Ministry News

ພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU)ຂອງໂຄງການຊ່ວຍເຫຼືອລ້າທາງດ້ານວິຊາການຈາກອົງການການເງິນສາກົນ(IFC)ກ່ຽວກັບການສືກສາເພື່ອສ້າງແຜນປະຕິບັດງານຕົວເມືອງສີຂຽວ ຂອງນະຄອນຫຼວງວຽງຈັນ ແບບຢືນຍົງ

2023-11-03 - Xaiya


ໃນຕອນເຊົ້າຂອງວັນທີ 3 ພະຈິກ 2023 -- ກົມເຄຫາ ແລະ ຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການການເງິນສາກົນ ຫຼື  IFC  ໃນມື້ນີ້ ໄດ້ຮ່ວມກັນລົງນາມໃນ ບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາ ແລະ ເກັບກຳຂໍ້ມູນ ເພື່ອສ້າງແຜນປະຕິບັດງານຕົວເມືອງສີຂຽວແບບຢືນຍົງ ສຳລັບ ນະຄອນຫຼວງວຽງຈັນ ໂດຍນຳໃຊ້ເຄື່ອງມືທີ່ເປັນນະວັດຕະກຳຂອງ IFC ທີ່ເອີ້ນວ່າ: ການຈັດຕັ້ງປະຕິບັດງານຂັ້ນສູງ ເພື່ອຄວາມເປັນເລີດດ້ານສິ່ງແວດລ້ອມສຳລັບຕົວເມືອງ ຫຼື APEX (Advanced Practices for Environmental Excellence in Cities).

 

ໂຄງການໃໝ່ນີ້ ຈະເພີ່ມທະວີການຮ່ວມມື ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ IFC ແລະ ຂະຫຍາຍການຮ່ວມມືໃນອານາຄົດ ເພື່ອແກ້ໄຂບັນຫາຄວາມຕ້ອງການດ້ານໂຄງລ່າງພື້ນຖານທີ່ເພີ່ມຂຶ້ນ ແລະ ຄວາມທ້າທ້າຍດ້ານການປ່ຽນແປງດິນຟ້າອາກາດ ໃນ ສປປ ລາວ.

ໂດຍການນຳໃຊ້ເຄື່ອງມື APEX ສຳລັບ ໂຄງການນີ້ ແມ່ນມີຈຸດປະສົງດຳເນີນການສຶກສາ ໃນການສ້າງແຜນປະຕິບັດງານຕົວເມືອງສີຂຽວ ໂດຍເກັບຂໍ້ມູນ ຈາກບັນດາຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ການຂົນສົ່ງ, ສິ່ງປຸກສ້າງ ແລະ ການນຳໃຊ້ພະລັງງານໄຟຟ້າ, ນໍ້າປະປາ, ແລະ ການຈັດການສິ່ງເສດເຫຼືອ ໃນນະຄອນຫຼວງວຽງຈັນ. ແຜນປະຕິບັດງານຕົວເມືອງສີຂຽວແບບຢືນຍົງ ແມ່ນແນໃສ່ ກຳນົດເປົ້າໝາຍການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ, ບັນດາມາດຕະການດ້ານນະໂຍບາຍ ແລະ ກິດຈະກຳ ຫຼື ໂຄງການບຸລິມະສິດເພື່ອການລົງທຶນ ທີ່ສົ່ງຜົນຕໍ່ການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫລວງວຽງຈັນ ແລະ ສ້າງໃຫ້ເປັນເມືອງໜ້າຢູ່ ມີອາຍກາກໂບນິກຕ່ຳ ແລະ ທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດ ນັບຈາກປີ 2030 ເປັນຕົ້ນໄປ.

 

ທ່ານ ປອ. ວຽງນາມ ດວງພະຈັນ, ຫົວໜ້າກົມເຄຫາ ແລະ ຜັງເມືອງ ໄດ້ກ່າວວ່າ “ຂ້າພະເຈົ້າ ຂໍສະແດງຊົມເຊີຍ IFC ສຳລັບຄວາມເປັນຜູ້ນຳໃນການພັດທະນາ ແລະນຳໃຊ້ເຄື່ອງມື APEX ແລະເຊື່ອໝັ້ນວ່າໂຄງການຮ່ວມມືນີ້ ຈະໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ ແລະ ມີຄວາມຫວັງວ່າ ຈະໄດ້ເຫັນນະຄອນຫລວງວຽງຈັນພັດທະນາແບບຍືນຍົງ ແລະການເປັນຕົວເມືອງຕົ້ນແບບສີຂຽວ ສຳລັບຕົວເມືອງອື່ນໆ ໃນ ສປປ ລາວ ແລະໃນພາກພື້ນ.”

ນະຄອນຫຼວງວຽງຈັນ ຈະເປັນເມືອງທຳອິດ ໃນ ສປປ ລາວ ທີ່ຈະນຳໃຊ້ເຄື່ອງມື APEX ຊຶ່ງເປັນທີ່ຮັບຮູ້ໃນລະດັບສາກົນ ໃນການຄິດໄລ່ ຜົນກະທົບຕໍ່ສິ່ງແວວລ້ອມ ຂອງຂົງເຂດພື້ນຖານໂຄງລ່າງໃນ 4 ຂະແໜງການ ລວມມີ: ການຂົນສົ່ງ, ສິ່ງປຸກສ້າງ ແລະ ການນຳໃຊ້ພະລັງງານໄຟຟ້າ, ນໍ້າປະປາ, ແລະ ການຈັດການສິ່ງເສດເຫຼືອ. ອີງໃສ່ຂໍ້ມູນທີ່ເກັບໄດ້, ເຄື່ອງມື APEX  ຈະສະເໜີຄຳແນະນຳ ດ້ານມາດຕະການທີ່ຫັນເປັນສີຂຽວ ຢ່າງມີປະສິດທິພາບ ຊຶ່ງຈະກວມເອົາການວາງແຜນ, ນະໂຍບາຍ, ແລະ ທາງເລືອກດ້ານການລົງທຶນ ເພື່ອສ້າງໃຫ້ຕົວເມືອງມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ມີອາຍກາກໂບນິກຕໍ່າ.

ພ້ອມນີ້ ພາຍຫຼັງການສຳເລັດແຜນປະຕິບັດງານຕົວເມືອງສີຂຽວ ຈະມີການນຳສະເໜີ ໂຄງການສີຂຽວທີ່ເປັນບູລິມະສິດ ເພື່ອດຶງດູດເງິນທຶນຈາກບັນດາສະຖາບັນການເງິນສາກົນ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ໃນຂະແໜງເຄຫາ ແລະຜັງເມືອງອີກດ້ວຍ.

ທ່ານ ໂທມັດສ ເຈມສ ຈາຄອບສ, ຫົວໜ້າ ອົງການການເງິນສາກົນ IFC ປະ​ຈຳ ສສ ຫວຽດນາມ, ສ​ປ​ປ ລາວ, ແລະ ກຳປູເຈຍ ໄດ້ກ່າວວ່າ “ການປ່ຽນແປງດິນຟ້າອາກາດ ແມ່ນບັນຫາສຳຄັນ ສຳລັບ ການດຳເນີນງານຂອງ IFC, ພວກເຮົາ ໄດ້ສຸມການສະໜັບສະໜູນໃຫ້ ລັດຖະບານຂອງ ສປປ ລາວ ໃນການຂ້າມຜ່ານໄປສູ່ ການເຕີບໂຕດ້ານເສດຖະກິດຕາມທິດສີຂຽວ ແລະ ຢືນຍົງຫຼາຍຂຶ້ນ. ເມື່ອແຜນປະຕິບັດງານຕົວເມືອງສີຂຽວແບບຢືນຍົງ ສຳເລັດລົງ ຈະຊ່ວຍ ນະຄອນຫຼວງວຽງຈັນ ແກ້ໄຂບັນຄວາມຕ້ອງການດ້ານພື້ນຖານໂຄງລ່າງທີ່ເພີ່ມຂຶ້ນ ຢ່າງເປັນມິດກັບສິ່ງແວດລ້ອມ ແລະ ຢືນຍົງ ແລະ ຊ່ວຍຫັນປ່ຽນ ນະຄອນຫຼວງ ໄປສູ່ເມືອງທີ່ທັນສະໄໝ, ສະອາດ, ແລະ ເປັນສີຂຽວ ທີ່ຈະພາໃຫ້ຄຸນນະພາບຊີວິດຂອງປະຊາຊົນຂອງຕົນດີຂຶ້ນ.”

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250