Ministry News

ຄວາມຄືບໜ້າ ການແກ້ໄຂດິນເຈື່ອນຖົມສັ້ນທາງ ເລກ 8

2023-08-31 - Sayphone



ໃນວັນທີ 30 ສິງຫາ 2023 ຜ່ານມາ ພະແນກ ຍທຂ ແຂວງ ບໍລິຄໍາໄຊ ໄດ້ລາຍງານກ່ຽວກັບ ຄວາມຄືບໜ້າ ການແກ້ໄຂດິນເຈື່ອນຖົມສັ້ນທາງ ເລກ 8 (ເຂດພູໄຮ)ແຕ່ກິໂລແມັດ 43ໍ+300 53ໍໍ+300.  ຕັ້ງແຕ່ວັນທີ 4 ສິງຫາ 2023 ຫາ 30/8/2023 (ລວມ 26 ວັນ) ແມ່ນສາມາດທະລຸເສັ້ນທາງຊອດກັນ ໄດ້ 100% ແລ້ວ, ສ່ວນພາຫະນະແມ່ນຍັງບໍ່ສາມາດສັນຈອນໄປໄດ້ ເນື່ອງຈາກວ່າ ໜ້າທາງບາງຊວງຍັງມີຂີ້ຕົມ, ຍັງແຄບ, ທາງຍັງຍຸບໂຕ, ບາງຊ່ວງໜ້າທາງຖືກກັດເຊາະກິ່ວເຂົ້າທັງເຫວເລິກ ແລະ ສ່ຽງທີຈະມີດິນ, ຫິນ ເຈື່ອນລົງມາທັບຖົມທາງຕື່ມ;  ພາຫະນະກົນຈັກສຸມໃສ່ແກ້ໄຂຈຸດດິນເຈື່ອນຖົມທາງເບື້ອງຕົ້ນ ທັງສອງສົ້ນ ປະກອບມີລົດ 15 ຄັນ: ລົດຈົກ 10 ຄັນ, ລົດຕັກ 2 ຄັນ; ລົດດຸດ 1 ຄັນ, ລົດໄຖ 2 ຄັນ. ສະລັບພາຫະນະທີ່ຍັງຕົກຄ້າງທັງໝົດຕາມເສັ້ນທາງໃນວັນທີ 4 ສິງຫາ 2023 ມີ 94 ຄັນ(ຕາມຂໍ້ມູນຄວາມເປັນຈິງ), ເປັນລົດບັນທຸກ 22 ລໍ້ຈໍານວນ 82 ຄັນ, ລົດເມ 45 ບ່ອນນັ່ງ 1 ຄັນ, ລົດກະບະ 8 ຄັນ, ປະເພດຕູ້ຈິບ  3 ຄັນ. ສາມາດລະບາຍລົດອອກຈາກຈຸດດິນເຈື່ອນຖົມທາງໄດ້ທັງໝົດ 87 ຄັນ, ຍັງຕິດຄ້າງ 7 ຄັນ ໃນນັ້ນ ມີລົດທີ່ດິນເຈື່ອນສຸຕົກເຫວ 2 ຄັນ,  ລົດທີ່ຖືກດິນຖົມ 2 ຄັນ, ລົດສູນຫາຍ 2 ຄັນ( ຕາມຂໍ້ມູນຈາກຜູ້ຂັບຂີ່ລົດ ແຕ່ບໍ່ເຫັນລົດຕົວຈິງ ແລະ ອີກ 1 ຄັນ ເຈົ້າຂອງລົດຍັງບໍ່ທັນເຄື່ອນຍ້າຍອອກໄປ ຍ້ອນເປັນລົດໜັກແກ່ຕູ້ຄອນເທັນເນີ ອວ່າຍຫົວໄປທາງນາຫີນ ເສັ້ນທາງບໍ່ຮັບປະກັນໄດ້ ແລະ ບໍ່ສາມາດອ່ວາຍກັບໄດ້.

ຄວາມຫຍຸ້ງຍາກໃນການແກ້ໄຂດິນເຈື່ອນຖົມສັ້ນທາງ ເລກ 8 (ເຂດພູໄຮ) ສະພາບອາກາດຍັງມີຝົນຕົກໜັກໃນຕອນກາງຄືນ ເຮັດໃຫ້ປະລິມານນໍ້າຝົນໃນຕອນເຊົ້າຍັງມີຫຼາຍ ບວກກັບດິນເຈື່ອນລົງມາຕື່ມຈໍານວນຫລາຍສົມຄວນ ແລະ ມີຕົ້ນໄມ້ທັບຖົມປົນກັນບວກກັບຫິນກ້ອນໃຫຍ່ ທີທັບຖົມໃສຕາມແລວທາງຄວາມສູງຂອງດິນທີ່ເຈື່ອນລົງມາທັບຖົມໃສ່ທາງຄວາມສູງສະເລ່ຍປະມານ 3-12 ແມັດ;.

ສຳລັບແຜນຈັດຕັ້ງປະຕິບັດໃນຕໍ່ໜ້າແຕ່ວັນທີ 1 ກັນຍາ 2023 ຈະໄດ້ສືບຕໍ່ເປັນຕົ້ນໄປ

1.) ສືບຕໍ່ອະນາໄມຂີ້ຕົມຕາມໜ້າທາງ ແລະ ຍົກຍ້າຍດິນເຈື່ອນຈຸດທີ່ທາງແຄບ ເພື່ອເປີດໜ້າທາງເປັນຈຸດໃຫ້ລົດສາມາດຫຼີກກັນໄດ້ ແຕ່ຈະບໍ່ສາມາດເປີດກວ້າງໄດ້ຕະຫຼອດເສັ້ນທາງ.

2.) ຈະຖົມດິນຍົກລະດັບຊວງທາງທີ່ຍຸບໂຕໃຫ້ໄດ້ຄວາມເນີນທີເໝາະສົມ ເພື່ອໃຫ້ລົດຂື້ນໄດ້;

3.) ປັບປຸງລະບົບລະບາຍນໍ້າລອດທາງ ແລະ ຂ້າງທາງ ເພື່ອລະບາຍນໍ້າຝົນ ແລະ ບໍ່ໃຫ້ເສັ້ນທາງຖືກຕັດຂາດ, ເນື່ອງຈາກປະຈຸບັນຍັງມີປະລິມານນຳ້ຝົນຫຼາຍທີ່ໄຫຼ່ຜ່ານຂ້າມເສັ້ນທາງໃນຫຼາຍຈຸດ;

4.) ຈະສືບຕໍ່ລະເບີດຫີນກ້ອນໃຫຍ່ທີ່ທັບຖົມເສັ້ນທາງ ເພື່ອເປີດເສັ້ນທາງໃຫ້ກວ້າງອອກຕື່ມ.

ນອກຈາກຈຸດພູໄຮ ຊ່ວງ 10 ກິໂລແມັດນີ້ ແມ່ນໄດ້ມອບໃຫ້ໃຫ້ ບໍລິສັດ ຮັບຜິດຊອບປະຈໍາຕອນທາງດັ່ງກ່າວທີ່ເປັນຄູ່ສັນຍາ ສືບຕໍ່ວຽກບູລະນະຮັກສາທາງຫຼວງຕາມປົກກະຕິຊວງທາງ ຫຼື ຕອນທາງທີ່ເປ່ເພ, ຖືກດິນເຈື່ອນທັບຖົມບາງຈຸດເພື່ອໃຫ້ການສັນຈອນໄປມາໄດ້ສະດວກ.

ຜ່ານການຈັດຕັ້ງປະຕິບັດຜ່ານມາເຫັນໄດ້ວ່າມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກດັ່ງນີ້:

Ø  ຂໍ້ສະດວກ:

-        ກໍ່ຄືການຈັດຕັ້ງທຸກພາກສ່ວນ ໄດ້ສຸມໃສ່ໃນການຊີ້ນຳການແກ້ໄຂບັນຫາ, ໂດຍໄດ້ສົ່ງເຄື່ອງບິນ ແລະ ທິມກູ້ໄພຈາກກະຊວງປ້ອງກັນປະເທດລົງມາສົມທົບຢ່າງທັນການ ແລະ ມີການປະສານງານຢ່າງກົມກຽວລະຫວ່າງສູນກາງແລະ ທ້ອງຖິ່ນ.

-        ບັນດາຜູ້ປະກອບການຕ່າງໆທີ່ຢູ່ໃກ້ຄຽງໄດ້ສຸມພາຫະນະກົນຈັກເຂົ້າໄປແກ້ໄຂຕາມຄຳສະເໜີຂອງພະແນກ ຍທຂ ແຂວງບໍລິຄຳໄຊ ຕັ້ງແຕ່ເຊົ້າມື້ທຳອິດເພື່ອຊ່ວຍເອົາຄົນທີ່ຕິດຄ້າງຢູ່ບໍລິເວນດິນເຈື່ອນຖົມທາງ ໃຫ້ອອກມາໄດ້ໄວເທົ່າທີ່ເຮັດໄດ້.

Ø  ຂໍ້ຫຍຸ້ງຍາກ:

-        ສະພາບດິນຟ້າອາກາດບໍ່ເອື້ອອຳນວຍໃນການແກ້ໄຂ, ຝົນຕົກໜັກຕິດຕໍ່ກັນ, ເຮັດໃຫ້ທ້ອງຟ້າມືດມົວບໍ່ສາມາດໃຊ້ເຄື່ອງບິນເຂົ້າໄປເກັບກູ້ເອົາຄົນທີ່ຕິດຢູ່ເທິງພູໄດ້ທັນການ. ຈົນແກ່ຍາວຈົນເຖິງວັນທີ່ 3 ກຳລັງທະຫານຈຶ່ງເຂົ້າເຖິງ ແລະ ຊ່ວຍກອບກູ້ເອົາຄົນທີ່ຕິດຄ້າງອອກມາໄດ້ທັງໝົດ.

-        ເນື່ອງຈາກຝົນຍັງສືບຕໍ່ຕົກເຮັດໃຫ້ດິນທີ່ປະປົນກັບຕົ້ນໄມ້ໃຫຍ່ ແລະ ຫີນ ສືບຕໍ່ໄຫຼລົງມາທັບຖົມເສັ້ນທາງ ຈຶ່ງເຮັດໃຫ້ການແກ້ໄຂການສັນຈອນຊັກຊ້າແກ່ຍາວຈົນເຖິງ 20 ວັນຈຶ່ງຊອດຈອດກັນ.

-        ເສັ້ນທາງບາງຊ່ວງເປັນເຫວສູງຊັນ ດິນຖືກກັດເຊາະ ຈະຕ້ອງໄດ້ແກ້ໄຂໄລຍະຍາວຈຶ່ງຈະສຳເລັດໄດ້.

ປະຈຸບັນ ພະແນກ ຍທຂ ແຂວງບໍລິຄຳໄຊ ໄດ້ສົມທົບກັບກົມຂົວທາງ ເພື່ອສືບຕໍ່ແກ້ໄຂສຸກເສີນເພື່ອໃຫ້ລົດສັນຈອນໄປມາໄດ້ນັ້ນ ແມ່ນຈະໄດ້ແກ້ໄຂເປີດເປັນບາງຈຸດທີ່ມີຄວາມເໝາະສົມ ເພື່ອໃຫ້ລົດສາມາດຫຼີກກັນໄດ້, ສ່ວນຈຸດທີ່ຍຸຍໂຕກໍ່ຈະໄດ້ຖົມຫີນ ແລະ ອື່ນໆ ຕາມທີ່ໄດ້ເວົ້າຢູ່ຂ້າງເທິງນັ້ນ.

ສະນັ້ນຈຶ່ງຮຽກຮ້ອງມາຍັງຜູ້ທີ່ຈະນໍາໃຊ້ເສັ້ນທາງເລກ 8 ຊ່ວງ ນາຫີນ-ໜອງກອກ. ແມ່ນຈະໄດ້ປະຕິບັດດັ່ງນີ້: 

1. ຫ້າມລົດບັນທຸກ, ລົດກະບະ, ລົດເກງ, ລົດຮຸນໄດ, ລົດໂດຍສານຜ່ານເຂດດັ່ງກ່າວ, ເນື່ອງຈາກວ່າ ເສັ້ນທາງຍັງບໍ່ຮັບປະກັນຄວາມປອດໄພ ແລະຍັງມີດິນເຈື່ອນໄຫຼທັບຖົມຢູ່;

 2. ກໍລະນີ ປະຊາຊົນເຂດໃກ້ຄຽງຫາກມີຄວາມຈໍາເປັນ ແມ່ນສາມາດໃຊ້ລົດຂັບເຄື່ອນສີ່ລໍ້, ແຕ່ຕ້ອງລະມັດລະວັງຄວາມປອດໄພ.

 ດັ່ງນັ້ນ, ຈິ່ງຂໍອະໄພນໍາຄວາມບໍ່ສະດວກ.






















About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250