Ministry News

ຍທຂ ເຊື່ອມຊຶມເອກະສານ ກະກຽມດຳເນີນກອງປະຊຸມ 3 ຂັ້ນ

2023-12-10 - Sayphone



ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ໃນວັນທີ 8 ທັນວາ 2023 ທີ່ກະຊວງ ຍທຂ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ຍທຂ; ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກກະຊວງ; ບັນດາສະຫາຍຄະນະຫນ່ວຍພັກຮາກຖານຂອງບັນດາກົມ, ຫ້ອງການ, ສະຖາບັນ , ກອງວິຊາການ, ລັດວິສາຫະກິດ, ພະນັກງານຫຼັກແຫ່ລງ ແລະ ສະມາຊິກພັກ ອ້ອມຂ້າງກະຊວງ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ເຜີຍແຜ່ 3 ເອກະສານປະກອບມີ: ຄຳແນະນຳ ກ່ຽວກັບການສ້າງຂະບວນການ ເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄວາມເຂົ້າໃຈກ່ຽວກັບ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ, ຕັ້ງໜ້າຝຶກຜົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ແລະ ເອກະສານ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ ສະມາຊິກພັກ.




About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250