Ministry News

ພິທີເຊັນສັນຍາວຽກປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ຊ່ວງສີໄຄ ຫາ ສີເກີດ, ນະຄອນຫລວງວຽງຈັນ

2023-09-29 - Xaiya

ໃນຕອນຄໍ່າວັນທີ 29 ກັນຍາ 2023 ທີ່ໂຮງແຮມລາວພາຊ່າໄດ້ເຊັນສັນຍາວຽກປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ຊ່ວງສີໄຄ ຫາ ສີເກີດ, ນະຄອນຫລວງວຽງຈັນ, ໂດຍມີທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ລິດຕະ ຂັດຕິຍະ ຫົວໜ້າກົມຂົວທາງ,ທ່ານ ຮອງຫົວໜ້າ ຫ້ອງການ,ຮອງຫົວໜ້າກົມ,ຫົວໜ້າພະແນກ, ທ່ານ ຮົວ ແສງອາລຸນ ປະທານ ກຸ່ມບໍລິສັດ ຕັງຈະເລີນຈໍາກັດ ແລະ ອົງການທີ່ກ່ຽວຂ້ອງກໍ່ເຂົ້າຮ່ວມ.

ທ່ານ ລັດສະໝີ ອະລິຍະວົງສິງ, ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ຊ່ວງນະຄອນຫຼວງວຽງຈັນ ຫາ ໂພນໂຮງ, ແຂວງວຽງຈັນ ໃຫ້ຮູ້ວ່າ: ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອຊ່ວງແຕ່ ສີໄຄ ຫາ ສີເກີດ ມີຄວາມລວງຍາວ 6 ກິໂລແມັດ, ເປັນໂຄງການສືບຕໍ່ຈາກຊ່ວງສີເກີດ ຫາ ໂພນໂຮງ (ລວງຍາວ 58 ກິໂລແມັດ) ທີ່ໄດ້ສຳເລັດການກໍ່ສ້າງຜ່ານມາໃນກາງປີ 2023 ນີ້,
ໂດຍໄດ້ຮັບທຶນເງິນກູ້ດອກເບ້ຍຕ່ຳຈາກ 3 ສະຖາບັນການເງິນ ຄື: ທະນາຄານໂລກ (World Bank), ທະນາຄານ ການລົງທຶນ ໂຄງລ່າງພື້ນຖານອາຊີ (Asian Infrastructure Investment Bank AIB) ແລະ ກອງທຶນຂອງກຸ່ມປະເທດນໍດິກ ເພື່ອການພັດທະນາ (Nordic Development Fund - NDF), ລວມທັງທຶນສົມທົບຂອງລັດຖະບານລາວ. ຜູ້ໃຫ້ທຶນໄດ້ອະນຸມັດສືບຕໍ່ສັນຍາກູ້ຢືມອອກໄປອີກໄລຍະເວລາ 22 ເດືອນ ຈາກວັນທີ 31 ພຶດສະພາ 2023 ທີ່ເປັນມື້ໝົດອາຍຸເບື້ອງຕົ້ນຈົນຮອດວັນທີ 31 ເດືອນມີນາ ປີ 2025 ເພື່ອກວມເອົາວຽກປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ຊ່ວງແຕ່ສີໄຄ ຫາ ສີເກີດ ຊຶ່ງເປັນຊ່ວງທາງທີ່ເຊື່ອມຕໍ່ເຂົ້າມາໃນຕົວເມືອງຂອງນະຄອນຫຼວງວຽງຈັນໃຫ້ໄດ້ຮັບການກໍ່ສ້າງສໍາເລັດທັງໝົດໃນຕົ້ນປີ 2025.

ການປັບປຸງຊ່ວງທາງ 6 ກິໂລແມັດດັ່ງກ່າວ ຈະໃຊ້ເວລາທັງໝົດ 18 ເດືອນ. ຈາກນັ້ນ ຈະສືບຕໍ່ເປັນໄລຍະສ້ອມແປງບຳລຸງຮັກສາໄປອີກ 36 ເດືອນ, ລວມໄລຍະເວລາຂອງສັນຍາເປັນທັງໝົດ 54 ເດືອນ ຊຶ່ງເປັນສັນຍາແບບມອບເໝົາ (OPBRC) ຈ່າຍຕາມຜົນສໍາເລັດຂອງຕອນທາງຍ່ອຍທີ່ເຮັດແລ້ວໄດ້ຕາມແຜນການທີ່ອະນຸມັດ ແລະ ຕາມມາດຕະຖານເຕັນນິກທີ່ກຳນົດໄວ້ໃນສັນຍາ. ສັນຍາມອບເໝົາດັ່ງກ່າວ ເປັນເອກະສານປະມູນມາດຕະຖານຂອງຜູ້ໃຫ້ທຶນທີ່ອະນຸມັດໃຫ້ນໍາໃຊ້ໃນໂຄງການດັ່ງກ່າວນີ້.

 

ທ່ານ ລັດສະໝີ ອະລິຍະວົງສິງ, ຫົວໜ້າໂຄງການ ຍັງໃຫ້ຮູ້ຕື່ມອີກວ່າ: ການປັບປຸງເສັ້ນທາງ 6 ກິໂລແມັດນີ້ ແມ່ນເປັນການຂະຫຍາຍໜ້າທາງຕາມແລວທາງເກົ່າໃຫ້ກວ້າງອອກຕື່ມຈາກໜ້າທາງເກົ່າກວ້າງ 7-8 ແມັດ, ປູຢາງສອງຊັ້ນແຕ່ເກົ່າ, ມີ 2 ຊ່ອງຈະລາຈອນໄປ-ກັບ, ໃຫ້ມາເປັນ ໜ້າທາງກວ້າງລວມ 20-23 ແມັດ, ໜ້າທາງປູດ້ວຍເບຕົງຊີມັງເສີມເຫຼັກ, ມີ 4 ຊ່ອງຈະລາຈອນໄປ-ກັບ, ລວມທັງດອນກາງທາງ, ໄຟເຍືອງທາງ, ປ້າຍຈະລາຈອນ, ຂີດເສັ້ນໜ້າທາງ, ລະບົບໄຟອຳນາດຂອງທາງແຍກ, ລະບົບໄຟທາງຄົນຍ່າງຂ້າມທາງ, ທາງມ້າລາຍ, ລະບົບການລະບາຍນໍ້າອອກຈາກແລວທາງ ແລະ ທາງຍ່າງທັງສອງເບື້ອງ.

ສໍາລັບການປະມູນ ແມ່ນການແຂ່ງຂັນເປີດກວ້າງແບບສາກົນຕາມລະບຽບການຂອງຜູ້ໃຫ້ທຶນ, ມີບໍລິສັດສົນໃຈເຂົ້າຮ່ວມຊື້ຊອງປະມູນທັງໝົດ 42 ບໍລິສັດ (ລາວ 21 ບໍລິສັດ, ຈີນ 18 ບໍລິສັດ, ຫວຽດນາມ 1 ບໍລິສັດ, ໄທ 1 ບໍລິສັດ ແລະ ຍີ່ປຸ່ນ 1 ບໍລິສັດ). ຮອດເວລາຍື່ນຊອງປະມູນ ມີ 15 ບໍລິສັດມາຍື່ນຊອງ (ລາວ 10 ບໍລິສັດ ແລະ ຈີນ 5 ບໍລິສັດ).

ຜົນການຕີລາຄາຄັດເລືອກເອົາຜູ້ຮັບເໝົາ ໄດ້ສຳເລັດ ແລະ ໄດ້ຮັບອະນຸມັດຈາກຜູ້ໃຫ້ທຶນໃນວັນທີ 21 ກໍລະກົດ 2023 ແລະ ຈາກກະຊວງໂຍທາທິການ ແລະ ຂົນສົ່ງໃນວັນທີ 8 ສິງຫາ 2023 ຄື ຮັບຮອງເອົາກຸ່ມບໍລິສັດ ຕັງຈະເລີນ ຈຳກັດ ເປັນຜູ້ທີ່ມີເງື່ອນໄຂຄົບຖ້ວນ ແລະ ຊະນະການປະມູນເປັນຜູ້ຮັບເໝົາກໍ່ສ້າງ ແລະ ສ້ອມແປງໂຄງການ, ໃນມູນຄ່າສັນຍາລວມທັງໝົດ ເປັນເງິນ 10.294.408,44 ໂດລາສະຫະລັດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250