Ministry News

ຄະນະບໍລິຫານງານຊາວໜຸ່ມກະຊວງໂຍທາທິການ ແລະ ຂົນສົ່ງ ປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງຄະນະຊາວ ໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 68 ປີ

2023-03-30 - Sayphone


ຄະນະບໍລິຫານງານຊາວໜຸ່ມກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 68 ປີ (14 ເມສາ 1955-14 ເມສາ 2023) ຂຶ້ນໃນວັນທີ 30 ມີນາ 2023 ທີ່ກະຊວງ ຍທຂ, ໂດຍໃຫ້ກຽດປາຖະກະຖາໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານ (ສຊປລ); ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ຍທຂ, ມີສະຫາຍ ບຸນມາ ຫຼວງບັນດິດ ກຳມະການສູນກາງ ຄຊປປລ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ, ບັນດາສະຫາຍ ຄະນະປະຈຳ, ກຳມະການພັກກະຊວງ, ອາດີດເລຂາຊາວໜຸ່ມກະຊວງ, ບັນດາສະຫາຍຮອງເລຂາ, ຄະນະປະຈໍາ, ກໍາມະການຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ, ບັນດາສະຫາຍເລຂາ, ຮອງເລຂາໜ່ວຍຊາວໜຸ່ມຫ້ອງການ, ກົມ,ສະຖາບັນ, ກອງວິຊາການ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ຍທຂ ເຂົ້າຮ່ວມ.



ສະຫາຍ ມອນໄຊ ລາວມົວຊົ່ງ ກ່າວວ່າ: ຕະຫຼອດໄລຍະຜ່ານມາ, ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໂດຍແມ່ນພັກປະຊາຊົນລາວໃນເມື່ອກ່ອນ ຊຶ່ງແມ່ນພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ໂດຍປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດໄດ້ສ້າງຕັ້ງ, ຝຶກຝົນຫຼໍ່ຫຼອມ ແລະ ນຳພາໂດຍກົງຮອບດ້ານ; ພາຍໃຕ້ຮົ່ມທຸງຂອງພັກການຈັດຕັ້ງຊາວໜຸ່ມໄດ້ມີການເຕີບໃຫຍ່ເຂັ້ມແຂງທັງປະລິມານ ແລະ ຄຸນນະພາບໃໝ່, ຂະບວນການຂອງຊາວໜຸ່ມລາວໄດ້ມີຜົນງານປະກອບສ່ວນຫຼາຍດ້ານ ແລະ ພົ້ນເດັ່ນໃນພາລະກິດຕໍ່ສູ້ໃນເມື່ອກ່ອນ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ໃນຄວາມເປັນຈິງແລ້ວຂະບວນແຫ່ງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວບໍ່ວ່າທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄຊປປລ ແມ່ນໄດ້ກໍາເນີດເກີດຂຶ້ນໂດຍຜ່ານຂະບວນການຕໍ່ສູ້ປະຕິວັດທີ່ຕິດພັນໂດຍກົງກັບການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງ ພັກປະຊາຊົນ ປະຕິວັດລາວ ຊຶ່ງໄດ້ສ້າງຜົນງານ ແລະ ວິລະກຳອັນໃຫຍ່ຫຼວງ ທີ່ໄດ້ຈົດບັນທຶກໄວ້ໃນໜ້າປະຫວັດສາດຂອງຊາດລາວ, ໄຊຊະນະທີ່ຍາດມາໄດ້ນັ້ນມັນແມ່ນໝາກຜົນແຫ່ງການຕໍ່ສູ້ຂອງປະຊາຊົນລາວ ກໍຄືຊາວໜຸ່ມລາວບັນດາເຜົ່າທີ່ສະແດງໃຫ້ເຫັນເຖິງບົດບາດຂອງມະຫາຊົນໃນການສ້າງປະຫວັດສາດ ແລະ ການປະກອບສ່ວນຂອງຊາວໜຸ່ມລາວບັນດາເຜົ່າ, ພ້ອມກັນນັ້ນຍັງໄດ້ສ່ອງແສງໃຫ້ເຫັນການປະກອບສ່ວນຢ່າງສົມກຽດເຂົ້າໃນການເພີ່ມພູນຄູນສ້າງມູນເຊື້ອປະຫວັດສາດຂອງຊາດ. ໃນອະດີດກໍຄືປັດຈຸບັນ ຄຊປປລ ໄດ້ຈັດຕັ້ງຜັນຂະຫຍາຍ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອບົດບາດປະຈັນບານຂອງຕົນເຂົ້າໃນການຈັດຕັ້ງປະຕິບັດແນວທາງ, ມະຕິກອງປະຊຸມໃຫຍ່ແຕ່ລະສະໄໝຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມລາວທົ່ວປະເທດ ແລະ ເນື້ອໃນຂໍ້ແຂ່ງຂັນແຕ່ລະໄລຍະ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ 4 ບຸກທະລຸຂອງພັກ ມາເປັນເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມຕິດພັນກັບມະຕິ 3 ສ້າງຂອງພັກ ນີ້ແມ່ນການຫັນປ່ຽນ ແລະ ທ່ວງທ່າທີ່ກ້າວໜ້າໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານຊາວໜຸ່ມ-ເຍົາວະຊົນໃນໄລຍະໃໝ່ ເພື່ອໃຫ້ສົມດັ່ງຄໍາເວົ້າຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກໄດ້ມອບນາມມະຍົດໄວ້ໃຫ້ແກ່ຊາວໜຸ່ມທີ່ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ.

ສະຫາຍ ມອນໄຊ ລາວມົວຊົ່ງ ກ່າວເນັ້ນຕື່ມອີກວ່າ: ມູນເຊື້ອຂອງ ຄຊປປລ ແມ່ນເປັນມູນເຊື້ອທີ່ອາດຫານກ້າແກ່ນ ແລະ ສະຫງ່າລາສີ ຊຶ່ງຍາມໃດກໍຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກຳລັງປະກອບອາວຸດ ຂອງທຸກຂະແໜງການ ແລະ ທ້ອງຖິ່ນ ເພາະວ່າທຸກຍຸກທຸກສະໄໝຊາວໜຸ່ມລາວແມ່ນມີບົດບາດຕັດສິນ ແລະ ເປັນກຳລັງແຮງອັນໃຫຍ່ຫຼວງໃຫ້ແກ່ທຸກຍຸກທຸກສະໄໝ.

ການປາຖະກະຖາຄັ້ງນີ້, ເພື່ອໃຫ້ຊາວໜຸ່ມພາຍໃນກະຊວງ ຍທຂ ທຸກເພດ, ເຜົ່າ, ມີນ້ຳໃຈຮັກຊາດອັນດູດດື່ມມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີສະຕິຕໍ່ການຈັດຕັ້ງ, ສະຕິຕໍ່ສັງຄົມ ແລະ ມີຄວາມຮັບຜິດຊອບສູງໄດ້ເຕົ້າໂຮມ ແລະ ປຸກລະດົມກຳລັງແຮງສັງລວມຂອງຊາວໜຸ່ມເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຝຶກຝົນຫຼໍ່ຫຼອມຄວາມຮູ້ ຄວາມສາມາດ ແລະ ຄຸນທາດການເມືອງໃຫ້ຊາວໜຸ່ມ ແນໃສ່ກາຍເປັນຜູ້ສືບທອດພາລະກິດຂອງພັກໃນໄລຍະໃໝ່ ແລະ ມີຄວາມຮັບຮູ້-ເຂົ້າໃຈກ່ຽວກັບມູນເຊື້ອຂອງຊາດລາວ, ຂອງຊາວໜຸ່ມລາວ, ພັກປະຊາຊົນ ປະຕິວັດລາວກັບຊາວໜຸ່ມ, ສ້າງ ແລະ ບູລະນະລະບອບປະຊາທິ ປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ, ການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດ, ເຂົ້າໃຈກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ໃນໝູ່ຊາວໜຸ່ມ, ຍຸດທະສາດພັດທະນາວຽກງານຊາວໜຸ່ມກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຝຶກຝົນຄຸນສົມບັດ, ສິນທຳປະຕິວັດຂອງຊາວໜຸ່ມໃນຕໍ່ໜ້າ, ບົນພື້ນຖານຄວາມຮັບຮູ້-ເຂົ້າໃຈ ເພື່ອປັບປຸງທັດສະນະຫຼັກ  ໝັ້ນຂອງຊາວໜຸ່ມໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ສາມາດເຮັດຫຼ້ອນພາລະກິດຂອງຊາວໜຸ່ມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ນອກຈາກນັ້ນ ກອງປະຊຸມຍັງໄດ້ມີພິທີມອບຫຼຽນກາທີ່ລະນຶກ 65 ປີ ໃຫ້ ທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ; ບັນດາ ຄະນະປະຈຳ, ກຳມະການພັກກະຊວງ, ອາດີດເລຂາຊາວໜຸ່ມກະຊວງ, ຄະນະບໍລິຫານງານຊາວໜຸ່ມກະຊວງ ແລະ ໜ່ວຍຊາວໜຸ່ມຮາກຖານ ກະຊວງ ຍທຂ.






About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250