Ministry News

ກອງປະຊຸມ ຕິດຕາມຄວາມຄືບໜ້າ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ໂຄງການຂະຫາຍ ນໍ້າປະປາ, ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ

2023-09-13 - Xaiya

ໃນຕອນເຊົ້າຂອງວັນທີ 11 ກັນຍາ 2023 ກົມນໍ້າປະປາ ໄດ້ເປີດກອງປະຊຸມ ຕິດຕາມຄວາມຄືບໜ້າ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ໂຄງການຂະຫຍາຍ ນໍ້າປະປາ, ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ, ທີ່ສະຖາບັນ ຍທຂ. ໂດຍການເປັນປະທານຮ່ວມຂອງ ທ່ານ ສົມປອງ ສິດທິວົງ ຫົວໜ້າ ກົມນໍ້າປະປາ, ກະຊວງ ໂຍທາທິການ ແລະ ຂົນສົ່ງ; ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າ ກົມອານະໄມ ແລະ ສົ່ງເສີມສຸຂະພາບ ແລະ  ທ່ານ ນາງ ວຽງສົມປະສົງ ອິນທະວົງ, ຫົວໜ້າທີມ ແລະ ຊ່ຽວຊານ ດ້ານນໍ້າປະປາ ແລະ ສຸຂາພິບານ, ທະນາຄານໂລກ (ຫ້ອງການ ທະນາຄານໂລກ ປະຈໍາ ສປປ ລາວ) ແລະ ມີບັນດາທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ຕິດຕາມຄວາມຄືບໜ້າ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ໂຄງການຂະຫຍາຍ ນໍ້າປະປາ, ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ, ໃນຄັ້ງນີ້ ແມ່ນເພື່ອປະເມີນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດລວມຂອງໂຄງການ, ການຍົກລະດັບການຈັດລໍາດັບຂອງໂຄງການ, ການຕໍ່ໄລຍະເວລາການຈັດຕັ້ງປະຕິບັດໂຄງການ ແລະ ການສະຫຼຸບ ຜົນການຈັດຕັ້ງປະຕິບັດແຜນວຽກຈຸດສຸມ ຈຳນວນ 27 ໜ້າວຽກ ທີ່ຕົກລົງເຫັນດີເປັນເອກະພາບຮ່ວມກັບທະນາຄານໂລກ ໃນກອງປະຊຸມຕິດຕາມ ກາງສະໄໝ ຄັ້ງທີ 2 ທີ່ຜ່ານມາແລ້ວນັ້ນ. ໂດຍລວມແລ້ວ, ທາງໂຄງການ ສາມາດປະຕິບັດຜົນງານໄດ້ 97% ຂອງບັນດາໜ້າວຽກ ທັງ 27 ຫົວຂໍ້, ຊຶ່ງ ສຳເລັດເປັນທີ່ຮຽບຮ້ອຍແລ້ວ 24 ໜ້າວຽກຕົ້ນຕໍ ແລະ ຍັງສືບຕໍ່ປະຕິບັດເພີ່ມຕື່ມອີກ 3 ໜ້າວຽກ ທີ່ກ່ຽວຂ້ອງກັບ ການສຳຫຼວດເບື້ອງຕົ້ນ ແລະ ການກະກຽມເຄື່ອງມື ດ້ານການປົກປ້ອງດ້ານສິ່ງແວດລ້ອມ ແລະ ສັງຄົມ ສຳລັບລະບົບນຳ້ປະປາກຸ່ມບ້ານ ແລະ ນໍ້າປະປາຊຸມຊົນ. ໃນບັນດາບ້ານເປົ້າໝາຍ ທີ່ກຳນົດໄວ້ເບື້ອງຕົ້ນ ຈຳນວນ 450 ບ້ານ, ໃນໄລຍະທຳອິດ ໂດຍອີງໃສ່ຂໍ້ຈຳກັດທາງດ້ານໄລຍະເວລາຂອງໂຄງການ ພວກເຮົາໄດ້ຄັດເລືອກເອົາ 219 ບ້ານ ເປັນບ້ານເປົ້າໝາຍ ສຳລັບການຈັດຕັ້ງປະຕິບັດ ຊຶ່ງປະກອບມີ 32 ບ້ານສຳລັບນໍ້າປະປາກຸ່ມບ້ານ, 180 ບ້ານ ສຳລັບນໍ້າປະປາຊຸມຊົນ ແລະ 7 ບ້ານ ສຳລັບການສ້າງຫ້ອງນ້ຳ ແລະ ອ່າງລ້າງມື ເນື່ອງຈາກວ່າ ບັນດາບ້ານເຫຼົ່ານີ້ ໄດ້ຮັບການຊ່ວຍເຫຼືອທາງດ້ານການໜອງນໍ້າ ຈາກໂຄງການອື່ນໆ.

ອີງໃສ່ການສູ້ຊົນ ແລະ ບຸກບືນຂອງທຸກພາກສ່ວນທີ່ກ່ຽວຂ້ອງ, ພວກເຮົາສາມາດສຳເລັດ ບັນດາໜ້າວຽກຕົ້ນຕໍຂອງໂຄງການ  ຊຶ່ງແມ່ນການອອກແບບລະອຽດ, ໃບປະເມີນລາຄາ, ບົດລາຍງານດ້ານເຕັກນິກ ຂອງບ້ານເປົ້າໝາຍທັງໝົດ ສຳລັບນໍ້າປະປາກຸ່ມບ້ານ ແລະ ນໍ້າປະປາຊຸມຊົນ. ການກໍ່ສ້າງຫ້ອງນໍ້າ ແລະ ອ່າງລ້າງມື ໃນໂຮງຮຽນ ແລະ ໂຮງໝໍນ້ອຍ (ສຸກສາລາ) ຢູ່ແຂວງຜົ້ງສາລີ ແລະ ອຸດົມໄຊ ແມ່ນມີຄວາມຄືບໜ້າດ້ວຍດີ ຊຶ່ງສາມາດສຳເລັດ 65% ແລະ ຄາດວ່າຈະສຳເລັດ 100% ພາຍໃນ ເດືອນ ຕຸລາ 2023 ທີ່ຈະມານີ້.

ການຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການ ໃນຄັ້ງນີ້, ກົມນໍ້າປະປາ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຂໍຊົມເຊີຍ ມາຍັງທີມງານ ທະນາຄານໂລກ, ກະຊວງ ສາທາລະນະສຸກ, ກະຊວງ ແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງ ສຶກສາທິການ ແລະ ກິລາ, ກະຊວງ ອື່ນໆທີ່ກ່ຽວຂ້ອງ ແລະ ບໍລິສັດທີ່ປຶກສາ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ໂດຍດີຕະຫຼອດມາ. ພ້ອມນັ້ນພວກເຮົາຈະໄດ້ສືບຕໍ່ປະຕິບັດບັນດາໜ້າວຽກໃຫ້ສຳເລັດຕາມແຜນການທີ່ວາງໄວ້.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250