Ministry News

ທ່ານ ລັດຖະມົນຕີກະຊວງ ຍທຂ ລົງຕິດຕາມການແກ້ໄຂດິນເຈື່ອນຖົມສັ້ນທາງ ເລກ 8

2023-08-08 - Sayphone


ໃນວັນທີ 5 ສິງຫາ 2023 ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະໄດ້ລົງຕິດຕາມການແກ້ໄຂດິນເຈືອນຖົມເສັ້ນທາງ ເລກ 8 ແຕ່ຊ່ວງກມ29+000 ຫາ ກມ 37+000 ( ເຂດພູຜາມ່ານ ), ຊ່ວງກມ 43+000 ຫາ ກມ 54+300 (ເຂດພູໄຮ) ບ້ານຄູນຄຳ ເມືອງຄູນຄຳ ແຂວງຄຳມ່ວນ ຫາ ບ້ານໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ;  ເມື່ອໄດ້ຮັບການລາຍງານສະພາບເຫດການເກີດດິນເຈື່ອນຖົມເສັ້ນທາງດັ່ງກ່າວ ກະຊວງ ຍທຂ ໄດ້ສົມທົບກັບອໍານາດການປົກຄອງແຂວງ, ພະແນກ ຍທຂ ແຂວງ ບໍລິຄໍາໄຊ ສຸມໃສ່ແກ້ໄຂຢ່າງຮີບດ່ວນເປັນຕົ້ນ: ໄດ້ລົງພື້ນທີຈຸດສະໜາມທີ ເກີດດິນເຈືອນຖົມທາງໃນເຂດດັ່ງກ່າວ; ໄດ້ມອບໝາຍແຕ່ງຕັ້ງຄະນະເພື່ອແກ້ໄຂສຸກເສີນ ໂດຍມອບໃຫ້ ພະແນກ ຍທຂ ແຂວງບໍລິຄຳໄຊເປັນເຈົ້າການ ແລະ ໄດ້ຊີ້ນໍາໃຫ້ພະແນກ ຍທຂ ແຂວງ, ແລະ ລິສັດ ຮັບຜິດຊອບປະຈໍາສາຍທາງດັ່ງກ່າວ ເພື່ອສຸມກຳລັງກົນຈັກເຂົ້າໃສ່ແກ້ໄຂຈຸດດິນເຈື່ອນຖົມທາງເພື່ອໃຫ້ສາມາດພໍໄປໄດ້ກ່ອນ ເຊິ່ງໄດ້ແບ່ງກຳລັງກົນຈັກອອກເປັນ 2 ເບື້ອງຄື: ເບື້ອງ ເມືອງຄູນຄຳ ແຂວງຄຳມ່ວນ ແຕ່ ກມ 43+000 ມີກົນຈັກທັງໝົດ 4 ຄັນປະກອບມີ: ລົດຈົກ 2 ຄັນ, ລົດຕັກ 1 ຄັນ ແລະ ລົດໄຖນາ 1 ຄັນ;  ເບື້ອງ ເມືອງຄໍາເກີດ ແຂວງບໍລິຄຳໄຊ ແຕ່ ກມ 54+300 ມີກົນຈັກທັງໝົດ 5 ຄັນປະກອບມີ: ລົດຈົກ 3 ຄັນ, ລົດຕັກ 1 ຄັນ ແລະ ລົດໄຖນາ 1 ຄັນ; ຄວາມຄືບໜ້າມາຮອດປະຈຸບັນ ວັນທີ 7 ສິງຫາ 2023,  ເບື້ອງ ເມືອງຄູນຄຳ ແຂວງຄຳມ່ວນ ແຕ່ ກມ 43+300 ສາມາດທະລຸໄດ້ຮອດ ກມ 46+370; ເບື້ອງ ເມືອງຄໍາເກີດ ແຂວງບໍລິຄຳໄຊ ແຕ່ ກມ 54+300 ສາມາດທະລຸໄດ້ຮອດ ກມ 49+700  ແລະ ລວງຍາວຂອງທາງທີ່ຍັງຈະສືບຕ້ອງໄດ້ທະລຸໃຫ້ຊອດກັນ ປະມານ 3,30 ກມ ເຊິງຈະໃຊ້ເວລາໃນການທະລຸເສັ້ນທາງໃຫ້ຊອດກັນປະມານ 7-10 ວັນ.

ປັດຈຸບັນ, ຄະນະນໍາກະຊວງ ຍທຂ, ຄະນະນໍາຂັ້ນແຂວງ, ເມືອງ, ພະແນກ ຍທຂ ແຂວງ, ເມືອງ, ກຳລັງ ປກຊ-ປກສ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ຊີ້ນໍາ ໃນການແກ້ໄຂໄພພິບັດດັ່ງກ່າວ ເປັນຕົ້ນໄດ້ຍົກຍ້າຍປະຊາຊົນ ທີ່ຖືກຜົນກະທົບອອກມາຢູ່ເຂດທີ່ປອດໄພ,  ພ້ອມທັງເລັ່ງໃສ່ແກ້ໄຂບັນຫາຈຸດດິນເຈື່ອນຖົມທາງ ໂດຍນໍາໃຊ້ລົດຈົກ, ລົດຕັກ ສ້ອມແປງຈົກດິນທີ່ເຈື່ອນຖັບຖົມອອກຈາກທາງ ເພື່ອຊ່ວຍເຫຼືອຜູ້ປະສົບໄພ ແລະ ຍານພາຫະນະທີ່ຍັງຕົກຄ້າງໃຫ້ສໍາເລັດໂດຍໄວ, ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ, ນໍ້າດື່ມ ໄປຊ່ວຍເຫຼືອຜູ້ປະສົມໄພໂດຍດ່ວນ.

 


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250