Ministry News

ກອງປະຊຸມ ປະເມີນຜົນ ຂອງໂຄງການບໍາບັດນໍ້າເປື້ອນ ແບບແຜ່ຂະຫຍາຍ ຈຸລິນຊີຍ່ອຍສະຫຼາຍ ໂດຍນໍາໃຊ້ວັດສະດຸ ມີເດຍ KIDS ຄັ້ງທີ 02

2024-01-17 - Xaiya

ໃນຕອນເຊົ້າຂອງວັນທີ 17 ມັງກອນ 2024 ກົມນ້ຳປະປາ ໄດ້ຈັດກອງປະຊຸມ ປະເມີນຜົນ ຂອງໂຄງການບບັດນໍ້າເປື້ອນ ແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫຼາຍ ໂດຍນໍາໃຊ້ວັດສະດຸ ມີເດຍ KIDS ຄັ້ງທີ 02 ໂດຍມີ ທ່ານ ນາງພູວັນ ແສນບຸດຕະລາດ ຮອງຫົວໜ້າກົມນໍ້າປະປາ ກະຊວງ ຍທຂ, ທ່ານ ITO Noriyuki ຮອງຫົວໜ້າອົງການ JICA ປະຈໍາ ສປປ ລາວ, ທ່ານ ປອ ແຫຼມທອງ ລັດດາວົງ ຄະນະບໍດີ ມະຫາວິທະຍາໄລແຫ່ງຊາດ, ບັນດາ ທ່ານ ຜູ້ຕາງໜ້າຈາກກົມກອງອ້ອມຂ້າງ ກະຊວງ ຍທຂ, ແລະ ກະຊວງທີ່ກ່ຽວຂ້ອງກໍ່ເຂົ້າຮ່ວມ

 

ໂຄງການບໍາບັດນໍ້າເປື້ອນ ເປື້ອນ ແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫຼາຍ ໂດຍນໍາໃຊ້ວັດສະດຸ ມີເດຍ KIDS ເປັນໂຄງການຮ່ວມມືລະຫວ່າງ ກົມນໍ້າປະປ, ອົງການ JICA ແລະ ບໍລິສັດ Accrete Co., Ltd ຍີ່ປຸ່ນ ເຊິ່ງມີບໍລິສັດ Nihon Suido Consultants Co., Ltd ເປັນບໍລິສັດທີ່ປຶກສາ, ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກອົງການ JICA, ຊຶ່ງມີທີ່ຕັ້ງຢູ່ ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດ ດົງໂດກ, ຊຶ່ງໄດ້ເຊັນບົດບັນທຶກການປຶກສາຫາລື (MOM) ໃນຄັ້ງວັນທີ 31 ກໍລະກົດ 2019, ສໍາເລັດການກໍ່ສ້າງ ວັນທີ 29 ກຸມພາ 2023 ແລະ ໄດ້ຈັດພິທີເປີດໂຄງການຢ່າງເປັນທາງການ ໃນຄັ້ງວັນທີ 30 ມີນາ 2023 ພ້ອມກັນນີ້ ກໍໄດ້ຈັດກອງປະຊຸມປະເມີນຜົນຂອງໂຄງການຄັ້ງທີ່ 01 ໃນຄັ້ງວັນທີ 30 ສິງຫາ 2023 ທີ່ຜ່ານມາ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອລາຍງານຜົນໄດ້ຮັບ ແລະ ປະສິດທິພາບຂອງໂຄງການ ພາຍຫຼັງທີ່ໄດ້ຮັບການປັບປຸງ ບັນດາຂໍ້ກໍານົດມາດຕະຖານ ຕະຫຼອດຈົນເຖິງການດໍາເນີນງານ ບໍາລຸງຮັກສາລະບົບການບຳບັດນໍ້າເປື້ອນ ໂດຍນໍາໃຊ້ວັດສະດຸມີເດຍ ແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫຼາຍ KIDS ດັ່ງກ່າວ.

ກົມນ້ຳປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ຈັດຕັ້ງປະຕິບັດໂຄງການ ກໍ່ຄືລັດຖະບານ ແລະ ປະຊາຊົນ ສປປ ລາວ ແລະ ມະຫາວິວິທະຍາໄລແຫ່ງຊາດ,  ລັດຖະບານ ແລະ ປະຊາຊົນ ປະເທດ ຍີ່ປຸ່ນ ກໍ່ຄືອົງການ JICA ແລະ ບໍລິສັດ Accrete Co., Ltd ທີ່ໄດ້ໃຫ້ການຊ່ວຍເຫຼືອ ໃຫ້ແກ່ການພັດທະນາລະບົບບໍາບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫລາຍໂດຍນໍ້າໃຊ້ວັດສະດຸມີເດຍ KIDS ເຊິ່ງເປັນໂຄງການຕົວແບບ ໃນ ສປປລາວ, ເຊິ່ງກິດຈະກຳດັ່ງກ່າວແມ່ນໜຶ່ງໃນກິດຈະກຳທັງໝົດ ຂອງໂຄງການ ທີ່ກຳລັງຈັດຕັ້ງປະຕິບັດພາຍໃຕ້ການຄຸ້ມຄອງ ຂອງກະຊວງ ຍທຂ.

ສປປ ລາວ ແລະ ອົງການ JICA ກໍ່ຄືປະເທດ ຍີ່ປຸ່ນ ໄດ້ມີສາຍສໍາພັນມິດຕະພາບ ແລະ ການຮ່ວມມືກັນ ມາຕັ້ງແຕ່ດົນນານແລ້ວ, ລັດຖະບານ ລາວ ກໍຄື ປະຊາຊົນລາວ ໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ຢ່າງຕໍ່ເນື່ອງ ແລະ ມີລັກສະນະເພີ່ມທະວີຂຶ້ນເລື້ອຍໆ ໃນຫຼາຍໆດ້ານເປັນຕົ້ນແມ່ນ ການພັດທະນາທາງດ້ານເສດຖະກິດ-ສັງຄົມ, ການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະຂະແໜງ ນໍ້າປະປາ ແລະ ສຸຂາພິບານ.

ລັດຖະບານ ຍີ່ປຸ່ນ ບໍ່ພຽງແຕ່ເປັນການສະໜອງ ສິ່ງອໍານວຍຄວາມສະດວກ ສໍາລັບການກໍ່ສ້າງ, ຂະຫຍາຍ ແລະ ປັບປຸງພື້ນຖານໂຄງລ່າງເທົ່ານັ້ນ ແຕ່ຍັງໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ ວິຊາການນໍາອີກ ດ້ວຍການສົ່ງຊ່ຽວຊານ ແລະ ອາສາສະໝັກຂອງອົງການ JICA ມາປະຕິບັດງານ ຢູ່ສປປ ລາວ.

ໂຄງການເຫຼົ່ານີ້ ລ້ວນແຕ່ໄດ້ນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງ ມາສູ່ການພັດທະນາ ແລະ ຍົກສູງ ລະດັບຊີວິດ ການເປັນຢູ່ ຂອງປະຊາຊົນລາວ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250