Ministry News

ກະຊວງ ໂຍທາທິທິການ ແລະ ຂົນສົ່ງ ເຜີຍແຜ່ເຊື່ອມຊື່ມ ແລະ ຜັນຂະຫຍາຍ ຜົນສຳເລັດ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

2023-10-11 - Sayphone

ເພື່ອເປັນການຈັດຕັ້ງເຜີຍແຜ່ເຊື່ອມຊື່ມ ແລະ ຜັນຂະຫຍາຍ ຜົນສຳເລັດ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃຫ້ມີຄວາມໝາຍຄວາມສຳຄັນ ແລະ ມີເນື້ອໃນເລິກເຊິ່ງ. ດັ່ງນັ້ນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ຈຶ່ງໄດ້ເຜີຍແຜ່ເຊື່ອມຊື່ມ ແລະ ຜັນຂະຫຍາຍ ຜົນສຳເລັດ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຂຶ້ນໃນວັນທີ 11 ຕຸລາ 2023 ທີ່ກະຊວງ ຍທຂ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫາງານພັກ, ລັດຖະມົນຕີກະຊວງ ຍທຂ; ສະຫາຍ ລັນ ແສງ ອາພອນ ຮອງເລຂາຄະນະບໍລິຫາງານພັກ, ຮອງລັດຖະມົນຕີກະຊວງ ຍທຂ; ແລະ ສະຫາຍ ນາງ ວິໄລຄຳ ໂພສາລາດ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງ ຍທຂ;  ມີບັນດາຄະນະປະຈຳພັກ, ກຳມະການພັກກະຊວງ, ຄະນະໜ່ວຍພັກຮາກຖານ, ຫົວໜ້າ, ຮອງຫົວໜ້າ, ຫ້ອງການ, ກົມ, ສະຖາບັນ, ກອງວິຊາການ, ຜູ້ອຳນວຍການ, ຮອງຜູ້ອຳນວຍການ ລັດວິສາຫະກິດ, ຫົວໜ້າພະແນກ, ຮອງຫົວໜ້າພະແນກຂອງບັນດາກົມ ແລະ ທຽບເທົ່າ; ແລະ ຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ເຂົ້າຮ່ວມ.

ໃນການເຜີຍແຜ່ເຊື່ອມຊື່ມ ແລະ ຜັນຂະຫຍາຍ ຜົນສຳເລັດ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃນຄັ້ງນີ້ປະກອບມີບັນດາເອກະສານສຳຄັນດັ່ງນີ້: ຄໍາສັັ່ງແນະນໍາ ວ່າດ້ວຍການຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຂອງພັກ, ສະບັບ ເລກທີ 434/ຄລສພ, ລົງວັນທີ 18 ກັນຍາ 2023; ເອກະສານຕີລາຄາການຈັດຕັັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຜູູ້ແທນ ທົ່ວປະເທດ ຄັັ້ງທີ XI ຂອງພັກ ໄລຍະກາງສະໄໝ; ເອກະສານຕີລາຄາການຈັດຕັັ້ງປະຕິບັດ ກາງສະໄໝ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັັ້ງທີ IX (2021-2025) ຕິດພັນກັບການຈັດຕັັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງແຜນການ ທ້າຍສະໄໝ ຮອດປີ 2025; ເອກະສານບົດສໍາຫຼວດການນໍາພາລວມ ໃນໄລຍະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ສືບຕໍໍ່ຍູູ້ແຮງການຜັນ ຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ (ສະບັບເລກທີ05/ຄບສພ, ລົງວັນທີ 5 ກັນຍາ 2023); ແຜນດໍາເນີນງານ ສະບັບເລກທີ 432/ຄລສພ, ລົງວັນທີ 8 ກັນຍາ 2023 ເພື່ອຜັນຂະຫຍາຍ ມະຕິວ່າດ້ວຍ ສືບຕໍໍ່ຍູູ້ແຮງການຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ; ຄວາມເຫັນສະຫຼຸບວາລະເປີດກ້ວາງ ແລະ ຄໍາເຫັນສະຫຼຸບພາຍໃນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ຕໍໍ່ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ XI; ແລະ ມະຕິ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ລົງວັນທີ 18 ສິງຫາ 2023.

           ຊຸມກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອໃຫ້ຄະນະພັກ, ຄະນະນໍາ, ສະມາຊິກພັກ, ພະນັກງານ-ລັດຖະກອນໄດ້ຮັບຮູ້, ເຂົ້າໃຈ ພ້ອມກໍາແໜ້ນເນື້ອໃນຈິດໃຈຂອງເອກະສານຕ່າງໆຂອງພັກ ເພື່ອພ້ອມກັນເປັນເອກະພາບນຳ ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິຜົນສູງ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250