Ministry News

ພິທີປິດຜົນສໍາເລັດຂອງບັ້ນຝຶກອົບຮົມຫຼັກສູດທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 50 ວັນ, ຊຸດທີ 25 ໃຫ້ແກ່ພະນັກງານຫຼັກແຫຼ່ງ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ; ແຕ່ວັນທີ 18 ກັນຍາ ຫາ 24 ພະຈິກ 2023

2023-11-23 - Xaiya

ໃນຕອນເຊົ້າຂອງວັນທີ 23 ພະຈິກ 2023 ໄດ້ມີພິທີປິດການຝຶກອົບຮົມຫຼັກສູດ ທິດສະດີການເມືອງ ແລະ ການປົກຄອງຄັ້ງນີ້ໄດ້ດໍາເນີນ ການຝຶກມາແຕ່ວັນທີ 18 ກັນຍາ ຈົນເຖິງວັນທີ 24 ພະຈິກ 2023 ລວມເວລາເປັນ 50 ວັນ. 

ໃຫ້ກຽດເປັນປະທານ ແລະ ມອບໃບຢັ້ງຢືນການຝຶກອົບຮົມໃນຄັ້ງໂດຍ ທ່ານ ປອ ດາວສະຫວັນເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ໄຊສົງຄາມ ມະໂນທຳ ຄະນະປະຈຳພັກກະຊວງ ຫົວໜ້າກົມທາງລົດໄຟ, ແລະ ພະນັກງານທີ່ກ່ຽວຂ້ອງກໍ່ໃຫ້ກຽດເຂົ້າຮ່ວມ.      

ການຝຶກອົບຮົມ ໃນຄັ້ງນີ້ ມີນັກຝຶກ ທັງໝົດ 34 ທ່ານ ເປັນຍິງ 08 ທ່ານ. ໃນ​ນີ້​ເປັນສະ​ມາ​ຊິກ​ພັກ​ສົມ​ບູນ ທັງໝົດ. ນີ້ສະແດງໃຫ້ເຫັນໄດ້ວ່າ ຄະນະພັກຄະນະນຳຂອງ ກະຊວງ ຍທຂ ພວກເຮົາ ໄດ້ໃຫ້ຄວາມສຳຄັນຕໍ່ການຍົກລະດັບ ຄວາມຮູ້ ຄວາມສາມາດທາງດ້ານ ທິດສະດີການເມືອງ-ການປົກຄອງ ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ພະ​ນັກ​ງານ​ສືບ​ທອດ ຂອງຕົນເປັນສຳຄັນຍິ່ງ.

ບັນດານັກຝຶກຈຳ​ນວນ​ທັງ​ໝົດແມ່ນມາຈາກ  25 ພາກ​ສ່ວນຂອງ ບັນດາກົມ, ອົງການ, ກອງ, ສະຖາບັນ,  ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນບໍລິສັດ ລັດວິສາຫະກິດ ອ້ອມຂ້າງກະຊວງ.

ດ້ານເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ການ​ຝຶກ​ອົບ​ຮົມ ແມ່ນປະກອບມີ​ 5 ກຸ່ມວິຊາຮຽນ, ມີທັດສະນະສຶກສາ ແລະຂຽນບົດເກັບກ່ຽວ ລວມຊົ່ວໂມງຮຽນທັງໝົດ 315 ຊມ ຫຼື 33 ບົດຄື:

1.    ​ວິຊາປັດ​ຊະ​ຍາມາກ-ເລນິນ ປະກອບ​ມີ 6 ບົດ,  ລວມທັງ​ໝົດ 62 ຊົ່ວ​ໂມງ. ໃນນັ້ນຈະປະກອບມີ ຟັງລາຍງານເພີ່ມ, ຄົ້ນຄວ້າ, ສໍາມະນາ, ແກ້ຂໍ້ຂ້ອງໃຈ ແລະຂຽນບົດຈົບວິຊາ;

2.   ວິຊາເສດຖະສາດການເມືອງມາກ-ເລນິນ ປະກອບ​ມີ 8 ບົດ,  

3.   ວິຊາລັດຖິສັງຄົມນິຍົມວິທະຍາສາດ ປະກອບ​ມີ 6 ບົດ

4.   ວິຊາປົກຄອງບໍລິຫານລັດ ປະກອບ​ມີ 8 ບົດ,  

5.   ວິຊາກໍ່ສ້າງພັກ ປະກອບ​ມີ 5 ບົດ,  

-     ຂຽນບົດເກັບກ່ຽວດ້ວຍຕົນເອງ (ຜູ້ລະປະມານ 5-10 ໜ້າ)

ຫຼັກສູດດັ່ງກ່າວສາມາດຈໍາແນກອອກເປັນຈໍານວນຊົ່ວໂມງຮຽນ ແລະ ເຄື່ອນໄຫວ ພາຍໃນ ຫຼັກສູດ ດັ່ງນີ້:

ການກຳນົດປະຕິບັດແຜນຝຶກອົບຮົມ ໄດ້ຈັດຕັ້ງດັ່ງນີ້:

- ອາທິດໜຶ່ງຮຽນ          05      ວັນ;

- ວັນໜຶ່ງຮຽນ             07  ຊົ່ວໂມງ;

- ຕອນເຊົ້າເລີ່ມຮຽນ       8:30-12:00 ໂມງ;

- ຕອນແລງເລີ່ມຮຽນ        13:00-16:00 ໂມງ;

ການຂຶ້ນຫ້ອງສອນຂອງອາຈານໄດ້ແບ່ງລະອຽດຄື:

- ອາຈານຂຶ້ນຫ້ອງບັນລະຍາຍ        230 ຊມ;

- ຄົ້ນຄວ້າສຳມະນາລວມຫ້ອງ         48 ຊມ;

- ແກ້ຂໍ້ຂ້ອງໃຈ                          16 ຊມ;

- ຜ່ານບົດເກັບກ່ຽວ                     07 ຊມ;

- ສະຫຼຸບສ່ອງແສງ ແລະ ພິທີປິດ         07 ຊມ;

 

ການຂຶ້ນ​ຫ້ອງ​ສອນຄັ້ງນີ້ ມີບັນດາຄູອາຈານເຂົ້າຮ່ວມສິດສອນທັງໝົດ 28 ທ່ານ, ເປັນຍິງ 09 ທ່ານ ຊຶ່ງທັງໝົດແມ່ນມາຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ພາຍຫຼັງສໍາເລັດການຮຽນຕາມຫຼັກສູດ 45 ຂອງ ສມປຊ, ສະຖາບັນໄດ້ຮຽນເຊີນ ການນໍາສູງສຸດຂອງກະຊວງ, ຄະນະປະຈໍາພັກ, ຄະນະພັກ ແລະ ຄະນະນໍາ ຂອງບັນດາກົມ ໃນກະຊວງ ຍທຂ, ລວມມີ 04 ທ່ານ, ເພື່ອໃຫ້ຄວາມຮູ້ ແລະ ໂອ້ລົມໃຫ້ທິດທາງແກ່ນັກຝຶກ ເພື່ອໃຫ້ເຂົາເຈົ້າຮຽນຮູ້ວິທີການໝູນໃຊ້ ບັນດາທິດສະດີທີ່ໄດ້ຮຽນເຂົ້າສູ່ພາກປະຕິບັດຕົວຈິງ ໃນຂົງເຂດວຽກງານວິຊາສະເພາະທີ່ນັກຝຶກສັງກັດ.

ການຈັດຝຶກອົບຮົມຄັ້ງນີ້ ພວກເຮົາຍັງໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຢ່າງລະອຽດເຊັ່ນ:

-    ໄດ້​ມີ​ການ​ແຕ່ງ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ຫຼັກ​ສູດ​ເພື່ອ​ຊີ້​ນຳ ແລະ ​ປະ​ສານ​ງານ​ລະ​ຫວ່າງ​ສອງ​ສະ​ຖາ​ບັນ.

-    ໄດ້​ມີການຈັດ​ຕັ້ງຂອງຫ້ອງຢ່າງຈະແຈ້ງ ເຊັ່ນ: ​ຄະ​ນະ​ຫ້ອງ, ຄະ​ນະ​ໜ່ວຍ ແລະ ໜ່ວຍ​ງານ​ຕ່າງໆເພື່ອຮັບຜິດຊອບວຽກລະອຽດ

-    ໄດ້ມີລະບົບລາຍ​ງານສ່ອງ​ແສງ​ ການຮໍ່າຮຽນ ແລະ ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳຂອງຫ້ອງ​ໃຫ້ຄະນະຮັບຜິດຊອບຫລັກສູດຢ່າງ​ເປັນ​ປົກກະ​ຕິ.

-    ຄຽງຄູ່ກັບການຂຶ້ນຫ້ອງຄົ້ນຄວ້າຮໍ່າຮຽນ ນັກຝຶກກໍຍັງມີການເຄື່ອນໄຫວກິດຈະກຳຕ່າງໆເຊັ່ນ: ນັກຝຶກໃນຊຸດຮຽນນີ້ ຍັງມີໂອກາດໄປຢ້ຽມຊົມ ແລະ ຢ້ຽມຢາມສະຖານທີ່ສຳຄັນເຊັ່ນ:

1)  ສະຖາບັນການເມືອງການ ແລະ ປົກຄອງ ແຫ່ງຊາດ ຢູ່ທ່າງ່ອນ;

2)  ອານຸສອນສະຖານ ໄກສອນ ພົມວິຫານ;

3)  ຫໍພິພິທະພັນ ປະທານ ໄກສອນພົມວິຫານ.

 

ໃນນັ້ນໄດ້ຂຶ້ນຫ້ອງຮັບຟັງການບັນ​ລະຍາຍກ່ຽວກັບປະຫວັດຄວາມເປັນມາ, ສະພາບການຈັດຕັ້ງ ແລະ ການເຄື່ອນໄຫວທາງດ້ານວິຊາສະເພາະແຕ່ອະດີດມາເຖິງປະຈຸບັນຂອງ ສະຖາບັນດັ່ງກ່າວ.

   ສະນັ້ນ, ຈຶ່ງເວົ້າໄດ້ວ່າ ການຝຶກອົບຮົມໃນຄັ້ງນີ້ ນອກຈາກຮ່ຳຮຽນທາງດ້ານທິດສະດີແລ້ວ ກໍຍັງມີການໄປຢ້ຽມຢາມຖອດຖອນບົດຮຽນ ມີທັງການເຄື່ອນໃຫວສ້າງກິດຈະກຳທາງດ້ານກິລາ, ສິນລະປະ ແລະ ອອກແຮງງານອານາມັຍລວມ ນັ້ນໝາຍວ່າຮ່ຳຮຽນໄປພ້ອມ ສ້າງບັນຍາກາດຟົດຟື້ນມ່ວນຊື່ນໄປນຳ. ນັກຝຶກໄດ້ຮັດແໜ້ນຄວາມຮັກແພງສາມັກຄີກັບໝູ່ເພື່ອນຮ່ວມຮຽນດ້ວຍກັນ ແລະ ກັບບັນດາຄູອາຈານອີກດ້ວຍ.

      ຜ່ານການຝຶກຕະຫຼອດໄລຍະ 50 ວັັນ ທາງຄະນະຮັບຜິດຊອບຂອງ ສະຖາບັນ ຍທຂ ພວກເຮົາສາມາດຕີລາຄາສູງຕໍ່ຄວາມຕັ້ງໃຈ ແລະ ການເກັບກໍາເອົາບົດຮຽນ ກໍຄືເນື້ອໃນຈິດໃຈ ຂອງເອກະສານ ທີ່ບັນດາຄູອາຈານ ແລະ ວິທະຍາກອນແຕ່ລະສະຫາຍ ໄດ້ນໍາສະເໜີຕໍ່ນັກຝຶກທັງໝົດ ບວກໃສ່ກັບການເຂົ້າຮ່ວມຕິຕາມຮັບຟັງ ການຜ່ານບົດເກັບກ່ຽວ ຂອງນັກຝຶກແຕ່ລະສະຫາຍທີ່ຜ່ານໃນລະດັບໜ່ວຍ ແລະ ລະດັບຫ້ອງຂອງຄະນະຮັບ​ຜິດ​ຊອບສະຖາບັນຝຶກອົບຮົມ ຍທຂ ພວກຂ້າພະເຈົ້າກໍສາມາດ ສະຫຼຸບຕີລາຄາໄດ້ນັກ​ຝຶກ​ອົບ​ຮົມ​ມີ​ຄວາມ​ຮັບ​ຮູ້​ອັນ​ໃໝ່​ຫຼາຍຂຶ້ນ ແລະ ມີຄວາມເຂົ້າ​ໃຈ​​ຢ່າງ​ເປັນ​ລະ​ບົບຫລາຍຂຶ້ນກວ່າເກົ່າ.

      ຜົນ​ສຳ​ເລັດ​ທີ່​ພວກ​ເຮົາ​ຍາດ​ມາ​ໄດ້​ໃນ​ບັ້ນ​ຝຶກ​ອົບ​ຮົມ​ຄັ້ງ​ນີ້ ແມ່ນ​ໄດ້​ມາ​ຈາກ​ຫຼາຍ​ປັດ​ໃຈ ແຕ່​ປັດ​ໃຈ​ສຳ​ຄັນ​ຕົ້ນ​ຕໍ ແມ່ນ​ມາ​ຈາກການສະໜັບສະໜູນຈາກຄະນະພັກຄະນະນຳກະຊວງ, ມາຈາກ​ຄວາມ​ສາ​ມັກ​ຄີ, ຄວາມ​ຕັດ​ສິນ​ໃຈ​ສູ້​ຊົນບຸກ​ບືນ ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ ຂອງ​ນັກ​ຝຶກ​ອົບ​ຮົມ ແລະ ຄູ ອາ​ຈານ ກໍ​ຄື​ການ​ສະ​ໜັບສະ​ໜູນ ຂອງ​ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດ ພ້ອມກັບການ​ປະ​ກອບ​ສ່ວນ ຂອງ​ບັນ​ດາ​ກົມ​ກອງ, ບໍ​ລິ​ສັດ ແລະ ລັດ​ວິ​ສາ​ຫະ​ກິດ ອ້ອມ​ຂ້າງ​ກະ​ຊວງ​ຈຳ​ນວນ​ໜຶ່ງ ເພື່ອ​ເຄື່ອນ​ໄຫວ​ບັນ​ດາ​ກິດ​ຈະ​ກຳ​ຕ່າງໆ​ ຂອງ​ຊຸດ​ຝຶກ​ອົບ​ຮົມ​ຄັ້ງນີ້​.

ດັ່ງນັ້ນ, ໃນນາມຕາງໜ້າ ຄະນະຮັບຜິດຊອບຊຸດຝຶກອົບຮົມ ຂໍຖືໂອກາດນີ້ ສະແດງ ຄວາມຊົມເຊີຍຕໍ່ການປະກອບສ່ວນດັ່ງກ່າວຢ່າງສຸດອົກ ສຸດໃຈ!

  ຕາງໜ້າ ຄະນະຮັບຜິດຊອບຊຸດຝຶກອົບຮົມ ອີກເທື່ອນຶ່ງ ຂ້າເຈົ້າຂໍສະແດງຄວາມຂອບໃຈມາຍັງຄູອາຈານຈາກ ສມປຊ ທຸກທ່ານ ທີ່ມາຂຶ້ນຫ້ອງສິດສອນຢ່າງມີຄວາມຮັບຜິດຊອບສູງ, ຂອບໃຈນຳວິທະຍາກອນຮັບເຊີນທຸກທ່ານທີ່ໄດ້ມາຂຶ້ນຫ້ອງຕາມການເຊື້ອເຊີນຂອງພວກຂ້າພະເຈົ້າ, ຂອບໃຈມາຍັງຄະນະປະສານງານຫລັກສູດທັງຂອງ ສມປຊ ແລະ ຂອງສະຖາບັນ ຍທຂ ພວກເຮົາທຸກທ່ານ ທີ່ໄດ້ເອົາໃຈໃສ່ເຮັດໜ້າທີ່ບໍລິການຂອງຕົນເປັນຢ່າງດີ ຂໍຕົບມືຊົມເຊີຍ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250