Ministry News

ກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນຄັ້ງທີ 56 (the 56th ASEAN Senior Transport Officials Meeting) ລະຫວ່າງ ວັນທີ 7-8 ພະຈິກ 2023, ທີ່ ນະຄອນຫລວງພະບາງ

2023-11-07 - Sayphone


ກະຊວງ ໂຍທາທິການ ແລະ ຂົນສົ່ງ, ແຫ່ງ ສປປ ລາວ ໃນນາມເຈົ້າພາບ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນຄັ້ງທີ 56 ແລະ ກອງປະຊຸມປິ່ນອ້ອມ ຫລື 56th STOM ໃນລະຫວ່າງ ວັນທີ 7-8 ພະຈິກ 2023, ທີ່ນະຄອນຫລວງຫຼວພະບາງ. ໂດຍໃຫ້ກຽດເປັນປະທານ ແລະ ກ່າວເປີດກອງປະຊຸມ, ໂດຍ ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ; ໂດຍມີບັນດາເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ 10 ປະເທດອາຊຽນ, ຕີມໍແລັດສເຕ ແລະ ບັນດາປະເທດຄູ່ຮ່ວມມືກັບອາຊຽນ ເຊັ່ນ: ສປ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ສະຫະພາບເອີຣົ ເຂົ້າຮ່ວມ ຫຼາຍກວ່າ 141 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພຶ່ອປຶກສາຫາລື, ທົບທວນ ແລະ ຮັບຮອງບັນຫາຕ່າງໆຈາກກອງປະຊຸມ ເຈົ້າໜ້າທີ່ອາວຸດໂສຂົນສົ່ງອາຊຽນ ຄັ້ງທີ 55 ທີ່ຈັດຂື້ນໃນລະຫວ່າງ ວັນທີ 6-7 ມີຖຸນາ 2023 ທີ່ນະຄອນຫລວງວຽງຈັນ, ໂດຍມີບັນດາໜ້າວຽກດັ່ງລຸ່ມນີ້: ທົບທວນການຈັດຕັ້ງປະຕິບັດບັນດາໜ້າວຽກ, ກິດຈະກໍາ ແລະ ແຜນງານຕ່າງໆທີ່ໄດ້ຕົກລົງກັນໃນກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນຄັ້ງທີ່ 28 ແລະ ກອງປະຊຸມປິ່ນອ້ອມຕ່າງໆທີ່ໄດ້ຈັດຂື້ນຢູ່ ບາລີ ປະເທດອີນໂດເນເຊຍໃນ ປີ 2022 ທີ່ຜ່ານມາ;  ລາຍງານຄວາມຄືບໜ້າການຈັດຕັ້ງແຜນງານ 2022-2023 ພາຍໃຕ້ແຜນຍຸດທະສາດຂົນສົ່ງອາຊຽນ 2016-2025 ແລະ ທົບທວນທ້າຍສະໄໝຂອງແຜນຍຸດທະສາດສະບັບປັດຈຸບັນ ເພື່ອຮ່າງຍຸດທະສາດສະບັບຕໍ່ໄປ; ຕິດຕາມຜົນກອງປະຊຸມຂອງ 4 ໜ່ວຍງານທີ່ຢູ່ໃນແຜນຍຸດທະສາດການຂົນສົ່ງອາຊຽນຄື: ໜ່ວຍງານການຂົນສົ່ງທາງອາກາດ, ໜ່ວຍງານການຂົນສົ່ງທາງບົກ, ໜ່ວຍງານການຂົນສົ່ງທາງທະເລ, ການຂົນສົ່ງແບບຍືນຍົງ ແລະ ໜ່ວຍງານການອໍານວຍຄວາມສະດວກດ້ານການຂົນສົ່ງກະກຽມເອກະສານຕ່າງໆທີ່ຈະສະເໜີຮັບຮອງໃນກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນຄັ້ງທີ່ 29 ທີ່ ສປປ ລາວ ເປັນເຈົ້າພາບ; ພ້ອມທັງໄດ້ເຊີນປະເທດ ຕີມໍ ແລັດສະເຕ ເຂົ້າເປັນຜູ້ສັງເກດການໃນກອງປະຊຸມລະດັບວິຊາການ, ລະດັບໜ່ວຍງານ ແລະ ລະດັບອື່ນໆຂອງຂະແໜງການຂົນສົ່ງ.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250