Ministry News

ປະກາດ ແຕ່ງຕັ້ງຄະນະສະພາບໍລິຫານ ລັດວິສາຫະກິດ ລົດໄຟແຫ່ງຊາດລາວ

2023-07-28 - Sayphone


ໃນວັນທີ 27 ກໍລະກົດ 2023 ທີລັດວິສາຫະກິດ ລົດໄຟແຫ່ງຊາດລາວໄດ້ຈັດພິທີປະກາດ ແຕ່ງຕັ້ງຄະນະສະພາບໍລິຫານ ລັດວິສາຫະກິດ ລົດໄຟແຫ່ງຊາດລາວ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງມີທ່ານຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຍທຂ, ກະຊວງ ການເງິນ, ຮອງຫົວໜ້າກົມປັບປຸງທຸລະກິດ ແລະ ປະກັນໄພ ກະຊວງການເງິນ, ຜູ້ອໍານວຍການ, ຮອງຜູ້ອໍານວຍການ ພ້ອມດ້ວຍພະນັກງານລັດວິສາຫະກິດ ລົດໄຟແຫ່ງຊາດລາວ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ການເງິນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 0588/ກງ, ລົງວັນທີ 24 ກຸມພາ 2023 ວ່າດ້ວຍການແຕ່ງຕັ້ງຄະນະສະພາບໍລິຫານ ລັດວິສາຫະກິດ ລົດໄຟແຫ່ງຊາດລາວ  ດັ່ງນີ້:  ແຕ່ງຕັ້ງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົຕີກະຊວງການເງິນ ເປັນປະທານ; ທ່ານ ດາວຈິນດາ ສີຫາລາດ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ລົດໄຟແຫ່ງຊາດລາວ  ເປັນຮອງປະທານ; ທ່ານ ສົມພາວັນ ສີຫາປັນຍາ ຮອງຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ເປັນກຳມະການ; ທ່ານ ຫີນເພັດ ຫຼ້າຄອນວົງ ຮອງຫົວໜ້າກົມທາງລົດໄຟ ກະຊວງ ຍທຂ ເປັນກຳມະການ; ທ່ານ ທອງເດີນ ຄໍາມະນີ ຮອງຜູ້ອໍານວຍການລັດວິສາຫະກິດ ລົດໄຟແຫ່ງຊາດລາວ ເປັນກຳມະການ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250