Ministry News

ລັດຖະມົນຕີ ກະຊວງ ຍທຂ ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງທ່ານທູດອາເມຣິກາ

2023-08-18 - Xaiya

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ປີເຕີ ເຮມອນ (Peter M. Haymond) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ, ໃນວັນທີ 17 ສິງຫາ 2023 ທີ່ກະຊວງ ຍທຂ ໃນໂອກາດທີ່ທ່ານທູດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ  ໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫຼອດໄລຍະເວລາ 3 ປີກວ່າ ຜ່ານມາ, ໂດຍໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມື ຂອງ ສ.ອາເມລິການໃນຂະແໜງ ຍທຂ (2022-2023) ລັດຖະບານ ສ.ອາເມລິກາ ໄດ້ ເລີ່ມເຂົ້າມາມີສ່ວນຮ່ວມໃນກອບອາຊຽນ ພາຍໃຕ້ ASEAN-US ໃນປີ 2022 ການເຂົ້າມາເປັນຄູ່ຮ່ວມພັດນາໃນອາຊຽນແມ່ນເຂົ້າຕາມກົນໄກຂອງອາຊຽນ
ແລະ ຈະເຂົ້າມາສະໜັບສະໜູນບັນດາກິດຈະກໍາທີ່ໄດ້ຕົກລົງກັນຢູ່ໃນບັນດາ Working group ກ່ອນ, ຊຶ່ງການຮ່ວມເຮັດວຽກກັບກະຊວງ ຍທຂ ຂອງ ສປປ ລາວ ກໍນອນໃນກອບ Transport Working Group ຂອງອາຊຽນ; ໄລຍະປີ 2022-2024 ແມ່ນມີການຮ່ວມລະຫວ່າງກະຊວງຄົມມະນາຄົມ ສ. ອາເມຣິກາ ແລະ ກະຊວງ ຍທຂ ສປປ ລາວ ຊ່ວຍເຫຼືອດ້ານວິຊາການສໍາລັບຍົກລະດັບວຽກງານຂະແໜງ ຍທຂ ແລະ ວຽກງານການຊຸກຍູ້ການແລກປ່ຽນການຢ້ຽມຢາມລະຫວ່າງຄະນະຜູ້ແທນຂອງ ສະຫະລັດອາເມຣິກາ ແລະ ສປປ ລາວ ໃນຫຼາຍຂະແໜງການຕ່າງໆ.

ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສປປ ລາວ ກໍຄືພາກສ່ວນກ່ຽວຂ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມື ໃນໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ໄດ້ຮັບຜົນສໍາເລັດເປັນຢ່າງດີ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250