Ministry News

ກອງປະຊຸມ ເປີດກວ້າງ ທາບທາມຄຳຄິດເຫັນໃສ່ ຮ່າງ ດໍາລັດ ວ່າດ້ວຍທ່າບົກ (ສະບັບປັບປຸງ) ຄັ້ງວັນທີ 26 ມັງກອນ 2024 ທີ່ ກະຊວງ ຍທຂ

2024-01-26 - Xaiya

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2024 ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ເປີດກອງປະຊຸມເປີດກວ້າງ ທາບທາມຄຳຄິດເຫັນໃສ່ ຮ່າງ ດໍາລັດ ວ່າດ້ວຍທ່າບົກ (ສະບັບປັບປຸງ)  ຮັບກຽດເປັນປະທານໂດຍ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ຕາງໜ້າຈາກ ສະພາແຫ່ງຊາດ, ຫສນຍ, ກະຊວງຍຸຕິທຳ, ກະຊວງກ່ຽວຂ້ອງ, ຜູ້ພັດທະນາທ່າບົກ ແລະ ບັນດາຜູ້ປະກອບການບໍລິການຂົນສົ່ງພາຍໃນປະເທດ ກໍ່ເຂົ້າຮ່ວມ,  


ນັບຕັ້ງແຕ່ປີ 2015 ຍຸດທະສາດການພັດທະນາໂລຊິດສະຕິກທີ່ລັດຖະບານໄດ້ຮັບຮອງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ ຢ່າງຕັ້ງໜ້າ. ຈຸດປະສົງອັນສຳຄັນຂອງຍຸດທະສາດດັ່ງກ່າວ ແມ່ນເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX (9) ຂອງພັກ ໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດບໍລິການທາງຜ່ານ, ເຊື່ອມຈອດພາກພື້ນ ແລະ ເຊື່ອມໂຍງສາກົນທາງດ້ານຄົມມະນາຄົມຂົນສົ່ງ, ສ້າງປັດໃຈເພື່ອຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ທັງນີ້ ກໍ່ເພື່ອເປັນບ່ອນອີງໃຫ້ແກ່ຂະແໜງການຂົນສົ່ງສິນຄ້າ ແລະ ໂລຊິດສະຕິກ ໄດ້ຮັບການພັດທະນາຕາມທິດທີ່ຖືກຕ້ອງ ແລະ ມີປະສິດທິພາບສູງ ພ້ອມທັງ ດຶງດູດທຶນຮອນຈາກຕ່າງປະເທດມາພັດທະນາວຽກງານໂລຊິດສະຕິກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງການຂົນສົ່ງພາຍໃນປະເທດ ໃຫ້ນັບມື້ນັບຂະຫຍາຍຕົວ.

ປັດຈຸບັນ ສປປ ລາວ ແມ່ນມີທ່າບົກທີ່ພວມດໍາເນີນງານແລ້ວ 3 ແຫ່ງ ຄື: ທ່າບົກສະຫວັນນະເຂດ (ເປີດນຳໃຊ້ແຕ່ປີ 2016), ທ່າບົກວັງເຕົ່າ, ແຂວງ ຈຳປາສັກ ແລະ ທ່າບົກທ່ານາແລ້ງ, ນະຄອນຫຼວງວຽງຈັນ (2021). ເຊິ່ງໃນການຄຸ້ມຄອງບັນດາທ່າບົກດັ່ງກ່າວແມ່ນ ລັດຖະບານໄດ້ອອກ ດໍາລັດ ວ່າດ້ວຍທ່າບົກ ສະບັບເລກທີ 513/ລບ, ລົງວັນທີ 4 ສິງຫາ 2021, ພາຍຫຼັງ ຈັດຕັ້ງປະຕິບັດມາໄດ້ໄລຍະໜຶ່ງເຫັນວ່າ ໄດ້ມີຜົນກະທົບຫຼາຍດ້ານ ຕໍ່ຫຼາຍພາກສ່ວນ ໂດຍສະເພາະ ໃນດ້ານການຄຸ້ມຄອງທີ່ຍັງບໍ່ເປັນເອກະພາບກັນ, ບັນຫາຂອດຂັ້ນຢູ່ໃນການບໍລິການທ່າບົກ, ບັນຫາລາຄາຄ່າບໍລິການ, ບັນຫາການເຊື່ອມຈອດທາງດ້ານວຽກງານທາງລົດໄຟ ແລະ ວຽກງານທ່າບົກ ແລະ ບັນຫາອື່ນໆ ເຊິ່ງລັດຖະບານ ໄລຍະຜ່ານມາໄດ້ເອົາໃຈໃສ່ຊີ້ນຳ ແລະ ໃຫ້ທິດທາງຕໍ່ກັບການແກ້ໄຂ ແລະ ມອບໃຫ້ກະຊວງ ຍທຂ ສົມທົບບັນດາຂະແໜງການກ່ຽວຂ້ອງ ປັບປຸງດຳລັດສະບັບດັ່ງກ່າວ ແລະ ໄດ້ແຕ່ງຄະນະຄົ້ນຄວ້າຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ປັບປຸງ ໃຫ້ມີຄວາມສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ.

ຄະນະດັ່ງກ່າວ ໄດ້ຄົ້ນຄວ້າຮ່າງດຳລັດດັ່ງກ່າວ ສຳເລັດຕາມລະດັບຄາດໝາຍ ແລ້ວຈັດກອງປະຊຸມເປີດກວ້າງທາບທາມຄຳຄິດເຫັນຂຶ້ນໃນມື້ນີ້ ເພື່ອປຶກສາຫາລືກັບ ຂະແໜງການພາກລັດ ແລະ ບັນດາພາກທຸລະກິດ ທີ່ກ່ຽວຂ້ອງ ເພື່ອປະກອບຄໍາຄິດຄໍາເຫັນ ໃຫ້ເລິກເຊິ່ງ, ສ້າງສັນ ແລະ ແທດເໝາະກັບຄວາມເປັນຈິງ ເພື່ອເຮັດໃຫ້ດໍາລັດວ່າດ້ວຍທ່າບົກສະບັບປັບປຸງນີ້ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250