Ministry News

ກອງປະຊຸມລັດຖະມົນຕີ ຂົນສົ່ງອາຊຽນຄັ້ງທີ 29 ແລະ ກອງປະຊຸມປິ່ນອ້ອມ ທີ່ ແຂວງຫລວງພະບາງ, ສປປ ລາວ

2023-11-09 - Sayphone



ໃນວັນທີ 9 ພະຈິກ 2023 ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົມຕີ ຂົນສົ່ງອາຊຽນ ຄັ້ງທີ 29 ແລະ ກອງປະຊຸມປິ່ນອ້ອມ ຂຶ້ນທີ່ ແຂວງຫຼວງພະບາງ, ໂດຍເປັນປະທານຂອງ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ສປປ ລາວ, ມີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ແລະ ທ່ານ ປອ. ຄາວຄີມຮອນ ເລຂາທິການໃຫຍ່ອາຊຽນ (Dr. KAO KIM HORN SECRETARY-GENERAL OF ASEAN), ມີບັນດາລັດຖະມົນຕີຂົນສົ່ງອາຊຽນ ແລະ ບັນດາຄະນະລັດຖະມົນຕີຈາກປະເທດຄູ່ຮ່ວມມືກັບອາຊຽນ ເຊັ່ນ: ສປ ຈີນ, ສ ເກົາຫຼີ ແລະ ຍີ່ປຸ່ນ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ມີຄວາມສຳຄັນໃນການສ້າງຄວາມພ້ອມໃຫ້ ສປປ ລາວ ຊຶ່ງໄດ້ມີການປຶກສາຫາລືບັນຫາສຳຄັນ ເພື່ອສະໜັບສະໜູນການເປັນເຈົ້າພາບອາຊຽນ ໃນປີ 2024 ຂອງ ສປປ ລາວ ພາຍໃຕ້ຫົວຂໍ້ ເພີ່ມທະວີການເຊື່ອມຈອດ-ເຊື່ອມໂຍງ ແລະ ຄວາມທົນທານ; ຊຶ່ງມີ 12 ບັນຫາທີ່ຈະໄດ້ພິຈາລະນາ ແລະ ຮັບຮອງ ປະກອບມີ: ບຸລິມະສິດ ແລະ ວຽກຈຸດສຸມປະຈໍາປີ 2024; ແຜນແມ່ບົດກ່ຽວກັບການຄຸ້ມຄອງການຈະລາຈອນທາງອາກາດອາຊຽນ (ສະບັບທີ 3); ອະນຸສັນຍາທີ 3 ວ່າດ້ວຍຄວາມສາມາດໃນການກວດສອບຄວາມປອດໄພຂອງເຈົ້າໜ້າທີ່ການບິນແຫ່ງຊາດ - ສັນຍາຮັບຮູ້ ຊຶ່ງກັນ ແລະ ກັນ ຂອງໃບອະນຸຍາດປະຕິບັດໜ້າທີ່ຂອງນັກບິນພາຍໃນອາຊຽນ; ແຜນຈັດຕັ້ງປະຕິບັດວຽກງານການບິນອາຊຽນແບບຍືນຍົງ ແລະ ແຜນງານປະຈຳ ປີ 2023 - 2024; ເນື້ອໃນບົດບັນທຶກຄວາມເຂົ້າໃຈ ໃນການພັດທະນາຕາໜ່າງເສັ້ນທາງຫຼວງອາຊຽນ; ນະໂຍບາຍຂໍ້ແນະນຳ ກ່ຽວກັບການປັບປຸງ ພື້ນຖານໂຄງລ່າງລົດໄຟຟ້າ ແລະ ສະຖານນີສາກອາຊຽນ; ເອກະສານແນະນຳ ກ່ຽວກັບທ່າເຮືອທັນສະໄໝ; ຂໍ້ແນະນຳ ເພື່ອກະກຽມຄວາມພ້ອມ ເພື່ອຮັບມືກັບວິກິດການໃນອະນາຄົດຕໍ່ໜ້າ ເປັນຕົ້ນແມ່ນສືບຕໍ່ສົ່ງເສີມການບໍລິຫານທ່າເຮືອ ແລະ ການອໍານວຍຄວາມສະດວກໃນການປ່ຽນ ແລະ ການສົ່ງລູກເຮືອກັບຄືນ; ຖະແຫຼງການຮ່ວມ ກອງປະຊຸມຄັ້ງທີ 22 ລະຫວ່າງ ອາຊຽນ-ສປ ຈີນ; ແຜນງານຫຼວງພະບາງ ການຮ່ວມມືດ້ານຄົມມະນາຄົມຂົນສົ່ງ ອາຊຽນ-ຢີ່ປຸ່ນ 2024 - 2033 ເພື່ອສືບຕໍ່ແຜນງານປາກເຊ 2014 - 2023; ຖະແຫຼງການຮ່ວມ ກ່ຽວກັບການຮ່ວມມືຮອບດ້ານການຂົນສົ່ງແບບອັດສະລິຍະ ລະຫວ່າງ ອາຊຽນ ສ ເກົາຫຼີ; ຖະແຫຼງການຮ່ວມກອງປະຊຸມຂັ້ນລັດຖະມົນຕີລະຫວ່າງຂະແໜງຄົມມະນາຄົມຂົນສົ່ງ ແລະ ຂະແໜງທ່ອງທ່ຽວ.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250