Ministry News

ກອງປະຊຸມຄະນະປະສານງານ ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ເພື່ອການເຊື່ອມຈອດ-ເຊື່ອມໂຍງ ຄັ້ງທີ 2

2023-09-07 - Xaiya

ໃນເຊົ້າຂອງວັນທີ 01 ກັນຍາ 2023, ທີ່ ແຂວງຫຼວງພະບາງ ໄດ້ເປີດກອງປະຊຸມ ເຊິ່ງໜ້າ ແລະ ຜ່ານວິດີໂອທາງໄກ ຂອງ ຄະນະປະສານງານ ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ເພື່ອການເຊື່ອຈອດ-ເຊື່ອມໂຍງ ຄັ້ງທີ 2 ຫລື 2nd PCC Meeting for SEARECC  Project
ໂດຍມີ ທ່ານ ງາມປະສົງເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ກຽດເປັນປະທານ, ທ່ານ ສົມບັດ ສຸດທິວົງ, ຫົວໜ້າທີມໂຄງການ, ຊ່ຽວຊານອາວຸໂສດ້ານພື້ນຖານໂຄງລ່າງ, ທະນາຄານໂລກ, ທ່ານ ນ. ເອເລນາ ໂຣສ, ຜູ້ອໍານວຍການ P4I, ສະຖານທູດອົດສະຕາລີປະຈໍາໄທ ແລະ ມີບັນດາທ່ານ ຕາງໜ້າຈາກກະຊວງຂັ້ນສຸນກາງ, ພະແນກ ຍທຂ ແຂວງ, ດ່ານຊາຍແດນ ແລະ ຄູ່ຮ່ວມພັດທະນາ ທີ່ເຂົ້າຮ່ວມກອງປະຊຸມທາງເຊິ່ງໜ້າ ແລະ ທາງໄກ.  ກອງປະຊຸມຄະນະປະສານງານ ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ເພື່ອການເຊື່ອຈອດ-ເຊື່ອມໂຍງ ຄັ້ງທີ 2 ຫລື 2nd PCC Meeting for SEARECC  Project     ໂຄງການ SEARECC ແມ່ນການຈັດຕັ້ງປະຕິບັດນະໂຍບາຍ ແລະ
ແນວທາງຂອງລັດຖະບານ ໃນການຫັນ ສປປ ລາວ ຈາກ ປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນໃຈກາງສຳຄັນຂອງການເຊື່ອມຈອດ ແລະ ເຊື່ອມໂຍງ ດ້ານການຄ້າ, ການຜະລິດ, ການທ່ອງທ່ຽວ ແລະ ໂລຊິດສະຕິກຂອງພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້,
ໂຄງການດັ່ງກ່າວແມ່ນມີຄວາມສອດຄ່ອງ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9 2021-2025 ແລະ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຮອດປີ 2023 ຂອງ ລັດຖະບານ.

ຍ້ອນເຫດຜົົນດັ່ງກ່າວ, ໂຄງການ SEARECC ແມ່ນ 1 ໃນໂຄງການຕົວແບບ ແລະ ເປັນບູລິມະສິດຂອງລັດຖະບານ, ເປັນບາດກ້າວຫັນປ່ຽນໃນການພັດທະນາພື້ນຖານໂຄງລ່າງໃນ ສປປ ລາວ. ເປັນໂຄງ ການທຳອິດ ແລະ ໂຄງການຕົວແບບທີ່ສຸມໃສ່ ການພັດທະນາແບບເປັນເຂດແຄວ້ນ ຫລື Area-wide Approach Project Development ໂດຍມີ 7 ກະຊວງຂະແໜງການ ແລະ 5 ແຂວງພາກເໜືອ ມີສ່ວນຮ່ວມ; ເພື່ອຂຸດຄົ້ນເອົາທ່າແຮງດ້ານເສດຖະກິດ ທີ່ບົ່ມຊ້ອນ ໂດຍຜ່ານການປັບປຸງຍົກລະດັບການເຊື່ອມຈອດ ລະຫວ່າງ ພື້ນທີ່ການຜະລິດ ແລະ ເຂດບໍລິການໂລຊິດສະຕິກ ກັບ ແລວທາງລົດໄຟລາວ-ຈີນ, ເຊິ່ງຈະນໍາໄປສູ່ການປ່ຽນແປງ, ເພີ່ມການເຕີບໂຕດ້ານເສດຖະກິດ, ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ, ຫັນປ່ຽນເສດຖະກິດໄປສູ່ຮູບໂສມໃໝ່ ຜ່ານການສົ່ງເສີມການຜະລິດກະສິກຳ ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ສ້າງຖານລາຍຮັບທີ່ເຂັ້ມແຂງ-ຍືນຍົງ (ຫັນໄປສູ່ສັງຄົມການຜະລິດ)  ເຮັດໃຫ້ ສປປ ລາວ ສາມາດປະກອບສ່ວນເຂົ້າໃນຕ່ອງໂສ້ການສະໜອງຂອງພາກພື້ນ  ແລະ ສາກົນ.

ໂຄງການ SEARECC ຂອງພວກເຮົາແມ່ນໄດ້ຮັບການຈັດຕັ້ງປະຕິບັດເປັນເວລາ 01 ປີ ແລະ ໃນ ເດືອນ ກໍລະກົດ ທີ່ຜ່ານມາກໍ່ໄດ້ ສຳເລັດການຈັດກອງປະຊຸມຄະນະຊີ້ນໍາໂຄງການຂຶ້ນຄັ້ງທໍາອິດ ທີ່ນະຄອນຫລວງວຽງຈັນ. ສຳລັບກອງປະຊຸມໃນມື້ນີ້ ຂ້າພະເຈົ້າຢາກສະເໜີໃຫ້ກອງປະຊຸມເນັ້ນໜັກແລກປ່ຽນຄໍາຄິດຄໍາເຫັນ ແລະ ເປັນເອກະພາບໃນບາງບັນຫາສຳຄັນ, ດັ່ງນີ້:

1.                 ເລັ່ງລັດຂະບວນ ການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ການຈັດຕັ້ງປະຕິບັດໂຄງການ, ທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ສຳເລັດຫານລົງນາມແລ້ວ, ປັດຈຸບັນ ແມ່ນຮອດແຂວງຫລວງພະບາງ ແລ້ວເພື່ອລົງນາມ ຫລັງຈາກນັ້ນຈະວຽນໄປ 4 ແຂວງ ແລະ 2 ກະຊວງ ທີ່ເຫລືອ. ເພາະວຽກດັ່ງກ່າວ ແມ່ນຕິດພັນກັບການຂຶ້ນເງິນສົມທົບຂອງ ທ້ອງຖິ່ນ ແລະ ສູນກາງ  ເພື່ອໃຫ້ສາມາດລົງມືປະຕິບັດແຜນວຽກຍົກຍ້າຍເວນຄືນສິ່ງກີດຂວງ, ຮັບປະກັນບໍ່ໃຫ້ວຽກກໍ່ສ້າງທາງຫລວງທ້ອງຖິ່ນ ແລະ ທາງຫລວງແຫ່ງຊາດລ່າຊ້າໄປກວ່າແຜນ;

2.                 ປັບປຸງ ແລະ ຫລຸດຜ່ອນຂະບວນການ ຮັບຮອງ ທົບທວນເອກະສານ ທັງເບື້ອງພາກລັດ ແລະ ຜູ້ໃຫ້ທຶນ, ໂດຍສະເພາະໜ້າວຽກທີ່ເປັນອົງປະກອບຫລັກ ທີ່ຈະກະທົບໃສ່ຈຸດປະສົງການພັດທະນາໂຄງການ, ເປັນຕົ້ນ: ການສຶກສາຄວາມເປັນໄປໄດ້ຂອງ 2 ດ່ານຂ້າມແດນ ແລະ ການສຶກສາຄວາມເປັນໄປໄດ້ ຂອງ ທ່າບົກຫລວງພະບາງ ແລະ ອຸດົມໄຊ;

3.                 ຍົກລະດັບຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ ຂອງບັນດາພາກສ່ວນຮັບຜິດຊອບໜ້າວຽກຍ່ອຍ ໂດຍຜ່ານການວາງແຜນ, ລົງມືປະຕິບັດ, ທົບທວນ ແລະ ປັບປຸງໃຫ້ດີຂຶ້ນ ເພື່ອຮັບປະກັນຄຸນນະພາບ ຂອງການຈັດຕັ້ງປະຕິບັດຄຸ້ມຄອງໂຄງການ SEARECC;  ແລະ

4.                 ສ້າງຄວາມພ້ອມ ແລະ ຍົກລະດັບຂີດຄວາມສາມາດຕໍ່ເນື່ອງ (Continuous Improvement of Government Project Staff) ປັບປຸງປັດໃຈພາຍໃນ ຫລຸດຜ່ອນການເອື່ອຍອີງປັດໃຈພາຍນອດ ເພື່ອໃຫ້ຂະບວນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໂຄງການ ຄືບໜ້າໄປຕາມແຜນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250