Ministry News

ກະຊວງໂຍທາທິການ ແລະ ຂົນສົ່ງ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

2023-03-31 - Sayphone


ກະຊວງໂຍທາທິການ ແລະ ຂົນສົ່ງ ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (22/3/1995-22/3/2023) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ໃນວັນທີ 31 ມີນາ 2023 ທີ່ກະຊວງ ຍທຂ, ໂດຍໃຫ້ກຽດປາຖະກະຖາຂອງ ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ, ມີບັນດາຄະນະປະຈໍາພັກ, ກໍາມະການພັກກະຊວງ, ຄະນະໜ່ວຍພັກຮາກຖານ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ກອງວິຊາການ, ຜູ້ອໍານວຍການ, ຮອງອໍານວຍການ ລັດວິສາຫະກິດ ແລະ ພະແນກການອ້ອມຂ້າງກະຊວງເຂົ້າຮ່ວມ.


ການຈັດພິທີປະຖະກະຖາຄັ້ງນີ້ມີຈຸດປະສົງ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ຂອງພັກເຮົາເຂົ້າໃນການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ສຳເລັດຜົນ, ສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ-ຮອບດ້ານ, ສ້າງຄວາມຮັບຮູ້ທາງດ້ານແນວຄິດ ແລະ ການກະທຳ. ສົ່ງເສີມດ້ານດີ ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ ສ້າງຄວາມເຊື່ອໝັ້ນຂອງສະມາຊິກພັກ-ພະນັກງານ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ພ້ອມນັ້ນເພື່ອໃຫ້ກະຊວງຜັນຂະຫຍາຍມູນເຊື້ອຂອງພັກ ສ້າງຄວາມຮັບຮູ້ໃຫ້ແກ່ສະມາຊິກພັກ - ພະນັກງານພາຍໃນກະຊວງຢ່າງເລິກເຊິ່ງ ເຖິງຄວາມປີຊາສາມາດ ຄວາມສະຫຼາດຫຼັກແຫຼມຂອງພັກໃນການນໍາຂະບວນການຕໍ່ສູ້ປົດປ່ອຍຊາດກໍຄືການນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ. ນອກນັ້ນເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງຂອງບັນດານັກຮົບທີ່ໄດ້ອຸທິດເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດທີ່ມີຫຼາຍເຫດການປະຫວັດສາດ ຊຶ່ງປວງຊົນລາວທັງຊາດບໍ່ມີວັນລືມ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250