Ministry News

ຄວາມຄືບໜ້າ ການແກ້ໄຂດິນເຈື່ອນຖົມສັ້ນທາງ ເລກ 8

2023-08-24 - Sayphone



ໃນວັນທີ 23 ສິງຫາ 2023 ຜ່ານມາ ພະແນກ ຍທຂ ແຂວງ ແລະ ບໍລິສັດ ຮັບຜິດຊອບປະຈໍາສາຍທາງ ເລກ 8 ໄດ້ລາຍງານກ່ຽວກັບ ຄວາມຄືບໜ້າ ການແກ້ໄຂດິນເຈື່ອນຖົມສັ້ນທາງ ເລກ 8 (ເຂດພູໄຮ) ຕັ້ງແຕ່ວັນທີ 4/8/2023 ຫາ 22/8/2023 (ລວມ 19 ວັນ) ແມ່ນສາມາດທະລຸເສັ້ນທາງສອດກັນ ໄດ້ 100% ແລ້ວ, ສ່ວນພາຫະນະແມ່ນຍັງບໍ່ສາມາດສັນຈອນໄປໄດ້ ເນື່ອງຈາກວ່າ ໜ້າທາງບາງຊວງຍັງມີຂີ້ຕົມ, ຍັງແຄບ, ທາງຍັງຍຸບໂຕ ແລະ ສ່ຽງທີຈະມີດິນ, ຫິນ ເຈື່ອນລົງມາທັບຖົມທາງຕື່ມ;  ພາຫະນະກົນຈັກສຸມໃສ່ແກ້ໄຂຈຸດດິນເຈື່ອນຖົມທາງ ຊວງ ກມ 17 ທັງສອງສົ້ນ ປະກອບມີລົດ 10 ຄັນ: ລົດຈົກ 8 ຄັນ, ລົດຕັກ 2 ຄັນ; ສະລັບພາຫະນະທີ່ຍັງຕົກຄ້າງທັງໝົດຕາມເສັ້ນທາງມີ 84 ຄັນ(ຕາມຂໍ້ມູນຄວາມເປັນຈິງ), ສາມາດລະບາຍລົດອອກຈາກຈຸດດິນເຈື່ອນຖົມທາງໄດ້ທັງໝົດ 76 ຄັນ, ສໍາລັບມື້ມື້ນີ້ ສາມາດລະບາຍໄດ້ພຽງ 2 ຄັນ; ສຳລັບລົດຕິດຄ້າງຍັງເຫຼືອ 8 ຄັນ, ເຈົ້າຂອງລົດບໍ່ມາເອົາ 4 ຄັນ ແມ່ນລົດທີ່ມາແຕ່ຊາຍແດນ ຈະເດີນທາງໄປ ນະຄອນຫຼວງວຽງຈັນ; ມີລົດທີ່ດິນເຈື່ອນສຸຕົກເຫວ 2 ຄັນ ແລະ ລົດທີ່ຖືກດິນຖົມ 2 ຄັນ ສຳລັບລົດທີ່ຖືກດິນຖົມ 2 ຄັນແມ່ນຢູ່ໃນສະໂລບ(ຂອບເຂດ)ຂອງທາງ.

ສຳລັບຄວາມຫຍຸ້ງຍາກໃນການແກ້ໄຂດິນເຈື່ອນຖົມສັ້ນທາງ ເລກ 8 (ເຂດພູໄຮ) ສະພາບອາກາດຍັງມີຝົນຕົກໜັກໃນຕອນກາງຄືນ ເຮັດໃຫ້ປະລິມານນໍ້າຝົນໃນຕອນເຊົ້າຍັງມີຫຼາຍ ບວກກັບດິນເຈື່ອນລົງມາຕື່ມຈໍານວນຫລາຍສົມຄວນ ແລະ ຫິນກ້ອນໃຫຍ່ ທີທັບຖົມໃສຕາມແລວທາງຄວາມາສູງຂອງຫິນທີ່ເຈື່ອນລົງມາທັບຖົມໃສ່ທາງຄວາມສູງສະເລ່ຍປະມານ 10-12 ແມັດ; ແລະ ອີກຊວງ ກມ 46+800  ມີດິນເຈື່ອນລົງມາທັບຖົມໃສ່ທາງຕື່ມເປັນຈຳນວນຫຼາຍ ຍາກຕໍ່ການເຄື່ອນຍ້າຍ ແລະ ຈຸດຖີ້ມດິນກໍ່ມີຂອບເຂດຈຳກັດ.

ສຳລັບແຜນຈັດຕັ້ງປະຕິບັດໃນຕໍ່ໜ້າໃນວັນທີ 23/8/2023 ເປັນຕົ້ນໄປ 1.) ສືບຕໍ່ອະນາໄມຂີ້ຕົມຕາມໜ້າທາງ ແລະ ຍົກຍ້າຍດິນເຈື່ອນຈຸດທີ່ທາງແຄບ ເພື່ອໃຫ້ລົດສາມາດເດີນທາງໄປໄດ້; 2.) ຈະຖົມດິນຍົກລະດັບຊວງ ກມ 47+000 ຊວງທາງທີ່ຍຸບໂຕໃຫ້ໄດ້ຄວາມເນີນທີເໝາະສົມ ເພື່ອໃຫ້ລົດຂື້ນໂນນໄດ້; 3.) ຈະເຄື່ອນຍ້າຍດິນເຈື່ອນບ່ອນທີ່ດິນເຈື່ອນທັບຖົມປາກທໍ່ 3 ຈຸດ ເພື່ອລະບາຍນໍ້າຝົນ ແລະ ບໍ່ໃຫ້ເສັ້ນທາງຖືກຕັດຂາດ, ເນື່ອງຈາກປະຈຸບັນຍັງມີປະລິມານນຳ້ຝົນຫຼາຍທີ່ໄຫຼ່ຜ່ານຂ້າມເສັ້ນທາງ ໃນບໍລິເວນເຂດດັ່ງກ່າວຢູ່ຕະຫຼອດ; 4.) ຈະສືບຕໍ່ລະເບີດຫີນກ້ອນໃຫຍ່ຊວງ ກມ 47+800 ແລະ ຊວງທາງທີ່ຄັບແຄບ. ສຳລັບແຜນໃນຕໍ່ໜ້າພາຍຫຼັງທີ່ທະລຸເສັ້ນທາງຊອດ ແລະ ອະນາໄມຂີ້ຕົມຕາມໜ້າທາງສຳເລັດແລ້ວ ທາງຄະນະຮັບຜິດຊອບ ແລະ ໂຄງການ 1.) ໃຫ້ ບໍລິສັດ ຮັບຜິດຊອບປະຈໍາຕອນທາງດັ່ງກ່າວທີ່ເປັນຄູ່ສັນຍາ ຈະໃຫ້ສືບຕໍ່ວຽກບູລະນະຮັກສາທາງຫຼວງຕາມປົກກະຕິຊວງທາງ ຫຼື ຕອນທາງ ທີ່ບໍ່ໄດ້ຖືກດິນເຈື່ອນທັບຖົມ; 2.) ທາງຄະນະຮັບຜິດຊອບ ແລະ ໂຄງການ ຈະໄດ້ສັງລວມເຮັດບົດລາຍງານຫາ ກະຊວງ ຍທຂ ເພື່ອຊາບໃນຂອດການຈັດຕັ້ງປະຕິບັດຜ່ານມາ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີການແກ້ໄຂ ລວມທັງບັນຫາຕ່າງໆທີ່ເກີດຂື້ນຕາມເສັ້ນທາງດັ່ກ່າວ; 3.) ສະເໜີໃຫ້ ກະຊວງ ຍທຂ ພ້ອມດ້ວຍຄະນະກຳມະການຈາກພາກສ່ວນທີກ່ຽວຂ້ອງລົງມາຕິດຕາມ ສະພາບຄວາມເປັນຈິງຢູ່ພາສະໜາມ ເພື່ອປຶກສາຫາລື, ຄົ້ນຄວ້າ ແລະ ວິທີແກ້ໄຂບັນຫາວຽກສຸກເສີນດັ່ງກ່າວທີເກີດຂື້ນ ທີ່ຕິດພັນກັບດ້ານບໍລິມາດ ແລະ ລວມທັງມູນຄ່າການເຄື່ອນຍ້າຍດິນເຈື່ອນ, ໂດຍສະເພາະແມ່ນບັນຫາການແກ້ໄຂ ການປະຕິບັດຕົວຈິງໃນຕໍ່ໜ້າ. 




About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250