Ministry News

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 02 (2nd Lao National Urban Forum) ສູນວາງສະແດງສິນຄ້າ ລາວ-ໄອເຕັກ

2023-10-06 - Xaiya


ໃນວັນທີ 06 ຕຸລາ 2023 ໄດ້ເປີດກອງປະຊຸມເວທີຕົວເມືອງແຫ່ງຊາດ (National Urban Forum) ຄັ້ງທີ 02 ໄດ້ມີ ທ່ານ ນາງ ວິໄລຄຳ ໂພສາລາດ, ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ,ທ່ານ ດຣ ອາວີ ຊາກາ, ຫົວໜ້າຫ້ອງການຜູ້ຕາງໜ້າ UN Habitat ປະຈຳ ສປປ ລາວ ແລະທີ່ປຶກສາພູມີພາກອາຊີຕາເວັນອອກສ່ຽງໃຕ້,ບັນດາທ່ານຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນຕ່າງໆ  ປະຈຳ   ສປປ ລາວ, ແລະ ບັນດາທ່ານຫົວໜ້າກົມ/ຮອງກົມ, ຫົວໜ້າພະແນກຮອງພະແນກ, ກອງປະຊຸມໄດ້ດຳເນີນມາໃນອາທິດທີ 1 ຂອງເດືອນ 10 ໃນທຸກໆປີ; ເຊິ່ງໃນເວທີປະຊຸມຄັ້ງນີ້ ປະກອບມີບັນດາກອງປະຊຸມຍ່ອຍ ທີ່ມີເນື້ອໃນຕິພັນກັບການພັດທະນາຕົວເມືອງໃນປະຈຸບັນຂອງ ສປປ ລາວ ຄືດັ່ງທ່ານຫົວໜ້າກົມເຄຫາ ແລະຜັງເມືອງ ໄດ້ລາຍງານໄປແລ້ວນັ້ນ ເປັນຕົ້ນ: ສະພາບຕົວຈິງ, ກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ໃນການຫັນເປັນຕົວເມືອງຂອງປະເທດລາວ, ການພັດທະນາຊຸມຊົນ, ໂຄງລ່າງພື້ນຖານຕົວເມືອງ ໄປຈົນເຖິງການສ້າງຕົວເມືອງອັດສະລິຍະ (Smart City) ຕາມຫລັກການຂອງວາລະການພັດທະນາເມືອງໃໝ່ (New Urban Agenda), ຫລັກການຂອງໃນການພັດທະນາຕົວເມືອງແບບຍືນຍົງ.

ແລະ ຂໍຕີລາຄາສູງຕໍ່ກັບຕໍ່ກັບຜົນສໍາເລັດຂອງຜົນກອງປະຊຸມຍ່ອຍຕ່າງໆທີ່ຈັດຂຶ້ນໃນກອງປະຊຸມເວທີສົນທະນາຄັ້ງນີ້ ເຊິ່ງມີຫົວຂໍ້ສໍາຄັນຕ່າງໆ; ນອກນັ້ນ, ກໍ່ໄດ້ເປີດໃຫ້ມີການປະກອບຄໍາຄິດເຫັນແລກປ່ຽນບົດຮຽນ ໃນຫຼາຍຂົງເຂດ ທີ່ພົວພັນກັບການພັດທະນາຕົວເມືອງຂອງ ສປປ ລາວ.

ຜ່ານການສົນທະນາ ໃນເວທີຕົວເມືອງແຫ່ງຊາດ ຄັ້ງທີ 2 ຂອງພວກເຮົາ   ກໍ່ຍັງມີສິ່ງທ້າທາຍຕ່າງໆ ທີ່ຈະຕ້ອງສືບຕໍ່ແລກປ່ຽນແນວຄວາມຄິດ ເພື່ອຄົ້ນຄວ້າ ວີທີ ແລະ ມາດຕະ ຖານ ໃນການແກ້ໄຂບັນຫາຕ່າງໆ ເປັນຕົ້ນ:

1)         ການພັດທະນາຕົວເມືອງຂອງນະຄອນໄກສອນ ພົມວິຫານ, ຫຼວງພະບາງ, ປາກເຊ ໃນໄລຍະຜ່ານມາແມ່ນຈັດຕັ້ງປະຕິບັດຕາມແຜນຜັງເມືອງລວມ ແຕ່ຍັງຂາດແຜນຜັງລະອຽດ.

2)       ບັນຫາປະຊາກອນລັ່ງໄຫຼເຂົ້າມາຊອກວຽກເຮັດງານທໍາໃນຕົວເມືອງ ນັບມື້ນັບເພີ້ມຂຶ້ນ.

3)       ການໝູນໃຊ້ວຽກງານຕົວເມືອງ ເຂົ້າສູ່ໃນລະບົບຫັນເປັນທັນສະໄໝແບບ ດິຈິຕອນ.

4)       ນະຄອນຫຼວງພະບາງ ທີ່ຕິດພັນກັບເມືອງມໍລະດົກໂລກທີ່ເປັນມໍລະດົກໂລກທາງດ້ານສະຖານທີ່ເປັນຕົ້ນ: ເຄຫາສະຖານ, ຮີດຄອງປະເພນີ, ທໍາມະຊາດ ທີ່ໄດ້ເປັນມໍລະດົກໂລກ ແລະ ຕິດພັນກັບການດໍາລົງຊີວິດຮີດຄອງປະເພນີຂອງປະຊາຊົນ ເຊິ່ງແຕກຕ່າງຈາກສະຖານທີ່ອື່ນເຊັ່ນ: ທົ່ງໄຫຫີນ, ວັດພູຈໍາປາສັກ. ສະນັ້ນ, ຈະຮັກສາຕົວເມືອງມໍລະດົກໃຫ້ຄົງຕົວຕາມມາດຖານຂອງອົງການມໍລະດົກໂລກແນວໃດ.

5)       ການສ້າງຕົວເມືອງອັດສະລິຍະລວມຂອງ ສປປ ລາວ ເນື່ອງຈາກຂໍ້ມູນຍັງຢູ່ກະແຈກກະຈາຍ ສະນັ້ນຈຶ່ງໄດ້ລະດົມທຸກພາກສ່ວນ ທັງພາກລັດ-ເອກະຊົນ ເຂົ້າມາມີສ່ວນຮ່ວມໃນການສ້າງຕົວເມືອງອັດສະລິຍະ.

6)       ຄວາມເຂົ້າໃຈຂອງປະຊາຊົນ ທີ່ມີສ່ວນຮ່ວມກັບວຽກງານການພັດທະນາຕົວເມືອງ ຫຼືການມີສ່ວນຮ່ວມແມ່ນຍັງມີຈຳກັດ.

7)       ການຮ່ວມມືກັບອົງການສາກົນ ໂດຍການຍົກລະດັບໃຫ້ແກ່ພະນັກນັກງານ ທາງດ້ານວິຊາການ ດ້ວຍການຝຶກອົບຮົມ ຫຼື ການຍົກລະດັບທາງດ້ານວິຊາສະເພາະ ເພື່ອສ້າງບຸກຄະລາກອນໃນການຄຸ້ມຄອງວຽກງານພັດທະນາຕົວເມືອງ ໃຫ້ມີຄວາມເຂັ້ມແຂງ ແມ່ນຍັງມີຄວາມຕ້ອງການ.

8)       ການພັດທະນາໂຄງລ່າງພື້ນຖານ ທີ່ຕິດພັນກັບຍຸດທະສາດ, ນະໂຍບາຍການພັດທະນາຕົວເມືອງ ໂດຍສະເພາະການຄຸ້ມຄອງຊັບສິນ, ໂຄງລ່າງພື້ນຖານທີ່ເປັນສາທາລະນະປະໂຫຍດ ຕ້ອງໄດ້ມີການແບ່ງຄວາມຮັບຜິດຊອບຂອງແຕ່ລະຂັ້ນ ທີ່ຕິດພັນກັບງົບປະມານໃນການບໍາລຸງຮັກສາ ເພື່ອຄວາມຍືນຍົງ.

9)       ການປະສານງານດ້ານຂໍ້ມູນຂ່າວສານ ລະຫວ່າງພາກລັດ ໂດຍສະເພາະແມ່ນການແບ່ງປັນຂໍ້ມູນທີ່ຕິດພັນກັບວຽກງານການບໍລິການ, ໂຄງລ່າງພື້ນຖານທາງດ້ານເຕັກນິກ ທີ່ຈະເປັນຂໍ້ມູນທາງດ້ານສະຖິຕິ ແລະ ການຄຸ້ມຄອງ ໃນການພັດທະນາຕົວເມືອງ.

10)     ປັດໄຈໃນການພັດທະນາ ແລະ ຄຸ້ມຄອງການພັດທະນາຕົວເມືອງ ທີ່ຕິດພັນກັບການກຳນົດໃນແຜນພັດທະນາພື້ນຖານໂຄງລ່າງ ທີ່ຍັງຂາດແຄນງົບປະມານ ໃນການຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນ.

11)       ການເຂົ້າເຖິງຂໍ້ມູນຂ່າວສານ ລວມທັງການເຜີຍແຜ່ນິຕິກໍາ ແລະ ການຈັດຕັ້ງປະຕິບັດຍັງບໍ່ທົ່ວເຖິງ ເຮັດໃຫ້ຄວາມສາມາດໃນການຄຸ້ມຄອງຍັງຈຳກັດ.

12)     ນະໂຍບາຍທີ່ຊັດເຈນຂອງພາກລັດ ຕໍ່ກັບການພັດທະນາຕົວເມືອງ ທີ່ຕິດພັນກັບການສົ່ງເສີມ ແລະ ຊຸກຍູ້ຕໍ່ກັບການມີສ່ວນຮ່ວມ ຫຼື ການປະກອບສ່ວນ ຂອງທຸກພາກສ່ວນໃນສັງຄົມ ຕໍ່ກັບການພັດທະນາເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມຕົວເມືອງ. ແຕ່ທົ່ວສັງຄົມຍັງບໍ່ທັນສາມາດເຂົ້າໃຈໄດ້ ຢ່າງທົ່ວເຖິງເລິກເຊິ່ງ.

ຄະນະນໍາກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍ່ຄືໃນນາມສ່ວນຕົວ, ຂໍສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຊົມເຊີຍຢ່າງສຸດໃຈ ມາຍັງບັນດາທ່ານແຂກຜູ້ມີກຽດປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ພາກລັດທັງສູນກາງ ແລະ ທ້ອງຖິ່ນ ແລະ ພາກສ່ວນສັງຄົມອື່ນໆ ທີ່ສະລະເວລາເຂົ້າຮ່ວມກອງປະຊຸມອັນມີຄວາມໝາຍຄວາມສໍາຄັນນີ້.

ລັດຖະບານ ແຫ່ງສປປ ລາວ ກໍ່ຄືກະຊວງໂຍທາທິການ ແລະຂົນສົ່ງ ຂໍສະແດງຄວາມຂອບໃຈຢ່າງສູງ ມາຍັງອົງການສະຫະປະຊາຊາດ ແລະ ຜ່ານສື່ໄປຍັງທ່ານ ນາງ ມາຍມູນາ ໂມ ຊາລິບ ປະທານອົງການ UN-Habitat ທີ່ໄດ້ປະກອບຄໍາເຫັນໃນເວທີດັ່ງກ່າວນີ້ ຕາມຄໍາຂວັນ: ບໍ່ປະຖິ້ມໃຜວາງຂ້າງຫຼັງ ແລະ ອົງການ UN-Habitat ປະຈໍາລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ເປັນເຈົ້າການ ຮ່ວມກັບກົມເຄຫາ ແລະຜັງເມືອງ ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດ (National Urban Forum) ຄັ້ງທີ 2 ຂອງ ສປປ ລາວ, ໄປພ້ອມກັບການຈັດງານວັນເຄຫະສະຖານໂລກ ປະຈຳປີ 2023, ໃນຄັ້ງນີ້ ດ້ວຍຜົນສະເລັດອັນຈົບງາມ ແລະບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ຫວັງຢ່າງຍິ່ງວ່າທ່ານຈະສືບຕໍ່ຊ່ວຍຊຸກຍູ້ໃຫ້ກອງປະຊຸດັ່ງກ່າວນີ້ ໄດ້ຈັດຂຶ້ນໃນທຸກໆປີ ຢ່າງເປັນປະຈໍາ.

 

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250