Ministry News

ກອງປະຊຸມຈະໄດ້ເຜີຍແຜ່ ກ່ຽວກັບ ຜົນສໍາເລັດ ການສ້າງຄໍາແນະນໍາ ມາດຕະຖານເຕັກນິກ ການອອກແບບ ລະບົບໂຄງລ່າງນໍ້າປະປາ ໃນ ສປປ ລາວ

2023-10-04 - Xaiya


ໃນຕອນເຊົ້າຂອງວັນທີ  04 ຕຸລາ 2023,  ເວລາ 08:30-12:00 ໂມງ  ທີ່ ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ (Lao Plaza Hotel). ກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມເຜີຍແຜ່ ຜົນສໍາເລັດການສ້າງ ຄໍາແນະນໍາ ມາດຕະຖານເຕັກນິກ ການອອກແບບ ລະບົບໂຄງລ່າງນໍ້າປະປາ ໃນ ສປປ ລາວ ແລະ ຄໍາແນະນໍາ ການສ້າງບົດລາຍງານປະຈໍາປີ ຂອງລັດວິສາຫະກິດນໍ້າປະປາຂຶ້ນ ໂດຍການເປັນປະທານ ຂອງທ່ານ ສົມປອງ ສິດທິວົງ ຫົວໜ້າກົມ ນໍ້າປະປາ,ຮອງກົມນ້ຳປະປາ, ຄະນະພະແນກ ກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ, ພະແນກ ຍທຂ ແລະ ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ແລະ ທີມງານ ຊ່ຽວຊານໂຄງການ MaWaSU2 ເຂົ້າຮ່ວມແບບເຊິ່ງໜ້າ ແລະ ສໍາລັບ ພະແນກ ຍທຂ ແລະ ລັດວິສາຫະກິດນໍ້າປະປາແຂວງ ແລະ ນະຄອນຫຼວງວຽງຈັນ ແມ່ນໄດ້ເຂົ້າຮ່ວມກອງປະຊຸມຮູບແບບຜ່ານວິດີໂອທາງໄກ (ຜ່ານ ZOOM,) ຊຶ່ງໄດ້ຮັບການສະໜັບສະໜູນທຶນ ໂດຍໂຄງການສ້າງຄວາມອາດສາມາດໃຫ້ແກ່ຂະແໜງນໍ້າປະປາ MawaSU2 ອົງການໄຈກາ JICA.

ກອງປະຊຸມຈະໄດ້ເຜີຍແຜ່ ກ່ຽວກັບ ຜົນສໍາເລັດ ການສ້າງຄໍາແນະນໍາ ມາດຕະຖານເຕັກນິກ ການອອກແບບ ລະບົບໂຄງລ່າງນໍ້າປະປາ ໃນ ສປປ ລາວ ແລະ ຄໍາແນະນໍາການສ້າງບົດລາຍງານປະຈໍາປີ ຂອງລັດວິສາຫະກິດນໍ້າປະປາແຂວງ ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:

1.       ພາບລວມ, ຄວາມສໍາຄັນ ແລະ ການຮັບຮອງ ແລະ ປະກາດນໍາໃຊ້ ຂອງມາດຕະຖານເຕັກນິກ ການອອກແບບ ລະບົບໂຄງລ່າງນໍ້າປະປາ ໃນ ສປປ ລາວ;

2.   ໂຄງສ້າງ ບົດແນະນໍາ ມາດຕະຖານເຕັກນິກ ການອອກແບບ ລະບົບໂຄງລ່າງນໍ້າປະປາ ໃນ ສປປ ລາວ;

3.   ຄໍາແນະນໍາ ການສ້າງບົດລາຍງານປະຈໍາປີ ຂອງລັດວິສາຫະກິດນໍ້າປະປາ.

ຈຸດປະສົງການເຜີຍແຜ ຄໍາແນະນໍາ ກ່ຽວກັບ ມາດຕະຖານເຕັກນິກ ການອອກແບບລະບົບໂຄງລ່າງນໍ້າປະປາ ໃນ ສປປ ລາວ ເປັນວຽກງານໜຶ່ງເພື່ອເຮັດໃຫ້ຜູ້ຄຸ້ມຄອງ ແລະ ພັດທະນາມີຄວາມເຂົ້າໃຈໃນທິດທາງດຽວກັນ ໃນການວາງແຜນ ແລະ ການກໍານົດມາດຕະຖານເຕັກນິກພື້ນຖານ ຂອງລະບົບໂຄງລ່າງນໍ້າປະປາ ເພື່ອເປັນບ່ອນອີງໃຫ້ແກ່ ສໍາຫຼວດ-ອອກແບບກວດກາຜ່ານແບບ, ກໍ່ສ້າງ, ຕິດຕັ້ງ ແລະ ຄຸ້ມຄອງການນຳໃຊ້ ເພື່ອກໍ່ສ້າງລະບົບນໍ້າປະປາ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກທີ່ກຳນົດ ແນໃສ່ຮັບປະກັນຄຸນນະພາບ, ຄວາມປອດໄພ, ປົກປັກຮັກສາສິ່ງແວດລ້ອມ, ສະໜອງນໍ້າປະປາ  ທີ່ປອດໄພໃຫ້ແກ່ສັງຄົມ ຢ່າງມີສະຖຽນລະພາບ ແລະ ຍືນຍົງ.

ຈຸດປະສົງການເຜີຍແຜ ຄໍາແນະນໍາ ການສ້າງບົດລາຍງານປະຈໍາປີ ຂອງລັດວິສາຫະກິດນໍ້າປະປາແຂວງ ແມ່ນເພື່ອເຮັດໃຫ້ຄະນະນໍາຂອງລັດວິສາຫະກິດນໍ້າປະປາແຂວງ ມີຄວາມເຂົ້າໃຈໃນການສ້າງບົດລາຍງານປະຈໍາປີ ໃຫ້ມີຄວາມຖືກຕ້ອງ ຊັດເຈນ ແລະ ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250