Ministry News

ຍທຂ ຊີ້ແຈງ! ທາງເປ່ເພ 6.700 ກິໂລແມັດ ຍ້ອນລົດຂົນສົ່ງບັນທຸກເກີນຂອບເຂດ ແລະ ຕໍ່ໄປຈະມີມາດຕະການຂັ້ນເດັດຂາດຕໍ່ຜູ້ລະເມີດ.

2023-07-03 - Xaiya


ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຊີ້ແຈງວ່າ: ການຂົນສົ່ງທີ່ບັນທຸກນໍ້າໜັກເກີນ ຈາກບັນດາໂຄງການກໍ່ສ້າງຂະໜາດໃຫຍ່ ແລະ ການຂຸດຄົ້ນບໍ່ແຮ່, ເປັນບັນຫາທີ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ເສັ້ນທາງ ເຮັດໃຫ້ເກີດການເປ່ເພເສຍຫາຍ ແລະ ສົ່ງຜົນກະທົບຕໍ່ງົບປະມານໃນການກໍ່ສ້າງ ເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ.

ສໍາລັບທິດທາງໃນການແກ້ໄຂ ໄດ້ສະເໜີໃຫ້ຜູ້ປະກອບການຕ້ອງມີຊິງຊັ່ງນໍ້າໜັກລົດບັນທຸກເປັນຂອງຕົນເອງ ເພື່ອຄຸ້ມຄ້ອງນ້ຳໜັກ ຕາມຂໍ້ກຳນົດນ້ຳໜັກລວມສູງສຸດ ຂອງກະຊວງ ຍທຂ ວາງອອກ ເພື່ອບໍ່ໃຫ້ເສັ້ນທາງເປ່ເພເສຍຫາຍ. ທັງຮັບປະກັນການຂົນສົ່ງ ໂດຍສະເພາະຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ ທີ່ເປັນສາຍທາງການຂົນສົ່ງສິນຄ້າ ແລະ ແຮ່ທາດ, ຊຶ່ງໄດ້ເຮັດໃຫ້ຕາໜ່າງທາງຫຼວງແຕ່ລະປະເພດ ເກີດການເປ່ເພລວມປະມານ 6.700 ກິໂລແມັດ (ກມ) ແລະ ຂົວຫັກ 79 ແຫ່ງ.

ກະຊວງ ຍທຂ ຈະໄດ້ກວດກາຄືນ ຖ້າໂຄງການໃດທີ່ບໍ່ປະຕິບັດຕາມສັນຍາສໍາປະທານ ໂດຍສະເພາະແມ່ນການສ້ອມແປງເສັ້ນທາງທີ່ເປ່ເພຈາກໂຄງການດັ່ງກ່າວ, ແມ່ນຈະໄດ້ມີມາດຕະການເດັດຂາດໃນການປັບໄໝ ຫຼື ລາຍງານລັດຖະບານ ເພື່ອຂໍຍົກເລີກສັນຍາສໍາປະທານ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250