Ministry News

ສະຫະພັນແມ່ຍິງກະຊວງ ຍທຂ ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ

2023-07-30 - Sayphone


ສະຫະພັນແມ່ຍິງກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ຂຶ້ນໃນວັນທີ 28 ກໍລະກົດ 2023 ທີ່ຫ້ອງປະຊຸມໃຫຍ່ ກະຊວງ ຍທຂ ໂດຍການເປັນປະທານຂອງ ທ່ານ ນາງ ວັນ ດີລະພັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງ ຍທຂ, ມີຕາງໜ້າສາມອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມ.

ທ່ານນາງ ວັນ ດີລະພັນ ໄດ້ຍົກໃຫ້ເຫັນບົດບາດຂອງແມ່ຍິງລາວໃນການເຕີບໃຫຍ່ຂະຫຍາຍຕົວໃນພາລະກິດຕໍ່ສູ້ກູ້ຊາດຕະຫຼອດໄລຍະຜ່ານມາຈົນເຖິງປັດຈຸບັນ ແລະ ບົດບາດຄວາມສະເໝີພາບຍິງ-ຊາຍ ແລະ ການພັດທະນາແມ່ຍິງລາວໃນການສົ່ງເສີມແມ່ຍິງ, ການສຶກສາແມ່ຍິງລາວໄດ້ປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານໄດ້ຍົກໃຫ້ເຫັນ 4 ຄຸນລັກສະນະຂອງແມ່ຍິງລາວ, ຜ່ານມາເອື້ອຍນ້ອງແມ່ຍິງລາວໄດ້ພ້ອມກັນສຸມທຸກສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ຕາມການມອບໝາຍຢ່າງມີປະສິດທິຜົນ ຖືເອົາວຽກງານວິຊາສະເພາະເປັນຫຼັກເພື່ອຮັບປະກັນຄຸນນະພາບ, ມາຮອດປັດຈຸບັນພັກ-ລັດຖະບານໄດ້ອອກກົດໝາຍທີ່ຕິດພັນກັບບົດບາດຍິງ-ຊາຍ, ນອກນັ້ນຍັງຮຽກຮ້ອງໃຫ້ເອື້ອຍນ້ອງແມ່ຍິງໃຫ້ຖືເອົາການດຳລົງຊີວິດການເມືອງ, ການຕຳນິກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີທີ່ສູນກາງສະຫະພັນແມ່ຍິງລາວວາງອອກ. ເພື່ອເປັນການສ້າງຄວາມສາມັກຄີພາຍໃນ ແລະ ສ້າງຄວາມເບີກບານມ່ວນຊື່ນໃນງານສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຊຶ່ງສະຫະພັນແມ່ຍິງກະຊວງ ຍທຂ ໄດ້ຈັດກິດຈະກຳເດີນແບບ ແລະ ງານວາງສະແດງສິນຄ້າຕື່ມອີກ.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250