Ministry News

ພິທີເຊັນສັນຍາ ຈັດຊື້ລົດເມໄຟຟ້າ 55 ຄັນ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນນຳໃຊ້ທຶນກູ້ຢືມຈາກທະນາຄານເອີຣົບເພື່ອການລົງທຶນ ລະຫວ່າງກົມຂົນສົ່ງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ ຊາສີ ກຣຸບ ຈຳກັດ ແລະ ບໍລິສັດ ເຊີລີ ວັນດາ ກຸ໋ຍໂຈ ລົດເມ ຈຳກັດ

2023-08-18 - Xaiya

ໃນຕອນເຊົ້າຂອງວັນທີ 18 ສິງຫາ 2023 ທີ່ໂຮງແຮມ ຄາວພາຊາ ໄດ້ຈັດພິທີສັນຍາ ຈັດຊື້ລົດເມໄຟຟ້າ 55 ຄັນ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ, ນຳໃຊ້ທຶນກູ້ຢືມຈາກທະນາຄານເອີຣົບເພື່ອການລົງທຶນ ລະຫວ່າງກົມຂົນສົ່ງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ ຊາສີ ກຣຸບ ຈຳກັດ ແລະ ບໍລິສັດ ເຊີລີ ວັນດາ ກຸ໋ຍໂຈ ລົດເມ ຈຳກັດ, ໂດຍມີ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ,  ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ຕາງໜ້າສະຫະພາບເອີຣົບ ປະຈຳ ສປປ ລາວ,  ທ່ານ ປະທານບໍລິສັດ ຊາສີ ກຼຸບ ຈຳກັດ, ຜູ້ຕາງໜ້າບໍລິສັດ ເຊີລີ ວັນດາ ກຸ໋ຍໂຈ ລົດເມ ຈຳກັດ ກ່່ເຂົ້າຮ່ວມ;

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ຖືກຮັບຮອງໃນປີ 2014; ໄດ້ຮັບເງິນກູ້ຢືມ, ຊ່ວຍເຫຼືອລ້າ ຈາກອົງການໃຫ້ທຶນສາກົນ ແລະ ທຶນສົມທົບຂອງລັດຖະບານລາວ ທັງໝົດ 99,7 ລ້ານໂດລາສະຫະລັດ. ໂຄງການນີ້ ມີຈຸດປະສົງ ແກ້ໄຂບັນຫາການສັນຈອນແອອັດໃນຕົວເມືອງ, ອຸບັດຕິເຫດ, ເປັນມິດກັບສິ່ງແວດລ້ອມ ແລະ ຫລຸດຄ່າໃຊ້ຈ່າຍໃນການເດີນທາງ.

ໂຄງການມີ 5 ອົງປະກອບຫລັກ ຄື:

1.   ສ້າງໜ່ວຍງານ (ກອງ) ຄຸ້ມຄອງການຂົນສົ່ງໃນຕົວເມືອງ (UTMS)

2.   ລະບົບລົດເມສາຍດ່ວນ (Bus Rapid Transit “BRT”);

3.   ລະບົບຄຸ້ມຄອງການຈະລາຈອນ (Traffic Management System);

4.   ການຄຸ້ມຄອງບ່ອນຈອດລົດ (Parking Management);

5.     ການຂົນສົ່ງທີ່ບໍ່ມີເຄື່ອງຈັກ (Non-Motorized Transit “NMT”)

ຮອດເດືອນ 7/2023, ໂຄງການມີຄວາມຄືບໜ້າ 52,2% ທຽບກັບແຜນການ ເຫັນວ່າ ຊັກຊ້າກວ່າແຜນເບື້ອງຕົ້ນ ເນື່ອງມາຈາກຫຼາຍປັດໄຈ ເປັນຕົ້ນແມ່ນ ຂະບວນການຈັດຫາ ເງິນກູ້ຢືມ/ຊ່ວຍເຫຼືອລ້າ ມີການຊັກຊ້າບໍ່ໄປຕາມກຳນົດເວລາ ແລະ ປະສົບກັບບັນຫາ ການແຜ່ລະບາດ ໄວຣັສໂຄວິດ-19. ຢ່າງໃດກໍຕາມ, ໂຄງການ ກໍໄດ້ປັບປຸງແຜນຈັດຕັ້ງປະຕິບັດໂຄງການ ໃຫ້ສຳເລັດໃນທ້າຍປີ 2024

ປັດຈຸບັນໂຄງການແມ່ນຂຸ້ນຂ້ຽວ ຈັດຕັ້ງປະຕິບັດ ວຽກງານການປະມຸນ ຈັດຫາເອົາບໍລິສັດທີ່ມີຄວາມພ້ອມມາເປັນຜູ້ຮັບເໝົາກໍ່ສ້າງ  ແລະ ສະໜອງ ພາຫານະ ແລະ ອຸບປະກອນ. ລວມທັງໝົດມີ 12 ສັນຍາ.

ກໍ່ສ້າງ (Civil Work) ມີ 5 ສັນຍາ ຄື:

1.     CW1A: ກໍ່ສ້າງ ເລນລົດເມ BRT ແລະ ສະຖານີ ຂຶ້ນ-ລົງ ແຕ່ສວນເຈົ້າຟ້າງູ່ມ ຜ່ານຕະຫລາດເຊົ້າ ຫາ ສວນປະຕູໄຊ;

2.     CW1B: ກໍ່ສ້າງ ເລນລົດເມ BRT ແລະ ສະຖານີ ຂຶ້ນ-ລົງ ແຕ່ສວນ ປະຕູໄຊ ຫາ ມະຫາວິທະຍາໄລ ແຫ່ງຊາດດົງໂດກ;

3.     CW1C: ກໍ່ສ້າງອູ່ (ກາລ່າ), ສູນບຳລຸງຮັກສາ, ສູນບັນຊາລົດເມ BRT.

4.     CW1D: ກໍ່ສ້າງທາງຍ່າງ, ປັບປຸງທັດສະນີຍະພາບຕົວເມືອງ ຕາມທາງຮ່ອມ 4 ເສັ້ນ,  ຕາມຖະໜົນ ເຈົ້າອານຸ, ຖະໜົນແຫ່ງບຸນ ແລະ ຫັດສະດີ (ຂ້າງຕະຫຼາດເຊົ້າມໍ), ແລະ

5.     CW1E: ກໍ່ສ້າງ ແລະ ຕິດຕັ້ງໄຟສັນຍານຈະລາຈອນ 41 ຈຸດ.

ການສະໜອງພາຫານະ ມີ 2 ສັນຍາ ຄື:

1.     ຈັດຊື້ລົດເມໄຟຟ້າ ຈຳນວນ 55 ຄັນ

2.     ຈັດຊື້ລົດຖີບສາມລໍ້ໄຟຟ້າ (E-pedicab) 150 ຄັນ

          ການສະໜອງ ແລະ ຕິດຕັ້ງອຸປະກອນ ທັນສະໄໝ ມີ 2 ສັນຍາ, ຄື:

1.     ລະບົບຂົນສົ່ງ ອັດສະລິຍະ ຫຼື Intelligent Transport System (ITS);

2.     ລະບົບເກັບຄ່າໂດຍສານ ອັດຕະໂນມັດ ຫຼື Automatic Fare Collection (AFC)

 

ການບໍລິການ 3 ສັນຍາ ຄື: ບໍລິການລົດຖີບສາມລໍ້, ບໍລິການເກັບຄ່າຈອດລົດໃນຕົວເມືອງ ແລະ ບໍລິການລົດເມ BRT.ແລະ ຈະໄດ້ຮັບຜົນສຳເລັດຂະບວນການປະມຸນ ຈັດຫາເອົາຜູ້ ຜະຫຼິດ ແລະ ສະໜອງ ລົດເມໄຟຟ້າ ຈຳນວນ 55 ຄັນ ຕາມການເຫັນດີຂອງຜູ້ໃຫ້ທຶນ ກໍຄື ທະນາຄານເອີຣົບເພື່ອການລົງທຶນ (European Investment Bank “EIB”) ໃນເດືອນ 3/2023 ໂດຍແມ່ນ ບໍລິສັດ ເຊີລີ ວັນດາ ກຸ໋ຍໂຈ ລົດເມ ຈຳກັດ (ສປ ຈີນ) ແລະ ບໍລິສັດ ຊາສີ ກຼຸບ ຈຳກັດ (ລາວ) Joint Venture ເປັນຜູ້ໄດ້ຮັບສັນຍາ ມຸນຄ່າ 14,844,445 ໂດລາສະຫະລັດ, ຄາດໝາຍເວລາສົ່ງ-ມອບພາຫານະທັງໝົດ ໃນເດືອນ 7/2024.

ສ່ວນສັນຍາທີ່ເຫຼືອ ດັ່ງກ່າວມາຂ້າງເທິງນັ້ນ ແມ່ນຢູ່ໃນຂະບວນການປະມຸນ ຕາມລະບຽບການ ແລະ ມີຄວາມຄືບໜ້າດີ. ຄາດໝາຍຈະໃຫ້ໃຫ້ສຳເລັດການປະມຸນ ທຸກສັນຍາ ແລະ ໄດ້ເຊັນສັນຍາ ໃນເດືອນ 12/2023 ນີ້.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250