Activity News

ຊາວໜຸມກະຊວງ ຍທຂ ຈັດການແຂ່ງຂັນກິລາດອກປີກໄກ່ ຊິງຂັນສະຫາຍເລຂາຊາວໜຸ່ມກະຊວງ ຍທຂ

2023-03-31 - Sayphone


ຄະນະບໍລິຫານງານຊາມໜຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດການແຂ່ງຂັນກິລາດອກປີກໄກ່ ຂື້ນຢ່າງເປັນທາງການ ໃນວັນທີ 31 ມີນາ 2023 ໂດຍການເຂົ້າຮ່ວມເປັນປະທານ ໃນພິທີເປີດການແຂ່ງຂັນກິລາແຂ່ງຂັນກິລາດອກປີກໄກ່ໃນຄັ້ງນີ້ຂອງ ສະຫາຍ ບຸນມາ ຫຼວງບັນດິດ ກຳມະການສູນກາງ ຄຊປປລ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ;  ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ກອງວິຊາການ ແລະ ລັດວິສາຫະກິດ ທີ່ຂຶ້ນກັບ ກະຊວງ ຍທຂ, ພະນັກງານ ແລະ ນັກກິລາ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

     ຈຸດປະສົງຂອງການຈັດການແຂ່ງຂັນກິລາດອກປີກໄກ່ ໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ແລະ ຂອງຊາວໜຸ່ມ ໃຫ້ເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (22 ມີນາ 1955-22 ມີນາ 2023); ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ( 14 ເມສາ 1955-14 ເມສາ 2023) ແລະ ເພື່ອສ້າງຄວາມສາມັກຄີຮັກແພງ ຂອງພະນັກງານ-ລັດຖະກອນຂອງຫ້ອງການ, ກົມ, ສະຖາບັນ, ກອງວິຊາການ ແລະ ບັນດາລັດວິສາຫະກິດ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ໃຫ້ມີຄວາມ  ແໜ້ນແຟ້ນຂຶ້ນ ແລະ ທັງເປັນການສົ່ງເສີມການອອກກຳລັງກາຍ ເພື່ອເຮັດໃຫ້ສຸຂະພາບແຂງແຮງ. ຊຶ່ງມີບັນດາທີມກິລາດອກປີກໄກ່ ເຂົ້າຮ່ວມແຂ່ງຂັນ ແມ່ນມາຈາກບັນດາຫ້ອງການ, ກົມ, ສະຖາບັນ, ກອງວິຊາການ ແລະ ລັດວິສາຫະກິດ ທີ່ຂຶ້ນກັບ ກະຊວງ ຍທຂ ມີນັກກິລາ ຄູ່ຊາຍ ທັງໝົດ 13 ທີມ, ຄູ່ຍິງ 5 ທີມ ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້. ຜ່ານການແຂ່ງຂັນຜົນປະກົດວ່າ ປະເພດຄູ່ຊາຍ: ຊະນະເລີດແມ່ນ ສະຖາບັນໂຍທາທິການ ແລະ ຂົນສົ່ງ; ຮອງຊະນະເລີດ ແມ່ນກົມແຜນການ ແລະ ການເງິນ ແລະ ຮອງອັນດັບອັນດັບ 2 ແມ່ນ ກອງສະໜາມບິນລາວ; ສໍາລັບປະເພດຄູ່ຍິງ: ຊະນະເລີດແມ່ນ ລັດວິສາຫະກິດ ການບິນລາວ; ຮອງຊະນະເລີດ ແມ່ນລັດວິສາຫະກິດກໍ່ສ້າງຄົມມະນາຄົມ ແລະ ຮອງອັນດັບອັນດັບ 2 ແມ່ນ ຫ້ອງການກະຊວງ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250