Ministry News

ພິທີມອບ-ຮັບ ແລະ ເປີດການນຳໃຊ້ເສັ້ນທາງຄອນກຣີດພາຍໃຕ້ໂຄງການ ສຳ ຫຼວດ-ທົດລອງນຳໃຊ້ຜະລິດຕະພັນຄອນກຣີດສໍາເລັດຮູບ

2023-03-30 - Sayphone




ພິທີມອບ-ຮັບ ແລະ ເປີດການນຳໃຊ້ເສັ້ນທາງຄອນກຣີດພາຍໃຕ້ໂຄງການສຳຫຼວດ-ທົດລອງ ນຳໃຊ້ຜະລິດ ຕະພັນຄອນກຣີດສຳເລັດຮູບສຳລັບການກ່ໍສ້າງເສັ້ນທາງເພື່ອສ່ົງເສີມການນຳໃຊ້ ແລະ ດຳເນີນທຸລະກິດຂອງພາກເອກະ ຊົນແບບຍືນຍົງ ໄດ້ຈັດຂຶ້ນໃນວັນທີ 30 ມີນາ 2023, ທີ່ສະໜາມກໍ່ສ້າງເຂດບ້ານດົງໂດກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ; ໂດຍການເປັນກຽດເຂົ້າຮ່ວມຂອງ  ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ມີທ່ານ ໂຄງາ ໂທຊິມິຈິ ( KOGA TOSHIMICHI) ເລຂາເອກສະຖານທູດຍີ່ປຸ່ນ ປະຈຳລາວ, ທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ໂນຣິຢູກິ ອີໂຕະ (Noriyuki ITO) ຮອງຫົວໜ້າຫ້ອງການອົງການໄຈກາ (Jica) ປະຈຳລາວ, ບັນດາແຂກຖືກເຊີນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.


         ທ່ານ ສິລິພອນ ອິນທິລາດ ຫົວໜ້າສະຖາບັນ ຍທຂ ໄດ້ລາຍງານຫຍໍ້ກ່ຽວກັບຄວາມເປັນມາຂອງໂຄງການ ດັ່ງກ່າວວ່າ: ໃນໄລຍະຜ່ານມາລັດຖະບານລາວ ໄດ້ສຸມໃສ່ການພັດທະນາດ້ານໂຄງລ່າງພື້ນຖານເປັນຈຳນວນຫຼວງຫຼາຍ, ໂດຍສະເພາະແມ່ນການກໍ່ສ້າງເສັ້ນທາງໃນທົ່ວປະເທດ. ເວົ້າລວມ, ເວົ້າສະເພາະແມ່ນຢູ່ໃນ ນວ ຊຶ່ງເປັນສູນກາງຂອງ ການພັດທະນາເສດຖະກິດ - ສັງຄົມ ຕິດພັນກັບການເຕີບໂຕຢ່າງຕໍ່ເນື່ອງທາງດ້ານເສດຖະກິດ, ຊຶ່ງສົ່ງຜົນໃຫ້ ນວ ໄດ້ ຮັບການພັດທະນາຫັນເປັນຕົວເມືອງທ່ີທັນສະໄໝເປັນກ້າວໆ; ຄຽງຄູ່ກັບການເຕີບໂຕດັ່ງກ່າວ, ການຂະຫຍາຍ ແລະ ປັບປຸງ ເສັ້ນທາງຍັງບໍ່ທັນຕອບສະໜອງໄດ້ຕ່ໍຄວາມຮຽກຮ້ອງຕ້ອງການໃນການພັດທະນາດ້ານໂຄງລ່າງພື້ນຖານ, ເປັນ ຕົ້ນໃນລະດູຝົນມັກເກີດມີນ້ຳຖ້ວມໃນບາງພື້ນທີ່ໃນ ນວ ຊຶ່ງມີສາເຫດມາຈາກລະບົບລະບາຍນ້ຳ ບໍ່ທັນໄດ້ຮັບການ ປັບປຸງເທົ່າທີ່ຄວນ, ການບູລະນະການບຳລຸງຮັກສາຍັງບໍ່ທັນເປັນປົກກະຕິ. ອີກດ້ານໜຶ່ງລະບົບໂຄງສ້າງລະບົບລະບາຍ ນ້ຳໃນຕົວເມືອງສ່ວນຫຼາຍເປັນທ່ໍກົມເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການບໍາລຸງຮັກສາ, ການອະນາໄມ ແລະ ການປ່ຽນ ຖ່າຍ, ເປັນສາເຫດ ໃຫ້ການລະບາຍນ້ຳຝົນ ແລະ ນ້ຳເປື້ອນ ຈາກຄົວເຮືອນຈຶ່ງມັກເກີດມີການອຸດຕັນ ພ້ອມທັງລະບາຍ ນໍ້າບໍ່ໄດ້ດີເທົ່າທີ່ຄວນ. ດັ່ງນັ້ນການນຳໃຊ້ຜະລິດຕະພັນຄອນກຣີດສຳເລັດຮູບທ່ີເປັນຮູບສີ່ລ່ຽມ, ເສີມເຫຼັກທີ່ຫໍຼ່ສຳເລັດ ມາຈາກໂຮງງານ ໂດຍມີການຄວບຄຸມຄຸນນະພາບ, ທາງດ້ານຄວາມແຂງແກ່ນທົນທານ ແລະ ມີຄວາມໜາສະໝໍ່າສະ   ເໝີ, ມີຝາປິດທີ່ແຂງແຮງ, ນໍາໃຊ້ເຂົ້າໃນການກໍ່ສ້າງຮ່ອງລະບາຍນໍ້າແຄມທາງ ຊຶ່ງເຫັນວ່າເປັນອີກທາງເລືອກຫນຶ່ງທີ່ມີຄວາມເຫມາະສົມກັບສະພາບພື້ນທີ່ ແລະ ສະພາບເສດຖະກິດ - ສັງຄົມຢູ່ລາວ. ທ່ານກ່າວຕື່ມອີກວ່າ: ການນໍາໃຊ້ຄອນກຣີດ ສໍາເລັດຮູບ ໂດຍສະເພາະແມ່ນຮ່ອງສໍາເລັດຮູບນີ້ ແມ່ນມີຂໍ້ດີຫຼາຍຢ່າງເຊັ່ນ: ຫຼຸດຜ່ອນຄ່າໃຊ້ຈ່າຍ
ໃນການກໍ່ສ້າງ, ໄລຍະເວລາການກໍ່ສ້າງສັ້ນລົງ, ຕິດຕັ້ງງ່າຍມີຄວາມທົນທານ, ມີຄວາມສະດວກໃນການບໍາລຸງຮັກສາອະນາໄມຮ່ອງລະບາຍນໍ້າ ແລະ ເຫັນໄດ້ຄວາມສໍາຄັນຂອງວຽກງານດັ່ງກ່າວ ທາງສະຖາບັນຍທຂ, ພະແນກ ຍທຂ ນວ ຈຶ່ງໄດ້ມີການຮ່ວມມືທາງດ້ານວິຊາການກັບ ບໍລິສັດ ຊັງໂກ້ ເພື່ອແລກປ່ຽນບົດຮຽນນໍາກັນ ໃນໄລຍະຜ່ານມາ ຊຶ່ງ ໂຄງການດັ່ງກ່າວນີ້ແມ່ນໄດ້ເລີ່ມລົງມືກໍ່ສ້າງ ໃນວັນທີ 16 ພະຈິກ ປີ 2022 ແລະ ໄດ້ກໍ່ສ້າງສໍາເລັດໃນເດືອນມີນາ     ປີ 2023; ຊຶ່ງໃຊ້ເວລາໃນການກໍ່ສ້າງທັງຫມົດ 4 ເດືອນ. ໃນນັ້ນ ການກໍ່ສ້າງໂຄງການດັ່ງກ່າວມີດັ່ງນີ້: ຕິດຕັ້ງຮ່ອງລະບາຍນໍ້າຂ້າງທາງທີ່ມີຝາປິດຂະຫນາດຄວາມກວ້າງຂອງຮ່ອງ 30 ຊັງຕີແມັດ, ມີຄວາມຍາວ 408 ແມັດ, ຕິດຕັ້ງຮ່ອງ ລະບາຍນໍ້າທີ່ມີຝາປິດຂະຫນາດຄວາມກວ້າງຂອງຮ່ອງ 80 ຊັງຕີແມັດ, ມີຄວາມຍາວ 460 ແມັດ, ຕິດຕັ້ງແມນໂຮນເພື່ອອະນາໄມຮ່ອງ 6 ຈຸດ, ຕິດຕັ້ງທໍ່ກົມຂະຫນາດ 80 ຊັງຕີແມັດ ເພື່ອສົ່ງນໍ້າຍາວ 76 ແມັດ, ກໍ່ສ້າງຊັ້ນພື້ນທາງຫນາ 15 ຊັງຕີແມັດ ເພື່ອຮອງພື້ນຊັ້ນເບຕົງ, ກໍ່ສ້າງທາງເບຕົງເສີມເຫຼັກຫນາ 20 ຊັງຕີແມັດ, ກວ້າງ 7 ແມັດ, ຍາວ 7 ແມັດ ແລະ ຍາວ 461 ແມັດ. ລວມມູນຄ່າການກໍ່ສ້າງທັງຫມົດປະມານ 6 ແສນກວ່າໂດລາ ໂດຍການ ສະຫນັບສະຫນູນຊ່ວຍເຫຼືອຈາກ ລັດຖະບານຍີ່ປຸ່ນ. ເສັ້ນທາງດັ່ງກ່າວຍັງເປັນສັນຍາລັກ ແຫ່ງມິດຕະພາບ ແລະ ການຮ່ວມມືລະ ຫວ່າງ ສປປລາວ ແລະ ຍີ່ປຸ່ນ. ທ່ານ ນາງ ວິໄລຄໍາ ໂພສາລາດ ຍັງໄດ້ຕາງຫນ້າໃຫ້ລັດຖະບານລາວ ຂອບໃຈ ມາຍັງລັດຖະ ບານຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອກໍ່ສ້າງເສັ້ນທາງເຂດດັ່ງກ່າວໃຫ້ມີຄວາມສວຍງາມ, ເຮັດໃຫ້ຜູ້ນໍາໃຊ້ລົດ-ໃຊ້ຖະຫນົນ ເດີນທາງໄປ-ມາ ສະດວກສະບາຍຂຶ້ນ ເພື່ອໃຫ້ການນໍາໃຊ້ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວໃຫ້ມີການຄຸ້ມຄອງ, ປົກປັກຮັກສາ, ນໍາໃຊ້ໄດ້ຍາວນານ ແລະ ມີປະສິດທິຜົນສູງສຸດ ໂດຍມອບໃຫ້ອົງການປົກຄອງ ນວ ເປັນຜູ້ຄຸ້ມຄອງປົກປັກຮັກສາຕໍ່ໄປ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250