Ministry News

ພິທີເຊັນສັນຍາ ກໍ່ສ້າງໄຟສັນຍານຈະລາຈອນໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ

2024-01-18 - Xaiya


ໃນຕອນແລງຂອງວັນທີ 18 ມັງກອນ 2024 ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ຈັດພິທີເຊັນສັນຍາກໍ່ສ້າງໄຟສັນຍານຈະລາຈອນໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນນຳໃຊ້ທຶນກູ້ຢືມ ຈາກ ADB, OPEC Fund, EIB, EU-AIF, GEF ແລະ ລັດຖະບານລາວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ,ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ, ແລະ ຜູ້ໃຫ້ທຶນສາກົນ, ພາກສ່ວນບໍລິສັດຜູ້ຮັບເໝົາ ແລະ ຕາງໜ້າບໍລິສັດທີ່ປຶກສາ ກໍ່ໃຫ້ກຽດເຂົ້າຮ່ວມ.

ທ່ານ ຄຳພັນ ວັນທະນາ ຫົວໜ້າໂຄງການໄດ້ລາຍງານຜົນການກໍ່ສ້າງ ຈະໃຊ້ເວລາປະມານ 10 ເດືອນ, ຊຶ່ງໃນເບື້ອງຕົ້ນ ບໍລິສັດຮັບເໝົາ ຕ້ອງໄດ້ສຳຫຼວດຄືນພື້ນທີ່ ແລະ ຈຸດທີ່ຈະກໍ່ສ້າງ ແລ້ວອອກແບບລາຍລະອຽດການກໍ່ສ້າງ ເພື່ອນຳສະເໜີໂຄງການຮັບຮອງ ພາຍໃນ 60 ວັນ ຫຼັງຈາກເຊັນສັນຍາ.

ພາຍຫລັງໄດ້ຮັບຜົນສຳເລັດຂະບວນການປະມູນ ຈັດຫາເອົາຜູ້ຮັບເໝົາ ກໍ່ສ້າງ ແລະ ຕິດຕັ້ງໄຟສັນຍານຈະລາຈອນ ຕາມການເຫັນດີຂອງຜູ້ໃຫ້ທຶນ ກໍຄື ທະນາຄານພັດທະນາອາຊີ ໃນວັນທີ 05/01/2024 ໃນມູນຄ່າ 1.382.696,36 ໂດລາ ສຫລ (ລວມພາສີ-ອາກອນ);

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250