Ministry News

ພິທີມອບ-ຮັບໂຄງການກໍ່ສ້າງສະໜາມບິນໜອງຄ້າງ

2023-05-15 - Sayphone





     ພິທີມອບ-ຮັບໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແຂວງຫົວພັນ ຈັດຂຶ້ນວັນທີ 15 ພືດສະພາ 2023 ຢູ່ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ເຊິ່ງມອບໂດຍ ທ່ານ ເຈິ່ນບ໋າວ ເຊີນ ຜູ້ອໍານວຍການໃຫຍ່ ບໍລິສັດຫຸ້ນສ່ວນກະສິກໍາສາກົນ ຮວ່າງແອງຢາລາຍ ແລະ ຮັບໂດຍ ທ່ານ ວຽງໄຊ ສິງຄຳ ຫົວໜ້າກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)   ມີທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ       ທ່ານ ເຈິນ ກວັກເຟືອງ ຮອງຄະນະກໍາມະທິການຮ່ວມມືຫວຽດນາມ-ລາວພ້ອມດ້ວຍ ບັນດາຮອງລັດຖະມົນຕີ ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



     ທ່ານ ພູທອງ ອິນທະແສງ ຫົວໜ້າໂຄງການກໍ່ສ້າງສະໜາມບິນໜອງຄ້າງ ກ່າວວ່າ:ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນຍຸດທະສາດ ແລະ ການພັດທະນາ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ດ້ານວຽກງານການບິນພົນລະເຮືອນ ຕາມນະໂຍບາຍຂອງລັດຖະບານ ໃນການຫັນເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ ເຊິ່ງໂຄງການດັ່ງກ່າວນີ້ ແມ່ນເປັນໄປຕາມມາດຕະຖານສະໜາມບິນ ຂອງ ກົມການບິນພົນລະເຮືອນ ແລະ ອົງການການບິນພົນລະເຮືອນສາກົນ (ICAO) ທີ່ໄດ້ວາງອອກຄື: ການກໍ່ສ້າງສະໜາມບິນ ໄດ້ຈັດຢູ່ໃນປະເພດ 3C ສາມາດຮອງຮັບເຮືອບິນປະເພດ     70-100 ບ່ອນນັ່ງ ເປັນຕົ້ນ ເຮືອບິນ ATR 72 MA-60 ຫຼື ທຽບເທົ່າ.  

   ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເລີ່ມຕົ້ນຈັດຕັ້ງປະຕິບັດ ແລະ ກໍ່ສ້າງວັນທີ 7 ຕຸລາ 2013 ຜ່ານມາໂດຍກົມການບິນພົນລະເຮືອນ ກະຊວງ ຍທຂ ເປັນເຈົ້າຂອງໂຄງການ ໂດຍມີບໍລິສັດທີ່ປຶກສາ ADCC ແລະ ບໍລິສັດ ພັດທະນາກະສິກຳ ຮວ່າງແອັງ ອັດຕະປື ຈຳກັດ ຈາກປະເທດຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ພາຍໃຕ້ທຶນກູ້ຢືມຈາກ ບໍລິສັດຮຸ້ນສ່ວນກະສິກໍາສາກົນຮວ່າງແອງຢາລາຍ ໃນມູນຄ່າ 82.041.562 ໂດລາສະຫະລັດ ໃນນີ້ມູນຄ່າເບື້ອງຕົ້ນ 74.006.320 ໂດລາສະຫະລັດ ແລະ  ວຽກເພີ່ມຈໍານວນໜຶ່ງ ມູນຄ່າ 8.035.242 ໂດລາສະຫະລັດ


    ໂຄງການກໍ່ສ້າງສະໜາມບິນດັ່ງກ່າວ ປະກອບດ້ວຍລາຍການໜ້າວຽກຄື:  ກໍ່ສ້າງທາງແລ່ນຂຶ້ນ-ລົງ ມີຂະໜາດຄວາມຍາວ 2400 ແມັດ ກວ້າງ 30 ແມັດ ປະກອບດ້ວຍບ່າທາງແລ່ນຂຶ້ນ-ລົງ ກວ້າງເບື້ອງລະ 3 ແມັດ ເຂດປອດໄພສົ້ນເດີ່ນ ແລະ ເຂດປອດໄພດ້ານຂ້າງ   ພ້ອມນັ້ນ ຍັງໄດ້ກໍ່ສ້າງທາງຂັບເຄື່ອນສ້າງລານຈອດເຮືອບິນ ສ້າງອາຄານຜູ້ໂດຍສານເນື້ອທີ່ 3.288 ຕາແມັດ ເປັນອາຄານ 2 ຊັ້ນ ສາມາດຮອງຮັບຜູ້ໂດຍສານ 100.000 ເທື່ອຄົນຕໍ່ປີ ສ້າງຫ້ອງການຄຸ້ມຄອງສະໜາມບິນ  ກໍ່ສ້າງສະຖານີຮັບໃຊ້ສະໜາມບິນ  ກໍ່ສ້າງສະຖານີດັບເພີງ ສ້າງສະຖານີອຸຕຸນິຍົມ ສ້າງເຮືອນຄວບຄຸມລະບົບໄຟຟ້າລະບົບນໍ້າໃຊ້ສະໜາມບິນ       ລະບົບລະບາຍນ້ຳ ກໍ່ສ້າງທາງອ້ອມສະໜາມບິນ ແລະ ທາງບໍລິການສະໜາມບິນ ກໍ່ສ້າງຮົ້ວອ້ອມສະໜາມບິນ ສະຖານີວິທະຍຸຊ່ວຍການບິນ ສ້າງທາງເຂົ້າສະໜາມບິນລະບົບໄຟຟ້າສະໜາມບິນ ແລະ ວຽກຕິດຕັ້ງອຸປະກອນທີ່ຈຳເປັນຕ່າງໆເພື່ອຮັບໃຊ້ສະໜາມບິນ ແລະ ອື່ນໆ.

    ຜ່ານການຈັດຕັ້ງປະຕິບັດໂຄງການກໍ່ສ້າງສະໜາມບິນໜອງຄ້າງ ບັນດາໜ້າວຽກທີ່ຈັດຕັ້ງປະຕິບັດສໍາເລັດ ສາມາດຕີລາຄາໄດ້ວ່າ ໃນການຄຸ້ມຄອງການກໍ່ສ້າງ ແມ່ນມີປະສິດຕິຜົນ ຕາມມາດຕະຖານຂອງກົມການບິນພົນລະເຮືອນ ແລະ ອົງການການບິນພົນລະເຮືອນສາກົນ (ICAO) ວາງອອກ.

      ເຖິງແມ່ນວ່າການມອບ-ຮັບໂຄງການໃນຄັ້ງນີ້ ຍັງມີບາງໜ້າວຽກທີ່ຈະຕ້ອງສືບຕໍ່ເກັບລາຍລະອຽດ ແລະ ສ້ອມແປງຄືນບາງດ້ານ ເພື່ອໃຫ້ສະໜາມບິນມີຄວາມສວຍງາມ ແລະ ໄດ້ມາດຕະຖານ ເຊິ່ງເປັນຊ່ວງໄລຍະເວລາການຄໍ້າປະກັນຂອງໂຄງການ ໂດຍຄະນະຄຸ້ມຄອງໂຄງການ ຈະໄດ້ສືບຕໍ່ຄຸ້ມຄອງ ປະສານງານກັບ ບໍລິສັດທີ່ປຶກສາ ແລະ ບໍລິສັດຜູ້ຮັບເໜົາການກໍ່ສ້າງຂອງໂຄງການໃຫ້ສຳເລັດຕາມມາດຕະຖານ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນໄວໆນີ້.




About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250