Ministry News

ພິທີເຊັນສັນຍາ ຈັດຊື້ລົດຖີບ ສາມລໍ້ໄຟຟ້າ (electric pedicab) 150 ຄັນ

2023-09-14 - Xaiya


ພິທີເຊັນສັນຍາ ຈັດຊື້ລົດສາມລໍ້ຖີບໄຟຟ້າ 150 ຄັນໃນຕອນແລງຂອງວັນທີ 13 ກັນຍາ 2023 ໃຫ້ແກ່ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ໂດຍນຳໃຊ້ທຶນກູ້ຢືມຈາກ ກອງທຶນສິ່ງແວດລ້ອມໂລກ ລະຫວ່າງ ກົມຂົນສົ່ງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ ARC LAO ຈຳກັດ ມູນຄ່າສັນຍາ 456.000 ໂດລາສະຫະລັດ.

ໂດຍມີ ທ່ານ ດຣ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ, ກະຊວງ ຍທຂ, ທ່ານ ພະນົມພອນ ເພຍສັດຂວາ ຜູ້ບໍລິຫານ ບໍລິສັດ ARC LAO ຈຳກັດ ພ້ອມດ້ວຍ ຄະນະ ແລະ ມີບັນດາກົມ,ຮອງກົມ,ຫົວໜ້າພະແນກ,ຮອງພະແນກ ທີ່ກ່ຽວຂ້ອງກໍ່ເຂົ້າຮ່ວມ.

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ຖືກຮັບຮອງໃນປີ 2014; ໄດ້ຮັບເງິນກູ້ຢືມ, ຊ່ວຍເຫຼືອລ້າ ຈາກອົງການໃຫ້ທຶນສາກົນ ແລະ ທຶນສົມທົບຂອງລັດຖະບານລາວ ທັງໝົດ 99,7 ລ້ານໂດລາສະຫະລັດ. ໂຄງການນີ້ ມີຈຸດປະສົງ ແກ້ໄຂບັນຫາການສັນຈອນແອອັດໃນຕົວເມືອງ, ອຸບັດຕິເຫດ, ເປັນມິດກັບແວດລ້ອມ ໂດຍສົ່ງເສີມການຍ່າງ ແລະ ນຳໃຊ້ລົດຖີບໄຟຟ້າໃນການເດີນທາງ.

ໂຄງການມີ 5 ອົງປະກອບຫລັກ ຄື:

1.     ສ້າງໜ່ວຍງານ (ກອງ) ຄຸ້ມຄອງການຂົນສົ່ງໃນຕົວເມືອງ (UTMS)

2.    ລະບົບລົດເມສາຍດ່ວນ (Bus Rapid Transit “BRT”);

3.    ລະບົບຄຸ້ມຄອງການຈະລາຈອນ (Traffic Management System);

4.    ການຄຸ້ມຄອງບ່ອນຈອດລົດ (Parking Management);

5.    ການຂົນສົ່ງທີ່ບໍ່ມີເຄື່ອງຈັກ (Non-Motorized Transit “NMT”) ໂດຍການນຳໃຊ້ລົດຖີບ ສາມລໍ້ ໄຟຟ້າ.

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ພວມຂຸ້ນຂ້ຽວ ປະມຸນຈັດຫາເອົາບໍລິສັດທີ່ມີຄວາມພ້ອມມາເປັນຜູ້ຮັບເໝົາກໍ່ສ້າງ  ແລະ ສະໜອງ ພາຫານະ ແລະ ອຸບປະກອນ. ລວມທັງໝົດມີ 12 ສັນຍາ, ຄື:

      i.    ກໍ່ສ້າງ (Civil Work) 5 ສັນຍາ ຄື: ປະມູນແລ້ວ 1 ສັນຍາ, ກຳລັງປະມູນ 3 ສັນຍາ, ຍັງບໍ່ທັນປະມູນ 1 ສັນຍາ.

     ii.    ການສະໜອງ ພາຫານະ-ອຸປະກອນ 2 ສັນຍາ ຄື:

-       ຈັດຊື້ລົດເມໄຟຟ້າ ຈຳນວນ 55 ຄັນ (ເຊັນສັນຍາ ວັນທີ 18/08/2023).

-       ຈັດຊື້ລົດຖີບສາມລໍ້ໄຟຟ້າ (E-pedicab) 150 ຄັນ

     iii.        ການສະໜອງ ແລະ ຕິດຕັ້ງອຸປະກອນ ທັນສະໄໝ ມີ 2 ສັນຍາ, ຄື:

-       ລະບົບຂົນສົ່ງ ອັດສະລິຍະ ຫຼື Intelligent Transport System (ITS);

-       ລະບົບເກັບຄ່າໂດຍສານ ອັດຕະໂນມັດ ຫຼື Automatic Fare Collection (AFC)

     iv.        ການບໍລິການ 3 ສັນຍາ ຄື:

-       ບໍລິການລົດຖີບສາມລໍ້ໄຟຟ້າ;

-       ບໍລິການເກັບຄ່າຈອດລົດໃນຕົວເມືອງ; ແລະ

-       ບໍລິການລົດເມ BRT.

ພວກເຮົາ ໄດ້ຮັບຜົນສຳເລັດຂະບວນການປະມຸນ ຈັດຫາເອົາຜູ້ ຜະຫຼິດ ແລະ ສະໜອງ ລົດຖີບໄຟຟ້າ ຈຳນວນ 150 ຄັນ ຕາມການເຫັນດີຂອງຜູ້ໃຫ້ທຶນ ກໍຄື ທະນາຄານພັດທະນາອາຊີ (ADB) ໃນວັນທີ 24/3/2023 ໂດຍແມ່ນ ແລະ ບໍລິສັດ ARC LAO ຈຳກັດ ມູນຄ່າສັນຍາ 456.000 ໂດລາສະຫະລັດ. ຄາດໝາຍເວລາສົ່ງ-ມອບພາຫານະທັງໝົດ ພາຍໃນ 10 ເດືອນ ຫຼັງຈາກເຊັນສັນຍາ (ປະມານເດືອນ 7/2024).

ສ່ວນສັນຍາທີ່ເຫຼືອ ດັ່ງກ່າວມາຂ້າງເທິງນັ້ນ ແມ່ນຢູ່ໃນຂະບວນການປະມຸນ ຕາມລະບຽບການ ແລະ ມີຄວາມຄືບໜ້າດີ. ຄາດໝາຍ ຈະໃຫ້ໃຫ້ສຳເລັດການປະມຸນ ທຸກສັນຍາ ແລະ ໄດ້ເຊັນສັນຍາ ໃນເດືອນ 12/2023 ນີ້.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250