Ministry News

ກອງປະຊຸມສ່ອງແສງປະຈໍາໄຕມາດທີ III ແລະ ທິດທາງແຜນການປະຈຳໄຕມາດທີ IV ປີ 2023 ຂອງ ຄຊປປລ ກະຊວງ, ອົງການ ແລະ ນະຄອນຫຼວງວຽງຈັນ

2023-09-22 - Sayphone

ໃນຕອນບ່າຍວັນທີ 22 ກັນຍາ 2023 ນີ້, ທີ່ຫ້ອງປະຊຸມກອງສະໜາມບິນລາວ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມສ່ອງແສງປະຈໍາໄຕມາດທີ III ແລະ ທິດທາງແຜນການປະຈຳໄຕມາດທີ IV ປີ 2023 ຂອງ ຄຊປປລ ກະຊວງ, ອົງການ ແລະ ນະຄອນຫຼວງວຽງຈັນ ຂຶ້ນ ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ນວນທອງ ສຸວັນວິໄຊ ຮອງເລຂາຄະນະພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ມີບັນດາສະຫາຍ ເລຂາທິການ, ກຳມະການສູນກາງຊາວໜຸ່ມ, ເລຂາ, ຮອງຂາຊາວໜຸ່ມກະຊວງ, ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາກົມອ້ອມຂ້າງ ສູນກາງຊາວໜຸ່ມ ແລະ ບັນດາສະຫາຍຮອງເລຂາ, ກຳມະການຊາວໜຸ່ມ ແລະ ບັນດາສະຫາຍເລຂາ, ຮອງເລຂາ ໜ່ວຍຊາວຮາກຖານຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍ່ໃຫ້ກຽດເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງບົດລາຍຫຍໍ້ຜົນການການເຄື່ອນໄຫວວຽກງານໃນໄລຍະ 3 ເດືອນທີ່ຜ່ານມາຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ  ຈາກສະຫາຍ ບຸນມາ ຫຼວງບັນດິດ ກຳມະການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານ, ພ້ອມດຽວກັນນີ້ກໍ່່ໄດ້ມອບເງິນ 5,000,000 ກີບ ເພື່ອຊ່ວຍເຫຼື່ອຜູ້ປະສົບໄພພິບັດທາງທຳມະຊາດ ແລະ ຮັບຟັງບົດລາຍຫຍໍ້ຜົນການການເຄື່ອນໄຫວວຽກງານໃນໄລຍະ 3 ເດືອນທີ່ຜ່ານມາຂອງ ສູນກາງຊາວ  ໜຸ່ມ ປະຊາຊົນປະຕິວັດລາວ. ຈາກນັ້ນຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະພາກສ່ວນ ໄດ້ມີການລາຍງານສະພາບທີ່ພົ້ນເດັ່ນ ແລະ ປະກອບຄໍາເຫັນຢ່າງພາວະວິໄສກົງໄປກົງມາ. ສ່ວນທິດທາງແຜນການໄຕມາດທີ IV ປີ 2023 ດັງນີ້:

1) ສືບຕໍ່ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ຊາວໜຸ່ມ-ເຍົາວະຊົນ ດ້ວຍການປັບປຸງແບບແຜນ, ວິທິການ, ຮູບການໂຄສະນາອົບຮົມ, ໂດຍສະເພາະແມ່ນການປັບປຸງເຄື່ອງມືໂຄສະນາ-ສຶກສາອົບຮົມ, ປັບປຸງພາຫະນະສື່ມວນຊົນນັບມື້ມີປະສິດທິຜົນສູງຂື້ນຈັດຕັ້ງຜັນຂະຫຍາຍບັນດາໂຄງການທີ່ພົວພັນກັບວຽກງານສຶກສາອົບຮົມ, ປູກຈິດສຳນຶກຊາວໜຸ່ມ-ເຍົາວະຊົນ;

2) ລົງຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫຍ່ຂອງ ຄຊປປລ ແຕ່ລະຂັ້ນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX;

4) ສືບຕໍ່ຊຸກຍູ້, ກວດກາການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງຂອງລັດຖະບານ, ຂໍ້ແຂ່ງຂັນ 4 ບຸກຂອງຊາວ ໜຸ່ມ, 3 ດີ 4 ຮູ້ຂອງເຍົາວະຊົນ ຂອງ ຄຊປປລ ແຕ່ລະຂັ້ນ;

5) ສືບຕໍ່ກະກຽມກຳລັງຊາວໜຸ່ມຕະລຸມບອນເພື່ອປະກອບສ່ວນຮັບໃຊ້ວຽກງານຂະບວນການລວມເປັນຕົ້ນແມ່ນວຽກງານໄພພິບັດທາງທຳມະຊາດ ແລະ ຂະບວນການອື່ນໆ;

6) ສືບຕໍ່ວຽກງານພົວພັນຮ່ວມມືກັບຕ່າງປະເທດ ໃນການຍາດແຍ່ງການສະໜັບສະໜູນ, ພົວພັນຮ່ວມມືທັງພາຍໃນ ແລະ ຕ່າງປະເທດ;

7) ກະກຽມຈັດກອງສ່ອງແສງເຄື່ອນທີ ປະຈໍາໄຕມາດທີ IV ປີ 2023 ຂອງ ຄຊປປລ ກະຊວງ, ອົງການ ແລະ ນະຄອນຫຼວງວຽງຈັນ.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250