Ministry News

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳພາຄະນະຜຸ້ແທນຂອງກະຊວງ ຍທຂ ເດີນທາງໄປເຂົ້າຮ່ວມກອງປະຊຸມ ໂຕະມົນລັດຖະມົນຕີ ອາຊຽນ-ຈີນ

2023-09-25 - Xaiya


ໃນລະຫວ່າງວັນທີ່ 15 ຫາ 18 ກັນຍາ 2023 ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້​​​ນຳພາຄະນະຜຸ້ແທນຂອງກະຊວງ ຍທຂ ເດີນທາງໄປເຂົ້າຮ່ວມກອງປະຊຸມ ໂຕະມົນລັດຖະມົນຕີ ອາຊຽນ-ຈີນ ກ່ຽວກັບ ວຽກງານການກໍ່ສ້າງ ຄັ້ງທີ1 (the first China ASEAN Ministerial Roundtable Meeting on Construction) ທີ່ນະຄອນໜານໜິງ, ສປ ຈີນ. ກອງປະຊຸມ ດັ່ງກ່າວແມ່ນມີຄວາມໝາຍຄວາມສຳຄັນ ແລະ ເປັນຈຸດລິເລີມ ການເປີດກວ້າງການຮ່ວມມື ເພື່ອຜົນປະໂຫຍດຮ່ວມກັນ   ໂດຍສະເພາະ ເພື່ອເປັນການແລກປ່ຽນກາລະໂອກາດໃໝ່ຂອງການຮ່ວມມື ອາຊຽນ-ຈີນ ເຂົ້າໃນວຽກງານການກໍ່ສ້າງ, ພັດທະນາຕົວເມືອງ ແລະ ຊົນນະບົດ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານໂດຍທ່ານ ນີຫົງ ລັດຖະມົນຕີ ກະຊວງເຄຫາສະຖານ ການພັດທະນາຕົວເມືອງ ແລະ ຊົນນະບົດ ແລະ ມີບັນດາລັດຖະມົນຕີ ແລະ ຕົວແທນຂອງບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມບັນດາລັດຖະມົນຕີຈີນ ແລະ ອາຊຽນໄດ້ມີການປຶກສາຫາລືແລະ ພັດປ່ຽນກັນປະກອບຄຳເຫັນຢ່າງສ້າງສັນເພື່ອແລກປ່ຽນບົດຮຽນ ແລະ ລາຍງານສະພາບການພັດທະນາຂອງຂະແໜງການຢູ່ພາຍໃນປະເທດຕົນ. ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ຂື້ນກ່າວໃນປະກອບຄຳເຫັນ ໂດຍໄດ້ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ແລະ ຊົມເຊີຍລັດຖະບານ ສປ ຈີນ ທີ່ໄດ້ລິເລີ້ມ ກອງປະຊຸມດັ່ງກ່າວ. ທ່ານຍັງໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນ ຂອງວຽກງານການພັດທະນາຕົວເມືອງ ແລະ ຊົນນະບົດ ຢ່າງຮອບດ້ານ ເພື່ອຮັບປະກັນໄດ້ເຖິງຄວາມປອດໄພ, ທົນທານ, ການມີສ່ວນຮ່ວມ ແລະ ຍືນຍົງ. ພ້ອມນີ້ທ່ານຍັງໃຫ້ຄວາມເຊື່ອໝັ້ນວ່າ ກອງປະຊຸມໃນຄັ້ງນີ້ຈະໄດ້ຮັບຜົນປະໂຫຍດ ແລະ ໝາກຜົນທີ່ດີ ຈະເປັນເວທີທີ່ສຳຄັນ ສຳລັບການປຶກສາຫາລື ແລະ ການຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ ເພື່ອບັນລຸເປົ້າໝາຍຮ່ວມກັນ  ໃນອະນາຄົດ. ໃນນາມຕາງໜ້າກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ລັດຖະບານແຫ່ງ ສປປ ລາວ ທ່ານໄດ້ໃຫ້ການສະໜັບສະໜູນຂໍລິເລີ້ມ ໜານໜີງ ເຊີ່ງໄດ້ຮັບການຮັບຮອງຈາກກອງປະຊຸມ ຢ່າງເປັນເອກະພາບ.

ໃນວັນດຽວກັນ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍກັບ ທ່ານນິຫົງ ລັດຖະມົນຕີ ກະຊວງ ເຄຫາສະຖານ ການພັດທະນາຕົວເມືອງ ແລະ ຊົນນະບົດ ພ້ອມດ້ວຍຄະນະ. ການພົບປະໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນ ແລະ ເປັນຄັ້ງທຳອິດທີ່ທັງສອງຝ່າຍໄດ້ພົບປະກັນເພື່ອແລກປ່ຽນບົດຮຽນ ແລະ ທົບທວນຄືນ ກ່ຽວກັບວຽກງານການກໍ່ສ້າງ ແລະ ການຮ່ວມມືກັນຂອງທັງສອງປະເທດໃນໄລຍະຜ່ານມາ ໂດຍສະເພາະກ່ຽວກັບການພັດທະນາໂຄງລ່າງພື້ນຖານຂອງຕົວເມືອງ ແລະ ຊົນນະບົດ,  ມາດຕະຖານການອອກແບບ, ​ການກໍ່ສ້າງ, ການອານຸລັກເຄຫາສະຖານອາຄານທາງດ້ານປະຫວັດສາດ, , ບັນດາໂຄງການຕ່າງໆ ຂອງສອງປະເທດທີ່ມີການຮ່ວມມືກັນຜ່ານມາ ເພື່ອເປັນແນວທາງໃນການປັບປຸງແກ້ໄຂບັນຫາ ໃຫ້ມີຄວາມສອດຄ່ອງກັບສະພາບ ແລະ ເງື່ອນໄຂຕົວຈີງຂອງແຕ່ລະເຂດ ໂດຍເນັ້ນໃສ່ການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ທີ່ທັນສະໄໝ ເຂົ້າມາຊ່ວຍເພື່ອຍົກສູງຄຸນນະພາບ ແລະ ຄວາມຄົງທົນຂອງວຽກງານດັ່ງກ່າວ. ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ທັດສະນະຕໍ່ການພົບປະຄັ້ງນີ້ວ່າ ສອງກະຊວງພວກເຮົາຕ້ອງໄດ້ເພີ້ມທະວີການຮ່ວມມືແບບຮອບດ້ານໃນຕໍ່ໜ້າ ເພື່ອປຶກສາຫາລື ແລະ ແລກປ່ຽນກັນຄໍາຄິດຄໍາເຫັນກ່ຽວກັບວຽກງານທີ່ຕິດພັນກັບສອງກະຊວງ ພ້ອມທັງຮັດແໜັ້ນຄວາມສາມັກຄີທີ່ມີມາຢ່າງຍາວນານ ແລະ ພ້ອມກັນຊ່ວຍຊຸກຍູ້ ແລະ ສົ່ງເສີມ ການພັດທະນາແບບ​​ຍືນຍົງ​ ​​ເຂົ້າໃນວຽກງານການວາງແຜນ, ການກໍ່ສ້າງ, ການພັດທະນາຕົວເມືອງ ແລະ ຊົນນະບົດ, ການອານຸລັກອາຄານທາງດ້ານປະຫວັດສາດ, ມາດຕະຖານເຕັກນິກຕ່າງໆ ລວມທັງເຄື່ອງມື ແລະ ອຸປະກອນທີ່ທັນສະໄໝ ມາຊ່ວຍພັດທະນາວຽກດັ່ງກ່າວ ເພື່ອຍົກສູງຄຸນນະພາບ ແລະ ຄວາມປອດໄພຂອງທີ່ຢູ່ອາໄສ ມີຄວາມຄົງທົນຕໍ່ການປ່ຽນແປງຂອງດິນຟ້າອາກາດໃນສະພາບປະຈຸບັນ, ມີສະພາບແວດລ້ອມທີ່ດີ ກ້າວໄປສູ່ຕົວເມືອງທີ່ໜ້າຢູ່ ທັນສະໄໝ ແລະ ຍຶນຍົງ.

 

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250