Ministry News

ກອງປະຊຸມ ສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ແລະ ຜ່ານແຜນການປະຈຳປີ 2024 ຂອງໂຄງການຍົກລະດັບການຄຸ້ມຄອງຊັບສິນຄົງທີ່ ດ້ວຍການນໍາໃຊ້ລະບົບຂໍ້ມູນຂ່າວສານດ້ານພູມີສາດ (GIS) ພາຍໃຕ້ທຶນ ຂອງວິສາຫະກິດດ້ານນ້ຳ ຂອງເມືອງອໍາສະເຕີດໍາ (Waternet Amsterdam),

2023-11-30 - Sayphone


ໃນຕອນເຊົ້າຂອງວັນທີ 30 ພະຈິກ 2023 ທີ່ສະຖາບັນຝຶກອົບຮົມໂຍທາທິການ ແລະ ຂົນສົ່ງ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ແລະ ຜ່ານແຜນການປະຈໍາປີ 2024 ຂອງໂຄງການຍົກລະດັບການຄຸ້ມຄອງຊັບສິນຄົງທີ່ ດ້ວຍການນໍາໃຊ້ລະບົບຂໍ້ມູນຂ່າວສານດ້ານພູມີສາດ (GIS) ພາຍໃຕ້ທຶນ ຂອງວິສາຫະກິດດ້ານນ້ຳ ຂອງເມືອງອໍາສະເຕີດໍາ (Waternet Amsterdam), ໂດຍການເປັນປະທານຮ່ວມ ຂອງທ່ານ ສົມປອງ ສິດທິວົງ ຫົວໜ້າກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ Kees Van Der Lugth (ຄີສ ວັນເດີລຸກ) ຫົວໜ້າປະຈໍາພາກພຶ້ນ ຂອງໂຄງການ World Waternet Amsterdam, ມີຜູ້ເຂົ້າຮ່ວມຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ອົງການໄຈກາ ເມືອງໂຢໂກຮາມາ ປະເທດອໍສະເຕີດໍາ, ພະແນກ ໂຍທາທິການ ແລະ ຂົນສົ່ງ ແລະ ລັດວິສາຫະກິດນໍ້າປະປາ ແຂວງ, ນະຄອນຫຼວງວຽງຈັນ ລວມທັງໝົດ 50 ທ່ານ.

ໂດຍປະຕິບັດຕາມເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 06  ທີ່ອົງການສະຫະປະຊາຊາດໄດ້ລະບຸໄວ້ ໂດຍສະເພາະແມ່ນ SDG 6.1: ພາຍໃນປີ 2030 ໃຫ້ທຸກຄົນສາມາດເຂົ້າເຖິງນໍ້າດື່ມທີ່ປອດໄພ ແລະ ລາຄາບໍ່ແພງ ຢ່າງທົ່ວເຖິງ ແລະ ເທົ່າທຽມກັນ. ໂດຍອີງຕາມ ວິໄສຮອດປີ 2035, ຍຸດທະສາດການພັດທະນາຂະແໜງນໍ້າປະປາ ແລະ ສຸຂາພິບານ ໄລຍະ 09 ປີ (2022-2030) ແລະ ແຜນພັດທະນາ ໄລຍະ 04 ປີ (2022-2025) ໃນນັ້ນ ເປົ້າໝາຍລວມຂອງຍຸດ​ທະ​ສາດ​ດັ່ງກ່າວ ໄລ​ຍະແຕ່ນີ້ຮອດປີ 2030 ໃຫ້ໝົດທຸກຄົນທີ່ດໍາລົງຊີວິດຢູ່ໃນຕົວເມືອງ ເຂົ້າເຖິງນໍ້າປະປາ ແລະ ສຸຂາພິບານ ທີ່ມີການຄຸ້ມຄອງຢ່າງປອດໄພ, ກວ້າງຂວາງ, ທົ່ວເຖິງ, ທີ່ເປັນໜ້າເພິ່ງພໍໃຈ ແລະ ໃນລາຄາທີ່ສົມເຫດສົມຜົນ ໂດຍສູ້ຊົນຮັບປະກັນໃຫ້ ປະຊາກອນ 90% ທີ່ອາໄສໃນເທດສະບານແຂວງ  ແລະ ເມືອງ ເຂົ້າເຖິງນໍ້າປະປາ ທີ່ສະອາດ ປອດໄພ.

ການຈັດຕັ້ງປະຕິບັດ ໂຄງການຍົກລະດັບການຄຸ້ມຄອງຊັບສິນຄົງທີ່ ດ້ວຍການນໍາໃຊ້ລະບົບຂໍ້ມູນຂ່າວສານດ້ານພູມີສາດ (GIS) ພາຍໃຕ້ທຶນຊ່ວຍເຫຼືອລ້າ ຂອງວິສາຫະກິດດ້ານນ້ຳ ຂອງເມືອງອໍາສະເຕີດໍາ ( Waternet Amsterdam) ໄດ້ແບ່ງອອກເປັນ 3 ໄລຍະດັ່ງລາຍລະອຽດລຸ່ມນີ້:

-     ໄລຍະ​ທີ Iແຕ່​ປີ 2018-2021:  ​​ໂດຍ​ຈັດ​ສັນ​ງົບປະມານ ​​ໃນ​ການຈັດ​ຕັ້ງ​ປະຕິບັດ ​ແມ່ນປະມານ 100.000 ​ເອີ​ໂຣ ຕໍ່ປີ ເຂົ້າໃນ​ການ​ຊ່ວຍ​ເຫຼື​ທາງ​ດ້ານ​ເຕັກນິກ ແລະ ວິຊາການ ​ໃຫ້​ແກ່ລັດ​ວິ​ສາ​ຫະກິດ​ນໍ້າ​ປະປາ ແຂວງຫຼວງນໍ້າທາ ແລະ ແຂວງໃກ້ຄຽງ ພ້ອມ​ດຽວ​ກັນ​ນັ້ນ​ລັດ​ວິ​ສາ​ຫະກິດ​ນໍ້າ​ປະປາ ຍັງ​ຈະ​ໄດ້​ສົບ​ທົບ​ງົບປະມານ​ຈຳນວນ​ໜຶ່ງ ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະ​ຕິ​ບັດ; ເຊິ່ງຜົນການຈັດຕັ້ງປະຕິບັດໂຄງການໄລຍະທີ່ 1 ແມ່ນ ສາມາດ​ສ້າງ​ແຜນ​ທີ່ຄຸ້ມ​ຄອງ​ຊັບ​ສິນຄົງທີ່ ​ໃຫ້​ແກ່ ລັດ​ວິ​ສາ​ຫະກິດ​ນໍ້າ​ປະປາ​ແຂວງ​ຫຼວງ​ນໍ້າ​ທາ ແລະ ແຂວງໃກ້ຄຽງ ໂດຍ​ນຳ​ໃຊ້​ລະບົບ GIS ເຊິ່ງໄດ້ລວມ​ເອົາບັນດາໜ້າ​ວຽກ​ ຄື: (1) ການ​ຄຸ້ມ​ຄອງນໍ້າ​ສູນ​​ເສຍໃນ​ລະບົບ​ນໍ້າ​ປະປາ, (2) ການ​ຄຸ້ມ​ຄອງ​ຂໍ້​ມູນ​ຂອງ​ລູກ​ຄ້າ ທີ່​ໄດ້​ຮັບ​ການ​ບໍ​ລິ​ການ​ທັງ​ໝົດ, (3) ການ​ຄຸ້ມ​ຄອງ​ແຮງ​ດັນ​ໃນລະບົບ​ທໍ່​ນໍ້າ​ປະປາ ​ແລະ (4) ການ​ຄຸ້ມ​ຄອງ​ຄຸນ​ນະພາ​ບນໍ້າ​ເປັນ​ຕົ້ນ.

 

-       ໄລຍະທີ II ແຕ່ປີ 2023-2026: ກິດຈະກຳຫຼັກ ຂອງໄລຍະ 2 ຈະປະກອບມີ ການຄຸ້ມຄອງຊັບສິນຄົງທີ່ ໂດຍການນຳໃຊ້​ລະບົບ GIS, ການຄຸ້ມຄອງນໍ້າສູນເສຍ ແລະ ນໍ້າແຈກ, ນໍ້າຜະລິດ ແລະ ການວາງແຜນການພັດທະນາຕໍ່ໜ້າ ໃຫ້ແກ່ 8 ລັດວິສາຫະກິດນໍ້າປະປາ ຢູ່ ສປປ ລາວ ຄື: ລັດວິສາຫະກິດນໍ້າປະປາ ແຂວງຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ຫົວພັນ, ເຊກອງ ແລະ ແຂວງຈໍາປາສັກ; ຜ່ານການຈັດຕັ້ງປິຕິບັດ ວຽກງານໄລຍະ 2 ໃນ ປີ ຜ່ານມາ ແມ່ນສາມາດ ລົງຕິດຕາມ ແລະ ສອນກັບທີ່ ກ່ຽວກັບ ວຽກງານຄຸ້ມຄອງນໍ້າສູນເສຍໃນລະບົບສາຍທໍ່ ດ້ວຍການນໍາໃຊ້ລະບົບຂໍ້ມູນຂ່າວສານດ້ານພູມີສາດ GIS, ຊຸກຍູ້ ແລະ ເຮັດໃຫ້ການຄຸ້ມຄອງຂໍ້ມູນຂອງລູກຄ້າ ທີ່ໄດ້ຮັບການບໍລິການດີຂຶ້ນ,  ຕິດຕາມ ແລະ ກວດກາ ແຮງດັນນ້ຳໃນລະບົບສາຍທໍ່ ຂອງລັດວິສາຫະກິດນ້ຳປະປາ ແຂວງຫຼວງນ້ຳທາ, ຕິດຕາມ ແລະ ກວດກາຄຸນນະພາບນ້ຳ ຮ່ວມກັບ ພະນັກງານລັດວິສາຫະກິດນ້ຳປະປາແຂວງ, ໄດ້ສຳເລັດການຮ່າງຄູ່ມືການນຳໃຊ້ ໂປຣແກມ GIS ເຂົ້າໃນການຄຸ້ມຄອງວຽກງານນໍ້າປະປາ ສະບັບ ພາສາອັງກິດ ແລະ ແປເປັນພາສາລາວ,  ມອບ-ຮັບ ຄອມພິວເຕີ ໃຫ້ ລັດວິສາຫະກິດນ້ຳປະປາ ແຂວງຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ ແລະ ຫຼວງພະບາງ ຈຳນວນ ແຂວງລະ 01 ເຄື່ອງ ເພື່ອນໍາໃຊ້ເຂົ້າໃນວຽກງານ GIS.

-   ໄລຍະ​ທີ III ​ແຕ່​ປີ 2027-2030:  ​ແມ່ນ​ຈະ​ໄດ້​ປຶກສາ​ຫາລື​ຕື່ມ ​ໃນ​ການກຳນົດຂອບເຂດວຽກ ທີ່ຈະໃຫ້ການຊ່ວຍເຫຼືອ ບັນດາ​ລັດ​ວິ​ສາ​ຫະກິດ​ອື່ນໆ ​ໂດຍ​ການ​ນຳ​ໃຊ້​ວິຊາ​ການ​ທີ່​ໄດ້​ຮັບ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ ​ໃນ​ໄລຍະ​ທີ່ 1 ແລະ ໄລຍະທີ່ 2.

 

ອີງໃສ່ ຜົນສຳ​ເລັດ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ການຍົກລະດັບການຄຸ້ມຄອງຊັບສິນຄົງທີ່ ດ້ວຍການນໍາໃຊ້ລະບົບຂໍ້ມູນຂ່າວສານດ້ານພູມີສາດ (GIS ) ເຂົ້າການຄຸ້ມຄອງ ແລະ ບໍລິຫານຈັດການ ຂໍ້ມູນຂ່າວສານ ຂອງລັດວິສາຫະກິດນໍ້າປະປາ ໃຫ້ມີຄວາມທັນໄໝ ແລະ ສອດຄ່ອງກັບສະພາບຕົວຈີ່ງໃນປັດຈຸບັນ ແມ່ນມີຄວາມຈຳເປັນ, ໂດຍສະເພາະແມ່ນການຄຸ້ມຄອງ ແລະ ບໍລິຫານຈັດການ ຂໍ້ມູນ ລະບົບສາຍທໍ່, ລະບົບໂຮງງານ ເຊິ່ງເປັນປັດໄຈຫຼັກ ທີ່ຈະສາມາດຫຼຸດຜ່ອນນ້ຳບໍ່ສ້າງລາຍຮັບ ແລະ ຈະສາມາດເພີ່ມລາຍຮັບ ຫຼຸດລາຍຈ່າຍ ຂອງລັດວິສາຫະກິດນ້ຳປະປາ ໄດ້ຢ່າງມະຫາສານ ເພື່ອເຮັດໃຫ້ລັດວິສາຫະກິດນ້ຳປະປາ ມີກຳໄລ ແລະ ຍືນຍົງໄດ້.

 

ຄຽງຄູ່ກັບການຈັດຕັ້ງປະຕິບັດໂຄງການ ຍັງມີຊ່ຽວຊານໜຸ່ມ ຂອງປະເທດໂຮນລັງ 1 ທ່ານ ແລະ ຊ່ຽວຊານໜຸ່ມ ຂອງກົມນ້ຳປະປາ 1 ທ່ານ ທີ່ເຮັດວຽກເພື່ອຊຸກຍູ້ ແລະ ສະໜັບສະໜູນ ໃນການຈັດຕັ້ງປະຕິບັດໂຄງການຍົກລະດັບການຄຸ້ມຄອງຊັບສິນຄົງທີ່ ດ້ວຍການນໍາໃຊ້ລະບົບຂໍ້ມູນຂ່າວສານດ້ານພູມີສາດ (GIS), ປັດຈຸບັນຊ່ຽວຊານໜຸ່ມຊຸດເກົ່າ ແມ່ນຈະສິນສຸດໃນເດືອນທັນວາ 2023 ແລະ ກໍາລັງພິຈາລະນາຮັບຮອງຊ່ຽວຊານໜຸ່ມ ຊຸດໃຫມ່ ຈາກຂະແໜງນໍາປະປາ ຈາກ ສປປ ລາວ ແລະ ປະເທດໂຮນລັງ ເຊິ່ງຊ່ຽວຊານຈະຕ້ອງຜ່ານການຄັດເລືອກຕາມເງື່ອນໄຂ ຂອງຫ້ອງການຊ່ຽວຊານ ປະຈຳຢູ່ປະເທດໂຮນລັງ ເພື່ອຜ່ານຕາມຂັ້ນຕອນ ຊ່ຽວຊານແຕ່ລະຄົນ ຈະໄດ້ໄປເຂົ້າຮ່ວມຝຶກອົບຮົມ ແລະ ທັດສະນະ ຢູ່ ປະເທດ ໂຮນລັງ ຕາມແຜນ ຂອງຫ້ອງການຊ່ຽວຊານໄດ້ກຳນົດໄວ້. 



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250