Ministry News

ຍທຂ ເຊື່ອມຊຶມມະຕິຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI, ປາຖະກະຖາວັນຊາດທີ 2 ທັນວາຄົບຮອບ 48 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ

2023-12-01 - Sayphone



ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ XI, ປາຖະກະຖາວັນຊາດທີ 2 ທັນວາຄົບຮອບ 48 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ໄດ້ຈັດຂຶ້ນໃນວັນທີ 30 ພະຈິກ 2023, ທີ່ກະຊວງ ຍທຂ, ໂດຍໃຫ້ກຽດຂຶ້ນເຜີຍແຜ່ ແລະ ປາຖະກະຖາຄັ້ງນີ້ໂດຍສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ຍທຂ, ມີບັນດາສະຫາຍຄະນະປະຈຳ, ກຳມະການພັກກະຊວງ, ຄະນະໜ່ວຍພັກຮາກຖານ, ບັນດາຫົວໜ້າ, ຮອງຫົວ ໜ້າຫ້ອງການ, ກົມ, ສະຖາບັນ, ກອງວິຊາການ, ຜູ້ອຳນວຍການ, ຮອງອຳນວຍການ ລັດວິສາຫະກິດອ້ອມຂ້າງກະຊວງ ຍທຂ ເຂົ້າຮ່ວມ.

ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ຍທຂ ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, ສະໄໝທີ XI ຕໍ່ກອງປະຊຸມ ເຊິ່ງໄດ້ລົງເລີກໃສຄວາມເປັນເຈົ້າການຍົກສູງຄວາມຮັບຜິດຊອບການເມືອງ ໃນການປະຕິບັດມະຕິດັ່ງກາ່ວ ໃຫ້ເປັນແຜນການ, ແຜນໂຄງການລະອຽດ ຕິດພັນກບວຽກງານຕົວຈິງຂອງຂະແໜງການ ຍທຂ, ຍູ້ແຮງການຈັດຕັ້ງຜັນຂະຫາຍາເຂົ້າສູ່ຊິວິດຕົວຈິງໃຫ້ເປັນຂະບວນຟົດຟື້ນ, ກ້ວາງຂວາງ, ແຂງແຮງຂອງມະຫາຊົນສ້າງການຫັນປ່ຽນທາງດ້ານຄວາມຮັບຮູ້, ທັດສະນະ, ແນວຄິດ ແລະ ການກະທຳ ແນໃສ່ສົ່ງເສີມດ້ານດີ, ແກ້ໄຂຂໍ້ບົກຜ່ອງ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆໃນໄລຍະຜ່ານມາ, ສ້າງຄວາມເຊື່ອໝັ້ນຂອງພະນັກງານຕໍ່ການນຳພາຂອງພັກ ແລະ ການບໍລິຫານຄຸ້ມຄອງຂອງລັດ. ໃນໂອກາດດຽວກັນນີ້ ທ່ານຍັງ ຍົກໃຫ້ເຫັນມູນເຊື້ອ ແລະ ພາລະກິດ ຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນໍາ - ນໍາພາ ຂອງພັກ, ຖືເອົາໂອກາດນີ້ສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບ, ລັດຖະກອນ ໃຫ້ຍົກສູງນໍ້າໃຈຮັກຊາດ, ເສີມຂະຫຍາຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ປະຊາຊົນບັນດາເຜົ່າ ແລະ ຍູ້ແຮງບົດບາດການນໍາ ຂອງພັກ, ຖືເອົາການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ເປັນການໂຄສະນາປຸກລະດົມນໍ້າ ໃຈຮັກຊາດ ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມທຸກກໍາລັງ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກາງສະໄໝ ໃຫ້ປະກົດຜົນເປັນຈິງ ເພື່ອລະນຶກເຖິງຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ຮໍ່າຮຽນເອົາແບບຢ່າງອັນດີງາມ ທີ່ເປັນມໍລະດົກອັນລ້ໍາຄ່າຂອງເພິ່ນ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານ, ສະມາຊິກພັກ ທີ່ດີ ເພື່ອສືບທອດພາລະກິດຂອງພັກ, ຖືເອົາການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ເປັນກິດຈະກໍາໜຶ່ງໃນຂະບວນການ ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ເພື່ອສ້າງຄວາມຮັບຮູ້ ເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ຜົນງານ ແລະ ໄຊຊະນະ ກໍຄືມູນເຊື້ອການຕໍ່ສູ້ອັນບາກບັ່ນ ພະຍາຍາມຂອງປະຊາຊົນລາວ ບັນດາເຜົ່າ ໂດຍພາຍໃຕ້ການນໍາພາຂອງພັກ ໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ, ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ທັງເຮັດສໍາເລັດໜ້າທີ່ວຽກງານ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.







About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250