Ministry News

ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍຄະນະລົງ ຕິດຕາມຊຸກຍູ້ ໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ຂອງບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ

2023-10-13 - Xaiya

ໃນວັນທີ 13 ຕຸລາ 2023 ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ຂອງ ບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ທີ່ຕັ້ງຢູ່ແຂວງຄຳມ່ວນ; ບໍລິສັດດັ່ງກ່າວນີ້ໄດ້ຮັບສຳປະທານຈາກລັດຖະບານລາວໃນການຂຸດຄົ້ນ ແລະ ຜະລິດມາແຕ່ປີ2022 ມີຈຳນວນ 3 ເຂດ, ເຂດບ້ານດົງໃຕ້ມີເນື້ອທີ 35ກິໂລຕາແມ້ດ, ແລະ ເຂດບ້ານໂພນໄຊ ເມືອງໜອງບົກ ມີເນື້ອທີ່ 179,8 ກິໂລຕາແມ້ດ, ແລະ ເຂດບ້ານໜອງລົມເມືອງໜອງບົກ ມີເນື້ອທີ 48,52 ກິໂລຕາແມ້ດ ໄລຍະສຳປະທານທັງໝົດ 30 ປີ.

ທ່ານ ຫວ່າງຈ້ຽນຕົ່ງ ຮອງຜູ້ອຳນວຍການບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ ປະຈຸບັນມີພະນັກງານທັງໝົດ ທ່ານໃນນີ້ມີພະນັກງານລາວຈຳນວນ 6.710 ທ່ານ  ແລະ ພະນັກງານຈີນ ຈຳນວນທັງໝົດ 2.102 ທ່ານ; ປະຈຸບັນສາມາດຜະລິດໄດ້ 2.000.000ຕໍ່ປີ, ແລະຈະສາມາດຂະຫຍາຍການຜລິດຂຶ້ນເປັນ 3.000.000-4.000.000ໂຕນຕໍ່ປີ ໃນປີ 2025-2026 ຈະສາມາດຜະລິດໄດ້ 5.000.000ໂຕນຕໍ່ປີ ຜົນຜະລິດສວນໃຫຍ່ແມ່ນສົ່ງອອກໄປຂາຍບັນດາປະເທດອາຊຽນເຊັ່ນ: ປະເທດຫວຽດນາມ ແລະ ປະເທດໄທ.

ນອກຈາກຜະລິດແຮ່ດິບແລະຜະລິດເປັນຝຸ່ນໂປຕາສ ບໍລິສັດຍັງມີແຜນສ້າງເມືອງທັນສະໄໝຕຶ່ມອີກ ເພື່ອປະກອບສວນສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງແຂວງຄຳມ່ວນຢ່າງຮອບດ້ານ. ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ການພັດທະນາຂອງບໍລິສັດຊີໂນ-ອາກຣີໂປຕາສ ຈໍາກັດ,ດັ່ງກ່າວ, ພ້ອມນີ້ທ່ານຍັງໄດ້ແນະນໍາໃຫ້ບໍລິສັດດັ່ງກ່າວປະສານງານຢ່າງໃກ້ຊິດກັບພະແນກ ຍທຂແຂວງ, ກະຊວງ ຍທຂ ແລະ ທຸກພາກສວນທີ່ກ່ຽວຂ້ອງ ໃນການວາງແຜນພັດທະນາຕົວເມືອງທີ່ທັນສະໄໜ ໃນຕໍ່ໜ້າເພື່ອຮັບປະກັນໃຫ້ແຜນພັດທະນາດັ່ງກ່າວສອດຄ່ອງກັບແຜນພັດທະນາຕົວເມືອງຂອງທັງສູນກາງ ແລະ ທ້ອງຖິ່ນໂດຍສະເພາະແມ່ນແຜນພັດທະນາຕົວເມືອງຂອງກະຊວງ ຍທຂ,  ແລະ ໄດ້ຮັບຟັງການລາຍງານເບື້ອງຕົ້ນຂອງບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ດັ່ງນີ້:

1.      ດ້ານການຜະລິດ

1)          ໃນປີ 2022 ຂຸດຄົ້ນແຮ່ດິບໄດ້ 7.619.253,4 ໂຕນ ແລະ ຜະລິດເປັນຝຸ່ນໂປຕາສໄດ້ 869.062,65 ໂຕນ, ຈໍາໜ່າຍ 860.676.51 ໂຕນ.

2)         ໃນປີ 2023 ຜະລິດແຮ່ດິບໄດ້ 8.339.141,01 ໂຕນ ແລະ ຜະລິດຝຸ່ນໂປຕາສ 1.033.010 ໂຕນ, ຈໍາໜ່າຍ 1.037.126,09 ໂຕນ.

2.      ດ້ານແຮງງານ

ພະນັງານທັງໝົດຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ 6.710 ຄົນ, ລາວ 4.508 ຄົນ(ຍິງ 680ຄົນ), ຈີນ 2.102 ຄົນ(ຍິງ 192 ຄົນ) . ໜ່ວຍງານຮັບເໝົາ(ທັງໝົດໃນເຂດນິຄົມ) 6.361 ຄົນ, ລວມທັງໝົດ 13.071ຄົນ.

3.      ດ້ານການປະຕິບັດພັນທະຕໍ່ລັດຖະບານ

ປີ 2022  1-8/2023 ມອບອາກອນ ($) 29,199,272.73  27,848,336.11  ມອບພັນທະ ($) 2,700,371.87  3,603,580.00  ລວມ  31,899,644.60   31,451,916.11

4.      ດ້ານການຊ່ວຍເຫຼືອສັງຄົມ ແລະ ການພັດທະນາສັງຄົມ

ບໍລິສັດປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ພັດທະນາສັງຄົມໃນປີ 2022 ເປັນຈຳນວນເງິນ 5.08 ຕື້ກີບ, ຮອດທ້າຍປີ 2022 ລວມສະສົມທັງໝົດແມ່ນ 3.15 ລ້ານໂດລາສະຫລັດ. ໃນເດືອນ 1-8 ຂອງ 2023 ໄດ້ປະກອບສ່ວນ 6.57 ຕື້ກີບ, ໃນນັ້ນ ກວມອັດຕາສ່ວນຫຼາຍກວ່າໝູ່ແມ່ນໂຄງການຟື້ນຟູຄວາມທຸກຍາກ, ສ້ອມແປງເສັ້ນທາງ ເຊື່ອມຕໍ່ດົງໃຕ້ ເລກທີ 11 ຫາ ເລກທີ 13 ເຊິ່ງມີມູນຄ່າ 2.5 ຕື້ກີບ, ສ່ວນການສ້ອມແປງສ້າງເສັ້ນທາງເຊື່ອມຕໍ່ຈາກໜອງບົກ ຫາເຊບັ້ງໄຟ ມູນຄ່າ 1.7 ຕື້ກີ, ນອກນັ້ນຍັງມີກອງທຶນພັດທະນາບ້ານອ້ອມຂ້າງໂຄງການມູນຄ່າ 1.6 ຕື້ກີບ, ສະໜັບສະໜູນບັນດາພະແນກຕ່າງໆໃນແຂວງ ຄຳມ່ວນ ເພື່ອເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຈຳນວນ 267 ລ້ານກີບ ແລະ ກາງປີ 2022 ເຄື່ອນໄຫວວຽກງານສັງຄົມ ຈຳນວນ 174 ລ້ານກີບ. ໃນເດືອນສິງຫາປີນີ້ ເນື່ອງຈາກໄດ້ຮັບຜົນກະທົບຈາກ ພາຍຸໄຕ້ຝຸ່ນເຮັດໃຫ້ຫຼາຍບ່ອນໃນລາວປະສົບໄພນໍ້າຖ້ວມໜັກ, ເຮັດໃຫ້ພື້ນຖານໂຄງລ່າງໃນເຂດປະສົບໄພ ເສຍຫາຍຢ່າງໜັກໜ່ວງ, ບໍລິສັດ ແລະ ໜ່ວຍງານຮັບເໝົາກໍ່ສ້າງໃນເຂດນິຄົມໄດ້ຮ່ວມໃຈກັນບໍລິຈາກ ລວມເປັນເງິນທັງໝົດ 4.496 ຕື້ກີບ ຊ່ວຍເຂົ້າໃນການກູ້ໄພ ແລະ ບູ​ລະນະເຮືອນຢູ່ເຂດທີ່ປະສົບໄພຢ່າງສຸກຄວາມສາມາດ. ນອກຈາກນັ້ນ, ພະແນກສິ່ງແວດລ້ອມ ແລະ ສັງຄົມ ໄດ້ມອບປຸ໋ຍໂປຕາສຈຳນວນ 7.17 ໂຕນ ແລະ 45 ໂຕນ ໃຫ້ແກ່ບ້ານອ້ອມຂ້າງໂຄງການ ໃນເດືອນ ມິຖຸນາ 2022 ແລະ ເດືອນ ສິງຫາ 2023 ຕາມລໍາດັບ, ຊ່ວຍໃຫ້ຊາວບ້ານໄດ້ມີຜົນຜະລິດເພີ່ມຂຶ້ນ ແລະ ກໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກລັດຖະບານທ້ອງຖິ່ນ.


I.          ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຂອງບໍລິສັດ

ເນື່ອງຈາກວ່າ ພື້ນຖານໂຄງລ່າງ ໃນລາວ ປະຈຸບັນ ຍັງບໍ່ສົມບູນແບບ, ຄ່າໃຊ້ຈ່າຍດ້ານການຂົນສົ່ງ ຂ້ອງຂ້າງສູງ ແລະ ເປັນການຊະລໍ ການຂະຫຍາຍຕົວຢ່າງວ່ອງໄວ ຂອງວິສາຫະກິດ, ລາຄາໄຟຟ້າກໍ່ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ສົ່ງຜົນກະທົບໂດຍກົງຕໍ່ງົບປະມານຕົ້ນທຶນຂອງວິສາຫະກິດ. ນອກຈາກນັ້ນ, ຫວ່າງມໍ່ໆມານີ້, ລັດຖະບານຍັງໄດ້ປະກາດໃຊ້ນະໂຍບາຍໃໝ່ ໃນການເກັບພາສີສົ່ງອອກຜະລິດຕະພັນຝຸ່ນໂປຕາສ, ເຊິ່ງຈະເປັນການເຮັດໃຫ້ວິສາຫະກິດຮັບພາລະດ້ານການເງິນໜັກຂຶ້ນ ແລະ ສົ່ງຜົນກະທົບຢ່າງໜັກໜ່ວງເຖິງຂໍ້ໄດ້ປຽບຂອງຝຸ່ນໂປຕາສຂອງລາວໃນຕະຫຼາດສາກົນ. ປຸ໋ຍໂປຕາສ ແມ່ນຜະລິດຕະພັນທີ່ໃຊ້ໃນການກະເສດ, ອັດຕາກຳໄລຂອງອຸດສາຫະກຳປຸ໋ຍເຄມີແມ່ນຂ້ອນຂ້າງໜ້ອຍ, ຍິ່ງກວ່ານັ້ນ, ຜະລິດຕະພັນປຸ໋ຍໂປຕາສ ແມ່ນຜະລິດຕະພັນສຸດທ້າຍ, ຄວນຍົກເວັ້ນພາສີສົ່ງອອກ ແລະ ສົ່ງເສີມການສົ່ງອອກເພື່ອຫາເງິນຕາຈາກຕ່າງປະເທດ. ຖ້າຈະເກັບພາສີສົ່ງອອກ, ຄວນເກັບພຽງແຕ່ແຮ່ດິບເທົ່ານັ້ນ, ບັງຄັບໃຫ້ມີການປຸງແຕ່ງສໍາເລັດຮູບໃນລາວ ເພື່ອສ້າງມູນຄ່າທາງດ້ານເສດຖະກິດຫຼາຍຂຶ້ນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250