ ການຂົນສົ່ງທາງລົດໄຟລະຫວ່າງປະເທດ ສຳລັບ ສປປ ລາວ (Capacity Building Workshop on Strengthening International Railway Transport in Lao PDR) ແລະ ໃຫ້ການສະໜັບສະໜຸນ ສປປ ລາວ ຈົນໄດ້ເຂົ້າເປັນສະມາຊິກຂອງອົງການເພື່ອການຮ່ວມມືທາງລົດໄຟ (OSJD).

ສຳລັບການຮ່ວມມືໃນຕໍ່ໜ້າ ທັງສອງຝ່າຍເຫັນດີເປັນເອກະພາບ ໃຫ້ຊ່ຽວຊານຂອງ UNESCAP ຊ່ວຍທົບທວນບັນດານິຕິກຳ ກ່ຽວກັບ ທ່າບົກ, ເຂດໂລສິດສະຕິກ ແລະ ເຂດເສດຖະກິດປິ່ນອ້ອມ ເນື່ອງຈາກ UNESCAP ເປັນຜູ້ລິເລີ່ມ ແລະ ມີປະສົບການ ກ່ຽວກັບ ສັນຍາລະຫວ່າງປະເທດວ່າດ້ວຍທ່າບົກ (Intergovernmental Agreement on Dry Ports). ພ້ອມດຽວກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະເໜີຂໍການຊ່ວຍເຫລືອເພີ່ມຕື່ມໃນວຽກງານຄວາມປອດໄພຕາມທ້ອງຖະ ໜົນ ເພື່ອເຮັດໃຫ້ ສປປ ລາວ ສາມາດບັນລຸໄດ້ເປົ້າໝາຍ 2030 ໃນການຫລຸດຜ່ອນອັດຕາການເສຍຊີວິດຈາກອຸບັດຕິເຫດລົງໃຫ້ໄດ້ 50%.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250