Ministry News

ພິທີເຊັນສັນຍາ ໂຄງການຂະຫຍາຍ ນໍ້າປະປາ, ສຸຂາພິບານ ແລະອະນາໄມຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ

2023-05-08 - Xaiya

ໃນພິທີເຊັນສັນຍາລະຫວ່າງ ຫົວໜ້າກົມ ນ້ຳປະປາ ກັບ ບໍລິສັດ ສົມພະນິດ ກໍ່ສ້າງ ແລະ ສ້ອມແປງ ເຄຫາສະຖານ ຈຳກັດຜູ້ດຽວ,  ມີທ່ານ ງາມປະສົງ ເມືອງມະນ ລັດຖະມົນຕີ ກະຊວງໂຍທາທິການ
ແລະ ຂົນສົ່ງ, ກໍ່ໃຫ້ກຽດເຂົ້າຮ່ວມ ແລະ ບັນດາ ຫົວໜ້າກົມ ຮອງກົມ ຫົວໜ້າພະແນກ ຮອງພະແນກ ແລະ ພະແນກ ຍທຂ ແຂວງ ທີ່ກ່ຽວຂ້ອງກໍ່ເຂົ້າຮ່ວມ,ໃນພິທີເຊັນສັນຍ ຫົວໜ້າໂຄງການຂະຫຍາຍ ນໍ້າປະ​ປາ, ສຸຂາພິບານ ແລະ ອະນາໄມ

    ຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ, ໄດ້ລາຍງານໂດຍຫຍໍ້ ກ່ຽວກັບຂໍ້ມູນ ແລະ ໜ້າວຽກຂອງໂຄງການດັ່ງນີ້

ແຫຼ່ງທຶນ: (WB. Cr. 6375-LA, P164901): ໂຄງການຂະຫຍາຍ ນໍ້າປະ​ປາ, ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ.

ໂຄງການຂະຫຍາຍ ນໍ້າປະປາ, ສຸຂາພິບານ ແລະ ອະນາໄມ ຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ ແມ່ນຢູ່ພາຍໃຕ້ ກົມນໍ້າປະປາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ຮັບເງິນກູ້ຢືມ ຈາກທະນາຄານໂລກ ໃນມູນຄ່າລວມ 18 ລ້ານ ເອັດສະດີອາຣ໌ ທຽບເທົ່າ 25 ລ້ານ ໂດລາສະຫະລັດ, ໄດ້ເຊັນສັນຍາ ໃນວັນທີ 09 ພຶດສະພາ 2019,ໂຄງການດັ່ງກ່າວ ມີ 2 ຂະແໜງການ ຈັດຕັ້ງປະຕິບັດຮ່ວມກັນ, ໂດຍມີ ກົມນໍ້າປະປາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຂະແໜງການຫຼັກ ແລະ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງ ສາທາລະນະສຸກ ເປັນຂະແໜງການຮ່ວມ, ຈັດ​ຕັ້ງ​ປະ​ຕິ​ບັດ ຢູ່ 450 ບ້ານ ໃນ 12 ເມືອງ ຂອງ 4 ແຂວງພາກເໜືອ ຄື: ເມືອງ ໃໝ່, ຂວາ, ສໍາພັນ ແລະ ບຸນໃຕ້ (ແຂວງຜົ້ງສາລີ), ເມືອງ ຫຼາ ແລະ ນາໝໍ້ (ແຂວງອຸດົມໄຊ), ເມືອງຫົວເມືອງ, ຊ່ອນ, ຊໍາໃຕ້, ແລະ ກັວນ (ແຂວງຫົວພັນ) ແລະ ເມືອງ ຄໍາ ແລະ ໜອງແຮດ (ແຂວງຊຽງຂວາງ), ໂຄງການ ມີ 4 ອົງປະກອບຄື:

ອົງປະກອບທີ 1 : ກໍ່ສ້າງລະບົບນໍ້າປະປາ ກຸ່ມບ້ານ-ບ້ານ, ກໍ່ສ້າງ-ປັບປຸງ ລະບົບນໍ້າຊຸມຊົນ (ນໍ້າລິນ), ສຸຂາພິບານ ແບບຍືນຍົງ (ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຮັບຜິດຊອບ).

-   ອົງປະກອບທີ 2 : ຊຸກຍູ້ຊຸມຊົນ ໃນການສົ່ງເສີມແບບຍືນຍົງ ກ່ຽວກັບການນຳໃຊ້ ນໍ້າ, ສຸຂາພິບານ ແລະ ອະນາໄມ (ກະຊວງ ສາທາລະນະສຸກ ເປັນຜູ້ຮັບຜິດຊອບ).

-   ອົງປະກອບທີ 3 : ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ແລະ ການພັດທະນາຂະແໜງການ ນໍ້າປະປາ ກຸ່ມບ້ານ-ບ້ານ (ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຮັບ ຜິດຊອບ).

-   ອົງປະກອບທີ 4 : ກໍລະນີເກີດໄພພິບັດ ທີ່ລັດຖະບານ ອອກຖະແຫຼງການ (ທັງ 2 ກະຊວງ ຮັບຜິດຊອບຮ່ວມກັນ).

ໂຄງການ ໄດ້ເຊັນສັນຍາ ກັບ ບໍລິສັດທີ່ປຶກສາໂຄງການ (PIA): ໃນວັນທີ 23 ກໍລະກົດ 2021.

ມາຮອດໄລຍະນີ້ ໄດ້ສໍາເລັດຂະບວນການປະມູນ ຄັດເລືອກເອົາ ບໍລິສັດ ຜູ້ຮັບເໝົາ ກໍ່ສ້າງ-ສ້ອມແປງ ຫ້ອງນໍ້າ-ອ່າງລ້າງມື ຢູ່ໃນ ໂຮງຮຽນ ແລະ ໂຮງໝໍນ້ອຍ (ສຸກສາລາ) ຢູ່ ເມືອງ ຫຼາ ແລະ ນາໝໍ້ ແຂວງອຸດົມໄຊ, ຊຶ່ງໄດ້ເຊັນສັນຍາ ໃນວັນທີ 05 ພຶດສະພາ 2023, ທີ່ ໂຮງແຮມ ແລນມາກ (ນະຄອນຫຼວງວຽງຈັນ).

ນ້ຳເບີສັນຍາ/ຊື່ສັນຍາ: C1/W/08 ວຽກກໍ່ສ້າງ-ສ້ອມແປງ ຫ້ອງນໍ້າ-ອ່າງລ້າງມື ຢູ່ໃນ ໂຮງຮຽນ ແລະ ໂຮງໝໍນ້ອຍ ຢູ່ແຂວງອຸດົມໄຊ, ລວມມີ 2 ພູດຍ່ອຍສັນຍາ (ເມືອງລະສັນຍາ) ດັ່ງລຸ່ມນີ້:

-     C1/W/o8 Lot 1: ເມືອງຫຼາ

-     C1/W/o8 Lot 2: ເມືອງນາໝໍ້

ມື້ປະກາດປະມູນ: ວັນທີ 26 ສິງຫາ 2022.

ມື້ເປີດຊອງປະມູນ: 12 ຕຸລາ 2022.

ມື້ເຈລະຈາຮ່າງສັນຍາ: ສໍາລັບ ເມືອງນາໝໍ້ ແລະ ເມືອງຫຼາ ໃນວັນທີ 10 ກຸມພາ 2023, ສໍາລັບ ເມືອງຫຼາ ໄດ້ເຈລະຈາ ໃນຮອບທີ 2 ໃນວັນທີ 03 ເມສາ 2023.

ກະຊວງ ໂຍທາທິການ ແລະ ຂົນສົ່ງ ອອກຂໍ້ຕົກລົງ ອະນຸມັດ ແລະ ຮັບຮອງ ເອົາຜົນການປະມູນ ແລະ ເຫັນດີໃຫ້ເຊັນສັນຍາ ຕາມຂໍ້ຕົກລົງ ສໍາລັບ ເມືອງນາໝໍ້ ແຂວງອຸດົມໄຊ ເລກທີ 8799/ຍທຂ, ລົງວັນທີ 05 ເມສາ 2023 ແລະ ສໍາລັບ ເມືອງຫຼາ ແຂວງອຸດົມໄຊ ເລກທີ 10401/ຍທຂ, ລົງວັນທີ 04 ພຶດສະພາ 2023.

ມື້ເຊັນສັນຍາ: ວັນທີ 05 ພຶດສະພາ 2023.

ມື້​​ເລີ້ມລົງມືກໍ່ສ້າງ: ວັນທີ 20 ພຶດສະພາ 2023 (ຫຼັງມື້ເຊັນສັນຍາ 15 ວັນ).

ໄລຍະເວລາໃນການກໍ່ສ້າງທັງໝົດ: 4 ເດືອນ ຫຼື 120 ວັນ.

ຄາດຄະເນມື້ສຳເລັດວຽກ 100% ຕາມແຜນການກໍານົດໄວ້: 17 ກັນຍາ 2023.

ມື້ສິ້ນສຸດໄລຍະຄ້ຳປະກັນ 1 ປີ, ພາຍຫຼັງ ມອບ-ຮັບ ວຽກຊົ່ວຄາວ.

ມູນຄ່າການກໍ່ສ້າງລວມ ທັງໝົດ 2 ພູດ ໃນມູນຄ່າລວມ 9.734.104.040 ກີບ. ໃນນັ້ນ, ລວມພັນທະອາ ກອນທຸກປະເພດ, ຄ່າຈົດທະບຽນສັນຍາຕ່າງໆ ແລະ ລາຍຈ່າຍອື່ນໆ ທີ່ເກີດຂຶ້ນ.

ບໍລິສັດ ສົມພະມິດ ກໍ່ສ້າງ ແລະ ສ້ອມແປງ ເຄຫະສະຖານ ຈໍາກັດຜູ້ດຽວ ເປັນຜູ້ຊະນະການປະມູນ ກໍ່ສ້າງ-ສ້ອມແປງ ຫ້ອງນໍ້າ-ອ່າງລ້າງມື ຢູ່ໃນ ໂຮງຮຽນ ແລະ ໂຮງໝໍນ້ອຍ ທັງ 2 ພູດຍ່ອຍສັນຍາ ຄື: ພູດຍ່ອຍC1/W/08-Lot 1: ສໍາລັບເມືອງຫຼາ ໃນມູນຄ່າສັນຍາ 3.016.888.860 ກີບ (ສາມພັນ ສິບຫົກລ້ານ ແປດແສນແປດສິບແປດພັນ ແປດຮ້ອຍຫົກສິບ ກີບ) ແລະ ພູດຍ່ອຍ C1/W/08-Lot 2: ສໍາລັບເມືອງນາໝໍ້     ໃນມູນຄ່າສັນຍາ 6.717.215.180 ກີບ (ຫົກພັນ ເຈັດຮ້ອຍສິບເຈັດລ້ານ ສອງແສນສິບຫ້າພັນ ໜ່ຶງຮ້ອຍແປດສິບ ກີບ).

ຂໍ້ມູນການອອກແບບ:  

1.   ວຽກກໍ່ສ້າງໃໝ່, ປະກອບມີ: ຫ້ອງນໍ້າ ຢູ່ໃນ ໂຮງຮຽນ:

-             ປະກອບມີ ຫ້ອງນໍ້າ ປະເພດ 2 ຫ້ອງ, ປະເພດ 3 ຫ້ອງ, ຫ້ອງນໍ້າ ສໍາລັບ ຄົນພິການ.

-       ອ່າງລ້າງມື, ອ່າງເກັບນໍ້າ ແລະ ຂຸມຂີ້ເຫຍື້ອ.

2.  ຫ້ອງນໍ້າ ຢູ່ໃນ ໂຮງໝໍນ້ອຍ, ປະກອບມີ: ຫ້ອງນໍ້າ ປະເພດ 1 ຫຼັງ 3 ຫ້ອງນໍ້າ (ແຍກ ຍິງ-ຊາຍ, ແຍກຫ້ອງນໍ້າຄົນພິການ), ຫ້ອງອາບນໍ້າດ່ຽວ, ຖັງເກັບນໍ້າ ແລະ ຂຸມຂີ້ເຫຍື້ອ.

ສໍາລັບ ຢູ່ໃນ ໂຮງຮຽນ ແລະ ໂຮງໝໍນ້ອຍ (ສຸກສາລາ) ແຕ່ລະແຫ່ງ ຈະປະກອບມີ ວຽກກໍ່ສ້າງໃໝ່ ແລະ ວຽກສ້ອມແປງ ຕາມລາຍການທີ່ໄດ້ກໍານົດໄວ້ ໃນເອກະສານການປະມູນ.

ການສະຫຼຸບສັງລວມລາຍງານຍໍ້ ກ່ຽວກັບຂໍ້ມູນໂຄງການ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250