Ministry News

ກອງປະຊຸມຄະນະຊີ້ນໍາໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ (Project Steering Committee Meeting)

2023-07-05 - Xaiya

ກອງປະຊຸມຄະນະຊີ້ນໍາໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ (Project Steering Committee Meeting)ໄດ້ຈັດຂື້ນໃນວັນທີ 05 ກໍລະກົດ 2023, ທີ່ ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ, ໂດຍທາງເຊິ່ງໜ້າ ແລະ ຜ່ານວິດີໂອທາງໄກ ໂດຍເປັນກຽດເຂົ້າຮ່ວມ ເປັນປະທານຂອງ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ, ທ່ານ ສົມບັດ ສຸດທິວົງ, ຫົວໜ້າທີມໂຄງການ, ຊ່ຽວຊານອາວຸໂສດ້ານພື້ນຖານໂຄງລ່າງ, ທະນາຄານໂລກ; ມີບັນດາ ທ່ານ ຮອງເຈົ້າແຂວງ ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ ແລະ ແຂວງໄຊຍະບູລີ ກໍ່ໃຫ້ກຽດເຂົ້າຮ່ວມ ແລະ ຕາງໜ້າຈາກກະຊວງຂັ້ນສູນກາງ, ພະແນກ ຍທຂ ແຂວງ, ດ່ານຊາຍແດນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

 

ໂຄງການ SEARECC ແມ່ນໂຄງການໜຶ່ງທີ່ໄດ້ຈັດຕັ້ງປະຕິບັດນະໂຍບາຍ ແລະ ແນວທາງຂອງລັດຖະບານ ໃນການຫັນ ສປປ ລາວ ຈາກ ປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນໃຈກາງສຳຄັນຂອງການເຊື່ອມຈອດ ແລະ ເຊື່ອມໂຍງ ດ້ານການຄ້າ, ການຜະລິດ, ການທ່ອງທ່ຽວ ແລະ ໂລຊິດສະຕິກຂອງພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້, ໂຄງການດັ່ງກ່າວແມ່ນມີຄວາມສອດຄ່ອງ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9, 2021-2025 ແລະ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຮອດປີ 2023 ຂອງ ລັດຖະບານລາວ, ເຊິ່ງໃນນັ້ນ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖືກມອບໝາຍໃຫ້ເປັນເຈົ້າການຮັບຜິດຊອບ 04 ໜ້າວຽກຫຼັກ.

1. ໜ້າວຽກ ການເຊື່ອມຈອດ-ເຊື່ອມໂຍງພາກພື້ນ-ປັບປຸງເສັ້ນທາງຫລວງແຫ່ງຊາດໝາຍເລກ 02 ເຊິ່ງເປັນສ່ວນໜຶ່ງຂອງ AH 13, ທາງຫລວງທ້ອງຖີ່ນເຂົ້າຫາເຂດການຜະລິດຢູ່ 05 ແຂວງ (ອຸດົມໄຊ,ຜົ້ງສາລີ,ໄຊຍະບູລີ,ຫລວງນ້ຳທາ ແລະ ຫລວງພະບາງ) ແລະ ດ່ານຊາຍແດນສາກົນປາງຮົກ ຕິດກັບ ສສ ຫວຽດນາມ ແລະ ດ່ານຊາຍແດນສາກົນນ້ຳເງິນ ຕິດກັບລາດຊະນາຈັກໄທ.

2. ໜ້າວຽກພັດທະນາ ແລະ ຍົກລະດັບຂະແໜງບໍລິການໂລຊິດສະຕິກ ແລະ ການຄຸ້ມຄອງຂະບວກການຂ້າມແດນ-ພັດທະນາທ່າບົກ ໂດຍສະເພາະ ແຂວງອຸດົມໄຊ, ແຂວງຫລວງພະບາງ ແລະ ແຂວງໄຊຍະບູລີ ເພື່ອສ້າງເງື່ອນໄຂດຶງດູດການລົງທືນຂອງເອກະຊົນໃນການພັດທະນາທ່າບົກດັ່ງກ່າວ ປັບປຸງບັນດານະໂຍບາຍ ແລະ ລະບຽບການທີ່ຕິດພັນກັບດ່ານຊາຍແດນໃຫ້ເປັນທັນສະໄໝ ແລະ ຍົກລະດັບຂິດຄວາມສາມາດຂອງແຂວງ ແລະ ປັບປຸງລະບຽບການເພື່ອຊຸກຍູ້ການແຂ່ງຂັນໃນການບໍລິການໂລຊິດສະຕິກ

3. ໜ້າວຽກສ້າງຄວາມເຂັ້ມແຂງໃຫ້ກັບອົງກອນ ຫລື ກົງຈັກ - ສ້າງຄວາມເຂັ້ມແຂງແກ່ ຂະແໜງກະສິກຳໃນການປັບປຸງມາດຕະຖານການກວດຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພຂອງພຶດ ແລະ ສັດ(SPS), ປັບປຸງຂີດຄວາມສາມາດ ເພື່ອຊຸກຍູ້ການຄ້າ, ສິນຄ້າກະສິກໍາ, ສ້າງຄວາມເຂັ້ມແຂງແກ່ຂະແໜງໂຍທາທິການ ແລະ ຂົນສົ່ງ ຊຸກຍູ້ສົ່ງເສີມນິຕິກໍາ ແລະ ນະໂຍບາຍຂົນສົ່ງຫລາຍຮູບແບບ ແລະ ຈັດຕັ້ງປະຕິບັດສັນຍາຂົນສົ່ງຂ້າມແດນ, ການວາງແຜນ, ການປະສານງານ, ຄວາມປອດໄພຕາມທ້ອງຖະໜົນ, ການມີສ່ວນຮ່ວມຂອງແມ່ຍິງເຂົ້າໃນການພັດທະນາຂອງຂະແໜງການ ແລະ ການຮັບປະກັນວຽກສິ່ງແວດລ້ອມ-ສັງຄົມ ຂອງຂັ້ນສູນກາງ ແລະ ທ້ອງຖິ່ນ.

4. ໜ້າວຽກຄຸ້ມຄອງບໍລິຫານໂຄງການລວມມີ ການປະສານງານໂຄງການ, ການຈັດຊື້-ຈັດຈ້າງ, ການຄຸ້ມຄອງການເງິນ, ການຄຸ້ມຄອງວຽກງານສິ່ງແວດລ້ອມ ແລະ ສັງຄົມ, ການຕິດຕາມ ແລະ ປະເມີນຜົນ, ການກວດສອບການເງິນ ແລະ ເຕັກນິກ.

ໂຄງການ SEARECC ແມ່ນ 1 ໃນໂຄງການຕົວແບບ ແລະ ເປັນບູລິມະສິດຂອງລັດຖະບານ, ເປັນບາດກ້າວຫັນປ່ຽນໃນການພັດທະນາພື້ນຖານໂຄງລ່າງໃນ ສປປ ລາວ. ເປັນໂຄງ ການທໍາອິດ ແລະ ໂຄງການຕົວແບບທີ່ສຸມໃສ່ ການພັດທະນາແບບເປັນເຂດແຄວ້ນ ຫລື Area-wide Approach Project Development ໂດຍມີ 7 ກະຊວງຂະແໜງການ ແລະ 5 ແຂວງພາກເໜືອ ມີສ່ວນຮ່ວມ; ເພື່ອຂຸດຄົ້ນເອົາທ່າແຮງດ້ານເສດຖະກິດ ທີ່ບົ່ມຊ້ອນ ໂດຍຜ່ານການປັບປຸງຍົກລະດັບການເຊື່ອມຈອດ ລະຫວ່າງ ພື້ນທີ່ການຜະລິດ ແລະ ເຂດບໍລິການໂລຊິດສະຕິກ ກັບ ແລວທາງລົດໄຟລາວ-ຈີນ, ເຊິ່ງຈະນໍາໄປສູ່ການປ່ຽນແປງ, ເພີ່ມການເຕີບໂຕດ້ານເສດຖະກິດ, ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ, ຫັນປ່ຽນເສດຖະກິດໄປສູ່ຮູບໂສມໃໝ່ ຜ່ານການສົ່ງເສີມການຜະລິດກະສິກຳ ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ສ້າງຖານລາຍຮັບທີ່ເຂັ້ມແຂງ-ຍືນຍົງ (ຫັນໄປສູ່ສັງຄົມການຜະລິດ)  ເຮັດໃຫ້ ສປປ ລາວ ສາມາດປະກອບສ່ວນເຂົ້າໃນຕ່ອງໂສ້ການສະໜອງຂອງພາກພື້ນ  ແລະ ສາກົນ.

ເນື່ອງຈາກເປັນໂຄງການຕົວແບບ, ເຊິ່ງພາຍໃຕ້ເງື່ອນໄຂຂໍ້ຈໍາກັດດ້ານງົບປະມານ ໂຄງການໄດ້ຖືກອອກແບບສຸມໃສ່ພັດທະນາແລວທາງ 2E & 2W, ດ່ານຊາຍແດນ ປາງຫົກ ແລະ ນໍ້າເງິນ ແລະ ພ້ອມທັງທາງຫລວງທ້ອງຖິ່ນເຊື່ອມຈອດເຂົ້າຫາເຂດການຜະລິດກະສິກຳ ເປັນວຽກຕົ້ນຕໍ ເຊິ່ງກວມເອົາປະມານ 67% ຂອງງົບປະມານໂຄງການ, ວຽກງານພັດ​ທະ​ນາ ແລະ ຍົກ​ລະ​ດັບ​ຂະ​ແໜງ​ການ​ບໍ​ລິ​ການ​ໂລ​ຊິດ​ສະ​ຕິກ  ແລະ ການ​ຄຸ້ມ​ຄອງ​ຂະ​ບວນ​ການ​ຂ້າມ​ແດນ ກວມເອົາປະມານ 25%, ວຽກງານສ້າງ​ຄວາມ​ເຂັ້ມແຂງໃຫ້ອົງການ ປະມານ 5% ແລະ ບໍລິຫານຄຸ້ມຄອງໂຄງການປະມານ 3%, ເຊິ່ງໝາຍຄວາມວ່າ ໄດ້ໃຫ້ຄວາມສຳຄັນໃນການພັດທະນາທັງໂຄງລ່າງ (Hard Infrastructure) ແລະ ໂຄງບົນ (Soft Infrastructure).

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250