Ministry News

ພິທີ ເປີດສະຖານີລົດໄຟວຽງຈັນ (ຄຳສະຫວາດ) ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ II

2023-10-30 - Xaiya


ໃນຕອນເຊົ້າຂອງວັນທີ 30 ຕຸລາ 2023 ໄດ້ມີພິທີເປີດສະຖານີລົດໄຟວຽງຈັນ(ຄຳສະຫວາດ) ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພະນະທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ,  ມີບັນດາແຂກຖືກເຊີນຈາກພາກສ່ວນຕ່າງໆທັງສອງຝ່າຍ ແລະ  ພາກສ່ວນທີ່ກ່ຽວຂ້ອງກໍ່ໃຫ້ກຽດເຂົ້າຮ່ວມ.

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ແຫ່ງ ສປປ ລາວ, ໄດ້ລາຍງານກ່ຽວກັບໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ II  ໂດຍໄດ້ຮັບການສະໜັບສະໜູນ ດ້ານການ​ເງີນ ຈາກລັດຖະບານແຫ່ງຣາຊະອານາຈັກໄທ ໂດຍຜ່ານອົງການຮ່ວມມືພັດທະນາທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ ຫຼື NEDA ໃນ​ຮູບ​ແບບເງິນກູ້ຢືມດອກເບ້ຍຕໍ່າ ແລະ ຊ່ວຍເຫຼືອລ້າ ເປັນ​ຈຳ​ນວນເງີນທັງ​ໝົດ 1.650 ລ້ານ​ບາດ ລວມ​ທັງ ຕອນ​ທີ 1 ແລະ ຕອນ​ທີ 2 ເປັນເງິນກູ້ຢືມ 70% ແລະ ຊ່ວຍເຫຼືອລ້າ 30%.

ສຳ​ລັບໂຄງການ ກໍ່ສ້າງທາງລົດ ໄຟ ລາວ-ໄທ ໄລຍະ II ( ຕອນທີ 2) ປະກອບມີວຽກກໍ່ສ້າງທາງລົດໄຟ  ແຕ່ ສະຖານີ ທ່ານາແລ້ງ ຫາ ສະຖານີວຽງ​ຈັນ(ຄຳສະຫວາດ) ມີຄວາມຍາວ  7,5 Km, ວຽກກໍ່ສ້າງສະຖານີວຽງຈັນ(ຄຳ​ສະ​ຫວາດ), ວຽກກໍ່ສ້າງເຮືອນພັກພະນັກງານ, ວຽກກໍ່ສ້າງທາງ​ເຂົ້າ ເຂດ​ສະ​ຖາ​ນີ ແລະ ເຂດເຮືອນ​ພັ​ກ​ພະ​ນັກງານ, ວຽກກໍ່ສ້າງທາງຕັດຜ່ານ, ທາງດິນແດງ (ສຳລັບໃຫ້ປະຊາຊົນນໍາໃຊ້ ແລະ ສ້ອມແປງທາງລົດໄຟ) ແລະ ວຽກອື່ນ​ໆ ຈຳ​ນວນ​ນື່ງ. ໂດຍກົມ​ທາງ​ລົດ​ໄຟ ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ເປັນ​ເຈົ້າ​ຂອງ​ໂຄງ​ການ, ໄດ້​ວ່າ​ຈ້າງບໍລິສັດ ເອຊຽນ ອິນຈີເນຍຣິງ ຄອນຊາວເຕັນ (AEC) ແລະ ບໍລິສັດ LGE  ຈາກ ລາວ ແລະ ໄທ ເປັນທີ່​ປຶກ​ສາຄວບຄຸມການກໍ່ສ້າງ ແລະ ວ່າ​ຈ້າງບໍລິສັດ ເສີມສະຫງວນ ກໍ່ສ້າງ ຈໍາກັດ ຈາກໄທ ເປັນຜູ້ຮັບເໝົາກໍ່ສ້າງ, ໂຄງການນີ້ ໄດ້ເລີ່ມລົງມືກໍ່ສ້າງ ຕັ້ງແຕ່ ເດືອນ ຕຸລາ 2019 ແລະ ສໍາເລັດລົງ ໃນເດືອນ ມີຖຸນາ 2022, ມູນຄ່າໂຄງການທັງໝົດ ປະມານ 958.699,805,69 ບາດ, ໄລຍະເວລາກໍ່ສ້າງ 33 ເດືອນ.

 

ສ​ປ​ປ ລາວ ໂດຍ​ສະ​ເພາະ​ແມ່ນການ​ພັດ​ທະ​ນາ​ໂຄງ​ລ່າງ​  ພື້​ນ​ຖານ​ທາງ​ດ້ານ​ຄົມ​ມະ​ນາ​ຄົມ ໃນ​ໄລ​ຍະ​ຜ່ານ​ມາ ກໍ​ຄື​ໃນ​ປັດ​ຈຸ​ບັນ ແລະ ຕໍ່ໜ້າ ໂດຍ ນີ​ດາ ກໍເປັນໜຶ່ງໃນບັນດາຄູ່ຮ່ວມພັດທະນາ ແລະ ເປັນຜູ້ໃຫ້ການສະໜັບສະໜູນດ້ານ​ການ​ເງີນ ໃນການກໍ່ສ້າງ ທາງລົດໄຟ ເປັນຄັ້ງທີ່ 2 ແລ້ວ ຊຶ່ງໄດ້ປະກອບສ່ວນເຮັດໃຫ້ປະຊາຊົນລາວ ແລະ ຜູ້​ປະ​ກອບ​ການ ສາມາດໃຊ້ບໍລິການການຂົນສົ່ງ ທາງລົດໄຟຫຼາຍຂື້ນ, ລວມ​ທັງຊ່ວຍກະຕຸກຊຸກຍູ້ ວຽກງານການທາງລົດໄຟ ຢູ່ ສປປ ລາວ ອີກ​ດ້ວຍ.

     ກະຊວງ ຍທຂ ​ຈະ​ໄດ້​ສຶບ​ຕໍ່​ ຄຸ້ມຄອງ, ບູລະນະ, ຮັກສາ  ແລະ ນໍາໃຊ້ສະ​ຖາ​ນີ​ວຽງ​ຈັນ(ຄຳ​ສະ​ຫວາດ) ກໍ່ຄືພື້ນຖານໂຄງລ່າງທາງລົດໄຟ ແລະ ສິ່ງອຳນວນຄວາມສະດວກຕ່າງໆ ໃຫ້ຍືນຍົງ ແລະ ມີປະສິດທິຜົນ ນັບແຕ່ນີ້ເປັນຕົ້ນໄປ.

ລັດຖະບານ ສປປ ລາວ ກໍ່ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງຍິ່ງທີ່ອົງການ NEDA ກໍ່ຄືລັດຖະບານ ແຫ່ງ ຣາຊະອານາຈັກໄທ ໄດ້ໃຫ້ການສະໜັບສະໜູນໃນການພັດທະນາພື້ນຖານໂຄງລ່າງດ້ານຄົມມະນນາຄົມ ເປັນຕົ້ນ ການກໍ່ສ້າງທາງຫຼວງແຫ່ງຊາດ ເລກທີ 11, ການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ແລະ ໂຄງການອື່ນໆ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250