Ministry News

ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ 50 ວັນ ຊຸດທີ່ 25 ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ, ທີ່ ສະຖາບັນໂຍທາທິການ ແລະ ຂົນສົ່ງ

2023-09-20 - Xaiya

ກະຊວງໂຍທາທິການ ແລະ ຂົສົ່ງ ໄດ້ໄຂຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຊຸດທີ່ 25 ຂຶ້ນຢ່າງເປັນທາງການ ໃຫ້ແກ່ພະນັກງານຫຼັກແຫຼ່ງ ແລະ ພະນັກງານສະມາຊິກພັກ ແລະ ບັນດາ​​ກົມກອງ, ຖາບັນ ແລະ ລັດວິສາຫະກິດ ອ້ອມຂ້າງກະຊວງ ໂຍທາທິການ ແລະ ຂົນສົ່ງ, ຫຼັກສູດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ ສະຖາບັນ ຍທຂ (ຫຼັກ 19).

          ຊຸດຝຶກອົຮົມດັ່ງກ່າວນີ້ ຈະໃຊ້ເວລາ 50 ວັນ ຫຼື 10 ອາທິດເຕັມ ຊຶ່ງຈະເລີ້ມແຕ່                             ວັນທີ 18 ເດືອນ ກັນຍາ ຈົໄປຮອດ ວັນທີ 24 ເດືອນ ພະຈິກ 2023 ຈຶ່ງຈະສຳເລັດ. ໃນຊຸດຮຽນນີ້ ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 08 ທ່ານ ຊື່ງມາຈາກ ບັນດາຫ້ອງການ, ກົມກອງ, ສະຖາບັນ ພະແນກ ຍທຂ ນະຄອນຫຼວງ ແລະ ລັດວິສາຫະກິດ ອ້ອມຂ້າງ ກະຊວງ .

          ໃນການຈັດຝຶອົບຮົມຄັ້ງນີ້ ຄາດວ່າຈະມີ ອາຈານເຂົ້າຮ່ວມສິສອນທັງໝົດ ຈຳນວນ 29 ທ່ານ, ຍີງ 08 ທ່ານ. ຊຶ່ງຄູອາຈານທັງໝົດ ແມ່ນມາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ຊາດ ແລະ ນອກຈາກນັ້ນ ກໍຍັງຈະມີຄະນະພັກ ຄະນະນໍາ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງ ປ້ອງກັນຊາດ, ປ້ອງກັນຄວາສະຫງົບ ແລະ ບັນດາກົມອ້ອມຂ້າງ ກະຊວງ ຂອງ ກະຊວງ ຂອງພວກເຮົາ ຈະໄດ້ໃຫ້ກຽດມາຂຶ້ນຫ້ອງໃນບາຫົວຂໍ້ຕື່ມ ອັນຈະເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ ມີເນື້ອໃນໜັກແໜ້ນຂື້ນຕື່ມ.

          ຫຼັກສູດທິສະດີການເມືອງ ແລະ ການປົກຄອງ ນີ້ປະກອບມີ 5 ພາກສ່ວນໃຫຍ່ ແລະ ມີບົດຮຽນທັງໝົດຢູ່ 33 ບົດ ເຊັ່ນ:

·         າກວິຊາ ປັດຊະຍາ, ມີ 6 ບົດ.

·         ພາກວິຊາ ເສດຖະສາດການເມືອງ, ມີ 8 ບົດ.

·         ພາກວິຊາ ລັດທິສັງຄົມນິຍົມ ວິທະຍາສາດ, ມີ 6 ບົດ.

·         ພາກວິຊາ ບໍລິຫານສາດ, ມີ 8 ບົດ.

·         ພາກວິຊາ ກໍ່ສ້າງພັກ, ມີ 5 ບົດ.

ການຝຶກອົບຮົມຄັ້ງນີ້ຈະປະກອບມີຫຼາຍກິດຈະກຳ ເຊັ່ນ: ການຮ່ຳຮຽນທິດສະດີຢູ່ຫ້ອງຮຽນ, ການຄົ້ນຄວ້າເປັນໜ່ວຍ, ການຄົ້ນຄວ້າລວມຫ້ອງ, ການໄປທັດສະນະສຶກສາຢ້ຽມຢາມສະຖານທີ່ສຳຄັນໆ ທາງດ້ານມູນເຊື້ອ ທິດສະດີການເມືອງ ແລະ ການປົກຄອງ ທີ່ສອດຄ່ອງກັບເນື້ອໃນຫຼັກສູດ.

ນອກຈາກນັ້ນ, ກໍ່ຍັງຈະມີການຂຽນບົດ, ການຜ່ານບົດເກັບກ່ຽວບຸກຄົນ ພ້ອມທັງ ການຮັບລາຍງານສ່ອງແສງເປັນລາຍອາທິດ ແລະ ແກ້ໄຂຂໍ້ຂ້ອງໃຈຕ່າງໆ ຈາກບັນດາອາຈານປະຈຳພາກວິຊາອີກດ້ວຍ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250