Ministry News

ພິທີເປີດສາຍການບິນຫວຽດເຈັດ ເປີດຖ້ຽວບິນກົງເຊື່ອມຕໍ່ ວຽງຈັນ-ໂຮຈີມິງ

2023-12-04 - Xaiya


ໃນຕອນເຊົ້າ ຂອງວັນທີ 04 ທັນວາ 2023 ທີ່ ຫ້ອງການສໍານັກງານໃຫຍ່ ລັດວິສາຫະກິດການບິນລາວ ທີ່ ສະໜາມບິນ ສາກົນ ວັດໄຕ ໄດ້ມີ ພິທີ ຕ້ອນຮັບ ສະຫາຍ ເວືອງ ດິງ ເຫວະ (Vuong Dinh Hue), ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ຜູ້ ແທນ ໄດ້ມາຢ້ຽມຢາມ ອູ່ສ້ອມແປງບໍາລຸງເຮືອບິນ ແລະ ຫ້ອງການສໍານັກງານໃຫ່ຍ ລັດວິສາຫະກິດການບິນລາວ . ຕາງໜ້າ ລັດຖະບານ ສປປ ລາວ ລາວ ເປັນກຽດເຂົ້າຮ່ວມ ມີ ທ່ານ ນາງ ສູນທອນ ໄຊຍະຈັກ, ເລຂາທິການ ສູນກາງພັກ ປະຊາຊົນປະຕິວັດລາວ, ຮອງປະທານ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ພ້ອມດ້ວຍ ຄະນະຜູ້ແທນ ເປັນຜູ້ຮັບຕ້ອນຄະນະດັ່ງກ່າວ, ທ່ານ ງາມປະສົງ ເມືອງມະນີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງໂຍທາ ທິການ ແລະ ຂົນສົ່ງ ກໍ່ໄດ້ເຂົ້າຮ່ວມ ລວມທັງ ບັນດາທ່ານ ຕ່າງໜ້າ ຫ້ອງການກະຊວງ ໂຍທາທິການ ແລະ ຂົນສົ່ງ, ກົມການບິນພົນລະເຮືອນ, ກອງສະໜາມບິນລາວ, ກອງຈໍລະຈອນອາກາດລາວ, ຜູ້ອໍານວຍການໃຫຍ່ ພ້ອມຄະນະ ແລະ ພະນັກງານລັດວິສາຫະກິດການບິນລາວ ກໍ່ໄດ້ເຂົ້າຮ່ວມ. ຈຸດປະສົງ ໃນການມາຢ້ຽມຢາມ ລັດວິສາຫະກິດການບິນລາວ ໃນຄັ້ງນີ້ ເພື່ອ ມາຢ້ຽມຢາມ ແລະ
ເຂົ້າຮ່ວມພິທີລົງນາມດ້ານການຮ່ວມມືລະຫວ່າງລັດວິສາຫະກິດການບິນລາວ ແລະ ສາຍການບິນຫວຽດເຈັດ. ເຊິ່ງເປັນຄວາມໝາຍອັນຍິ່ງໃຫຍ່, ເປັນການຮ່ວມມືລະຫວ່າງສອງຊາດ ແລະ ສອງສາຍການບິນ.ໂດຍສະເພາະ ໃນຂົງເຂດວຽກງານສ້ອມບຳລຸງເຮືອບິນ ດ້ານເຕັກນິກ ແລະ ສັນຍາຮ່ວມມືທາງດ້ານການປະຕິບັດຖ້ຽວບິນ, ຮ່ວມມືທາງດ້ານການຂາຍ ແລະ ແລກປ່ຽນບ່ອນນັ່ງ(Interline and Code-share),ລວມທັງການຍົກລະດັບພະນັກງານ ການຝຶກອົບຮົມ ຊຶ່ງຖືວ່າເປັນບາດກ້າວທີ່ສໍາຄັນ ໃນການຮ່ວມມືຕໍ່ຂະແໜງການຂົນສົ່ງທາງອາກາດ.

ລັດວິສາຫະກິດການບິນລາວ ແລະ ສາຍການບິນຫວຽດເຈັດ
ໄດ້ມີການພົບປະແລກປ່ຽນ-ຄົ້ນຄວ້າຄວາມເປັນໄດ້ໃນການຮ່ວມມືໃນຂົງເຂດຕ່າງໆ ແລະ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານເຕັກນິກ ໃນວັນທີ 31 ພຶດສະພາ 2023, ຈາກນັ້ນໄດ້ ເຊັນສັນຍາຮ່ວມມືການສ້ອມບຳລຸງເຮືອບິນແທນ  ໃນວັນທີ 8 ກໍລະກົດ 2023. ເຊິ່ງນັບຕັ້ງແຕ່ມື້ລົງນາມ, ສາຍການບິນຫວຽດເຈັດໄດ້ນຳເຮືອບິນເຂົ້າມາສ້ອມບຳລຸງຢູ່ອູ່ຂອງ ກບລ ຈຳນວນ 17 ຄັ້ງ, ໃນນັ້ນ ມີເຮືອບິນ A320/321 ຈຳນວນ 10 ລຳ, A330 ຈຳນວນ 07 ລໍາ ແລະ ໃນເດືອນ ທັນວາ ມີແຜນ 04 ລຳ.

 

ຈາກຜົນສຳເລັດດັ່ງກ່າວ, ລັດວິສາຫະກິດການບິນລາວ ແລະ ສາຍການບິນຫວຽດເຈັດ ໄດ້ສືບຕໍ່ຜັນຂະຫຍາຍການຮ່ວມມືລະຫວ່າງ ສອງສາຍການບິນໃຫ້ສູ່ລວງເລິກ, ມີປະສິດທິຜົນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຫຼາຍກວ່າເກົ່າ ໂດຍສະເພາະໃນຂົງເຂດວຽກງານສ້ອມບໍາລຸງເຮືອບິນ, ຂະຫຍາຍຕະໜ່າງເຄືອຂ່າຍການຂາຍ ແລະ ການຝຶກອົບຮົມເປັນຕົ້ນ.
ການຮ່ວມມືດັ່ງກ່າວນີ້, ຈະເປັນບາດກ້າວທີ່ສຳຄັນໃນການຊຸກຍູ້ ແລະ ສົ່ງເສີມ ການໄປມາຫາສູ່, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວລະຫວ່າງ ສອງຊາດ ກໍ່ຄື ໃນອານຸພາກພື້ນໃຫ້ໄດ້ຮັບການຍົກລະດັບໃຫ້ດີກວ່າເກົ່າ. ນອກນີ້ຍັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ແບບພິເສດລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຍິ່ງຂຶ້ນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250