Ministry News

ກອງປະຊູມ ຄະນະກຳມະການ ປະເມີນຜົນ ຄັ້ງທີ 1 ສຳລັບການສຳຫຼວດຄວາມຍືນຍົງຂອງທຸລະກິດ (SDGs)ກັບພາກເອກະຊົນຂອງໂຄງການ ບຳບັດນ້ຳເປື້ອນ ແບບແຜ່ຂະຫຍາຍຈຸລິນຊີ ຍ່ອຍສະຫລາຍ ໂດຍການນຳໃຊ້ວັດສະດຸມີເດຍ(KIDS)ໃນ ສປປ ລາວ

2023-08-30 - Xaiya

ໃນຕອນເຊົ້າຂອງວັນທີ 30 ສິງຫາ 2023 ກົມນ້ຳປະປາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ ແລະ ຫົວໜ້າກົມນ້ຳປະປະ ທ່ານ ສົມປອງ ສິດທິວົງ ເປັນປະທານ ແລະ ມີບັນດາ ຄະນະ ເຂົ້າຮ່ວມ ແລະ ຊ້ຽວຊານຍີ່ປຸ່ນ,ບັນດາພະແນກທີ່ກ່ຽວຂ້ອງກໍ່ເຂົ້າຮ່ວມ, ໂຄງການ ບຳບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫລາຍ ໂດຍນໍາໃຊ້ວັດສະດຸມີເດຍ KIDS ຢູ່ສູນອາຫານ ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ກໍຄືອົງການ JICA ເຊິ່ງເປັນໂຄງການຕົວແບບໃນການຈັດຕັ້ງປະຕິບັດ ການບຳບັດນໍ້າເປື້ອນ ໂດຍນໍາໃຊ້ວັດສະດຸ ອຸປະກອນທີ່ເຮັດຈາກວັດສະດຸຍ່ອຍສະຫຼາຍ (KIDS) ໃນ ສປປລາວ ໂດຍແມ່ນ ບໍລິສັດ Accrete Co., Ltd ເປັນຜູ້ຈັດຕັ້ງປະຕິບັດ ແລະ ມີບໍລິສັດທີ່ປຶກສາ Nihon Suido Consultants Co., Ltd ເປັນທີ່ປຶກສາ ຊຶ່ງກົມນໍ້າປະປາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຄູ້ມຄອງໂຄງການ, ໄລຍະການຈັດຕັ້ງປະຕິບັດ ແຕ່ເດືອນ ທັນວາ 2019 ຫາ ເດືອນ ມິຖຸນາ 2024 (ລວມໄລຍະເວລາທັງໝົດ 04 ປີ 05 ເດືອນ) ມູນຄ່າລວມທັງໝົດ 100.000.000 Yen (ໜຶ່ງຮ້ອຍ ລ້ານ ເຢັນ) ຫຼື ປະມານ 765,000 ໂດລາສະຫະລັດ.

ເຊິ່ງພາຍຫຼັງເຊັນບົດບັນທຶກການປຶກສາຫາລືແລ້ວ ອົງການ JICA ແລະ ບໍລິສັດ Accrete Co., Ltd ໄດ້ຄັດເລືອກບໍລິສັດທີ່ປຶກສາ ໂດຍໃນວັນທີ 03/03/2020 ບໍລິສັດ Accrete Co., Ltd ແລະ ບໍລິສັດທີ່ປຶກສາ Nihon Suido Consultants Co., Ltd ໄດ້ຄັດເລືອກບໍລິສັດກໍ່ສ້າງ ໂດຍແມ່ນບໍລິສັດ ໂຊກໄຊຊະນະກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ເລືອກບໍລິສັດ Archineer Association Co.,Ltd ເປັນບໍລິສັດທີ່ປຶກສາໃຫ້ແກ່ໂຄງການ.

ໄລຍະຜ່ານມາ ການຈັດຕັ້ງປະຕິບັດໂຄງການແມ່ນມີຄວາມຊັກຊ້າ ໂດຍທຽບໃສ່ແຜນການຂອງໂຄງການ ເນື່ອງຈາກການແຜ່ລະບາດເຊື້ອພະຍາດ COVID-19 ຊຶ່ງການເຂົ້າມາ ສປປ ລາວ ຂອງຊ່ຽວຊານ ກໍໄດ້ມີການກັກຕົວ ເຮັດໃຫ້ທາງບໍລິສັດທີ່ປຶກສາບໍ່ສາມາດມາຈັດຕັ້ງປະຕິບັດໂຄງການໄດ້. ດັ່ງນັ້ນ, ໂຄງການຈຶ່ງໄດ້ຂະຫຍາຍເວລາຂອງການຈັດຕັ້ງປະຕິບັດໂຄງການແຕ່ປີ 2022 ຫາ 2024 ໂດຍໄດ້ເຊັນບົດບັນທຶກການປຶກສາຫາລືຄືນໃໝ່ໃນຄັ້ງວັນທີ 13 ກັນຍາ 2022 ໄລຍະການຈັດຕັ້ງປະຕິບັດແມ່ນ ເລີ່ມປີ 2022-2024.

 ຕັ້ງແຕ່ວັນທີ 01 ຕຸລາ 2022 ຈົນເຖິງວັນທີ 29 ກຸມພາ 2023 ບໍລິສັດ ໂຊກໄຊຊະນະກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ ໄດ້ເລີ່ມກໍ່ສ້າງລະບົບບໍາບັດນໍ້າເປື້ອນ;

ຈຸດປະສົງ ຂອງໂຄງການ

ແຜນພັດທະນາທຸລະກິດຂອງ ບຳບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫລາຍ ໂດຍນໍາໃຊ້ວັດສະດຸມີເດຍ KIDS ໄດ້ຖືກກະກຽມ ຜ່ານການທົດລອງດໍາເນີນງານ ແລະ ການເຜີຍແຜ່ ກິດຈະກໍາ ໃນ ສປປ ລາວ.  

ໂຄງການຍັງປະກອບສ່ວນ ເຂົ້າ ໃນເປົ້າໝາຍພັດທະນາ ແບບຍືນຍົງ (SDG) ທີ່ 6, ຮັບປະກັນໃຫ້ມີນໍ້າໃຊ້ ແລະ ການບໍລິຫານນໍ້າແບບຍືນຍົງ ແລະ ສຸຂະອະນາໄມສໍາລັບໝົດທຸກຄົນ ໂດຍສະເພາະ SDG 6.3: ພາຍໃນປີ 2030 ປັບປຸງຄຸນນະພາບນໍ້າ ໂດຍການຫຼຸດຜ່ອນ ມົນລະພິດ, ກໍາຈັດການຖິ້ມຂີ້ເຫຍື້ອຊະຊາຍ ແລະ ຫຼຸດຜ່ອນການປ່ອຍສານເຄມີ ແລະ ວັດຖຸທີ່ເປັນອັນຕະລາຍ, ຫຼຸດຜ່ອນປະລິມານນໍ້າເປື້ອນທີ່ບໍ່ໄດ້ຮັບການບຳບັດ ໃຫ້ໄດ້ເຄິ່ງໜຶ່ງ ແລະ ເພີ່ມທະວີການນຳນໍ້າທີ່ໃຊ້ແລ້ວ ກັບມາໃຊ້ຄືນໃໝ່ຢ່າງປອດໄພ ໃຫ້ຫຼາຍຂຶ້ນໃນທົ່ວໂລກ.

ເປົ້າໝາຍຂອງໂຄງການ

-    ຄວາມເໝາະສົມ ແລະ ປະສິດທິຜົນຂອງລະບົບບໍາບັດນໍ້າເປື້ອນໂດຍນໍາໃຊ້ວັດສະດຸ ມີເດຍ KIDS ຈະໄດ້ຮັບການພິສູດ;

-    ການສ້າງຄວາມເຂັ້ມແຂງໃຫ້ແກ່ກົມນໍ້າປະປາ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງໃນການໃຊ້ງານ ແລະ ສ້ອມແປງ ລະບົບບໍາບັດນໍ້າເປື້ອນໂດຍນໍາໃຊ້ວັດສະດຸ ມີເດຍ KIDS;

-    ແຜນພັດທະນາທຸລະກິດຂອງລະບົບບໍາບັດນໍ້າເປື້ອນໂດຍນໍາໃຊ້ວັດສະດຸ ມີເດຍ KIDS ຖືກກະກຽມຜ່ານມາດຕະຖານເຕັກນິກ, ຄະນະກໍາມະການຕັດສິນ, ການປະຊຸມສໍາມະນາດ້ານວິຊາການ ແລະ ການລົງເບີ່ງຕົວຈິງພາກສະໜາມ.

ຂອບເຂດ ແລະ ໜ້າວຽກຂອງໂຄງການ

ຂອບເຂດຂອງໂຄງການແມ່ນຈະສັງລວມເອົານໍ້າເປື້ອນຈາກ ສູນອາຫານ ແລະ ຕຶກອາຄານຮຽນ ຂອງຄະນະວິທະຍາສາດທຳມະຊາດ ເຊິ່ງໃນນີ້ໄດ້ມີອ່າງບໍາບັດນໍ້າເປື້ອນຈຳນວນໜື່ງອ່າງ ມີຄວາມອາດສາມາດບໍາບັດນໍ້າເປື້ອນໄດ້ 30 ແມັດກ້ອນ/ມື້ ເຊີ່ງແມ່ນບໍລິສັດ ໂຊກໄຊຊະນະ ເປັນບໍລິສັດຮັບເໝົາກໍ່ສ້າງ ໂດຍມີບໍລິສັດ Archineer ເປັນບໍລິສັດທີ່ປຶກສາ ໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດແມ່ນ

-       ກໍ່ສ້າງລະບົບອ່າງບຳບັດນໍ້າເປື້ອນ ພ້ອມຕິດຕັ້ງລະບົບທໍ່, ອ່າງຕົກຕະກອນ, ອ່າງບຳບັດໂດຍໄດ້ຕິດຕັ້ງວັດສະດຸຈຸລິນຊີຍ່ອຍສະຫຼາຍ ມີເດຍ KIDS ແລະ ລະບົບໄຟຟ້າແສງອາທິດ

ເຊິ່ງຄາດວ່າຜົນໄດ້ຮັບຂອງລະບົບບໍາບັດນໍ້າເປື້ອນ ມີດັ່ງນີ້:

-       ເພື່ອຈັດຕັ້ງປະຕິບັດ ແລະ ສູ້ຊົນໃຫ້ບັນລຸຕາມຍຸດທະສາດ ຂອງກົມນໍ້າປະປາ, ໂດຍເຮັດໃຫ້ນໍ້າເປື້ອນໃນຕົວເມືອງ ແລະ ຊຸມຊົນ ຖືກບໍາບັດ 50 ເປີເຊັນ ໃນທົ່ວປະເທດ ພາຍໃນປີ 2030;

-       ເພື່ອບັນລຸຈຸດປະສົງຂອງການພັດທະນາແບບຍືນຍົງ (SDGs) ໂດຍສະເພາະແມ່ນ SDG 6.3.

-       ເພື່ອປັບປຸງສະພາບແວດລ້ອມໃນຕົວເມືອງ ເຮັດໃຫ້ຕົວເມືອງມີຄວາມສະອາດ ງາມຕາ ແລະ ຫຼຸດຜ່ອນເຊື້ອພະຍາດທີ່ເກີດຈາກນໍ້າເປື້ອນ;

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250