Ministry News

ກົມຂົນສົ່ງ ມອບລົດກະບະ ໃຫ້ກົມຕຳຫຼວດຈະລາຈອນ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ

2023-12-08 - Viengkhone



ໃນຄັ້ງວັນທີ 07 ທັນວາ 2023 ຜ່ານມາ, ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີມອບ-ຮັບລົດ ກະບະ, ຍີ່ຫໍ້ KIA, ລຸ້ນ K300S, ຈຳນວນ 04 ຄັນ, ລວມມູນຄ່າ 99.800 ໂດລາ ໃຫ້ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ, ໂດຍມີ ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງ ຍທຂ, ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າ ກົມຕຳຫຼວດຈະລາຈອນ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການມອບລົດກະບະຈຳນວນດັ່ງກ່າວໃນຄັ້ງນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ມອບລົດຈຳນວນ 04 ຄັນ, ໃຫ້ແກ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ເພື່ອມອບຕໍ່ໃຫ້ ກອງຮ້ອຍຕຳຫຼວດຈະລາຈອນ ສະເພາະ 04 ເມືອງ, ຂອງ 08 ເມືອງ ທີ່ຢູ່ໃນແຂວງ (ໄຊຍະບູລີ, ອຸດົມໄຊ, ຜົ້ງສາລີ).

ໂດຍຈະຄັດເລື້ອກເອົາເມືອງທີ່ເໝາະສົມ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ ແລະ ມີຄວາມສະຫງົບ ໃນຂອບເຂດຄວາມຮັບຜິດຊອບຂອງຕົນເອງ ພາຍໃຕ້ໂຄງການ ພັດທະນາແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອໂຍງ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250